ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ອີກ 685 ກໍລະນິ ແລະ ມີເສຍຊີວິດເພີ່ມອີກ 3 ຄົນ

    ຕາມການຖະແຫຼງຂ່າວຂອງທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 31 ຕຸລາ 2021 ໃຫ້ຮູ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ວັນທີ 30 ຕຸລາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 6.173 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 685 ຄົນ (ຕິດເຊື້ອພາຍໃນປະເທດ 679 ຄົນ ເດີນທາງມາຈາກຕ່າງປະເທດ 6 ຄົນ) ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອສະສົມ 40.271 ຄົນ ເສຍຊີວິດສະສົມ 65 ຄົນ (ໃໝ່ 3 ຄົນ)  ປິ່ນປົວຫາຍດີໃນວັນທີ  30 ຕຸລາ 372 ຄົນ  ຍັງປິ່ນປົວ 6.826 ຄົນ  ເຊິ່ງໝາຍຄວາມວ່າ ມາຮອດມື້ນີ້ ຍັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວມເອົາ 16.9 % ຂອງຈຳນວນຜູ້ຕິດເຊື້ອງທັງໝົດ ແລະ ຜູ້ປິ່ນປົວຫາຍດີແລ້ວແມ່ນ 82.8 %. 

    ສຳລັບການຕິດເຊື້ອພາຍໃນປະເທດມີ 679 ຄົນຄື 

  • ນະຄອນຫຼວງວຽງຈັນ (ນວ) 287 ຄົນ ໃນ 8 ເມືອງ ຈາກ 105 ບ້ານ ໃນນັ້ນ ເມືອງຈັນທະບູລີ 17 ບ້ານ 41 ຄົນ ສີໂຄດຕະບອງ ມີ 19 ບ້ານ 27 ຄົນ ໄຊເສດຖາ ມີ 19 ບ້ານ 38 ຄົນ ເມືອງໄຊທານີມີ 16 ບ້ານ 41 ຄົນ ເມືອງຫາດຊາຍຟອງ ມີ 12 ບ້ານ 34 ຄົນ ແລະ ເມືອງສັງທອງມີ 3 ບ້ານ 10 ຄົນ 
  • ສະຫວັນນະເຂດ 12 ຄົນ 4 ບ້ານ 3 ເມືອງ 
  • ຈຳປາສັກ 7 ຄົນ ໃນ 5 ບ້ານ 2 ເມືອງ 
  • ຄຳມ່ວນ 21 ຄົນ 4 ບ້ານ 1 ເມືອງ 
  • ສາລະວັນ 17 ຄົນ 5 ບ້ານ ໃນ 3 ເມືອງ 
  • ບໍ່ແກ້ວ 39 ຄົນ 11 ບ້ານ ໃນ 2 ເມືອງ 
  • ຫຼວງພະບາງ 39 ຄົນ 23 ບ້ານ ໃນ 6 ເມືອງ 
  • ແຂວງວຽງຈັນ 122 ຄົນ 27 ບ້ານ ໃນ 7 ເມືອງ 
  • ບໍລິຄຳໄຊ 1 ຄົນ 1 ບ້ານ ໃນ 1 ເມືອງ 
  • ໄຊສົມບູນ 6 ຄົນ 2 ບ້ານ ໃນ 1 ເມືອງ 
  • ຫຼວງນ້ຳທາ 55 ຄົນ 17 ບ້ານ ໃນ 3 ເມືອງ 
  • ອຸດົມໄຊ 59 ຄົນ 14 ບ້ານ ໃນ 1 ເມືອງ 
  • ຊຽງຂວາງ 2 ຄົນ 1 ບ້ານ ໃນ 1 ເມືອງ 
  • ແລະ ເຊກອງ 12 ຄົນ 6 ບ້ານ ໃນ 2 ເມືອງ 

    ສ່ວນການຕິດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີ 6 ຄົນຄື ຈຳປາສັກ 3 ຄົນ ສາລະວັນ 1 ຄົນ ຫຼວງພະບາງ 1 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິ ເວນຂອງແຕລະແຂວງແຕ່ມື້ເດີນທາງເຂົ້າມາ ສປປ ລາວ ເມື່ອຜົນກວດເປັນບວກ ພວກກ່ຽວຈະຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ທີ່ແຂວງກຳນົດໄວ້. 

    ວັນທີ 30 ຕຸລາ ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ 1.537 ຄົນ ທຸກຄົນເດີນທາງເຂົ້າມາໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວີດ-19 ແລະ ນຳສົ່ງເຂົ້າໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ຫຼືໂຮງແຮມຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ ຈົນຄົບກຳນົດຈຶ່ງອອກມາເຄີອນໄຫວໃນສັງຄົມໄດ້ ໃນທົວປະເທດ ຍັງມີຜູ້ຈຳກັດບໍລິເວນ 4.820 ຄົນ ສະຖານທີ່ຈໍາກັດບໍລິເວນທີ່ຍັງເປີດຢູ່ມີ 86 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 3.041 ຄົນ ຍັງສາມາດຮອງຮັບໄດ້ຕື່ມອີກ 10.190 ຄົນ ໂຮງແຮມຈຳກັດບໍລິເວນທີຍັງນຳໃຊ້ 59 ແຫ່ງ ມີຜູ້ຈຳກັດບໍລິເວນຢູ່ໂຮງແຮມ 1.779 ຄົນ ສາມາດຮອງຮັບໄດ້ຕື່ມອີກ 7.825 ຄົນ.

.# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!