ສປປ ລາວ ຈະໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຊຸດໃໝ່ ຜ່ານ COVAX Facility ເຊີ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ ໂດຍມີ ອົງການອະນາໄມໂລກ ອົງການອຸຍນິເຊັບ ແລະ Gavi ເປັນຄຸ່ຮ່ວມງານທີ່ສຳຄັນໃນການສະໜອງວັກຊີນ.

ວັກຊິນຊຸດນີ້ ປະກອບມີ ວັກຊີນ Astra Zeneca/Oxford ຈໍານວນ 523.200 ໂດສ໌ ເຊິ່ງເປັນຈຸດໝາຍສຳຄັນອີກອັນໜຶ່ງສຳລັບ ສປປ ລາວ ໃນການຕໍ່ສູ້ຕ້ານກັບພະຍາດໂຄວິດ-19 ພ້ອມທັງພາລະກິດຂອງ COVAX Facility ເພື່ອຮັບປະກັນການເຂົ້າເຖິງວັກຊິນກັນກັນພະຍາດໂຄວິດ-19 ຢ່າງເທົ່າທຽມກັນໃນທົ່ວໂລກ.
.# ຂ່າວ – ພາບ : ໄຊບັນດິດ