ຄົນເຈັບທີ່ເສຍຊີວິດຈາກການຕິດເຊື້ອພະຍາດໂຄວິດ-19 ສ່ວນໃຫຍ່ແມ່ນມີພະຍາດປະຈຳຕົວ

    ອີງຕາມການລາຍງານຂອງທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 31 ຕຸລາ 2021 ໃຫ້ຮູ້ວ່າ: ສໍາລັບຄົນເຈັບເສຍຊີວິດ 3 ຄົນຄື 

  • ຜູ້ທີ 1 ເພດຊາຍ ອາຍ 36 ປີ ສັນຊາດລາວ ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມີພະຍາດປະຈໍາຕົວແມ່ນວັນນະໂລກ ວັນທີ 27 ພະຈິກ 2020 ໄດ້ກັກຕົວຢູ່ສະຖານທີ່ຄຸມຂັງແຫ່ງໜຶ່ງ ຄົນເຈັບບໍ່ມີອາການສະແດງອອກ ວັນທີ 30 ຕຸລາ 2021 ເວລາ 11:40 ໂມງ ຜູ້ກ່ຽວໄດ້ເສຍຊີວິດ 
  • ຜູ້ທີ 2 ເພດຊາຍ ອາຍ 58 ປີ ບ້ານໂພສີ ນະຄອນຫຼວງພະບາງ ພະຍາດປະຈຳຕົວ ຄວາມດັນ ເລືອດສູງ ແລະ ຫົວໃຈຊຸດໂຊມ ຜ່ານມາ ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ວັນທີ 22 ຕຸລາ 2021 ຜູ້ກ່ຽວໄດ້ເຂົ້າມາກວດຢູ່ໂຮງໝໍແຂວງຫຼວງພະບາງ ດ້ວຍອາການຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ຈຶ່ງໄດ້ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19 ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍນັບແຕ່ວັນທີ 22-30 ຕຸລາ 2021 ເປັນເວລາ 8 ວັນ ວັນທີ 30 ຕຸລາ 2021 ເວລາ 06:30 ໂມງຂອງ ຜູ້ກ່ຽວໄດ້ເສຍຊີວິດ 
  • ຜູ້ທີ 3 ເພດຊາຍ ອາຍ 54 ປີ ບ້ານນາສ້າງເຫວີຍ ນະຄອນຫຼວງພະບາງ ພະຍາດປະຈຳຕົວ ເບົາຫວານ ຄວາມດັນເລືອດສູງ ແລະ ຫົວໃຈຊຸດໂຊມ ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ວັນທີ 28 ຕຸລາ 2021 ຜູ້ກ່ຽວໄດ້ເຂົ້າມາກວດຢູ່ໂຮງໝໍແຂວງຫຼວງພະບາງ ດ້ວຍອາການຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ພ້ອມທັງເກັບຕົວຢ່າງ ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19 ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ນັບແຕ່ວັນທີ 28-30 ຕຸລາ 2021 ຮອດເວລາ 08:30 ໂມງຂອງວັນທີ 30 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

.# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!