ລັດຖະບານ ສປປ ລາວ ມອບຫຼຽນກາມິດຕະພາບໃຫ້ທູດ ສ ຝຣັ່ງ

    ວັນທີ 21 ກັນຍາ ຜ່ານມາ ຢູ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບອໍາລາຂອງທ່ານນາງ Florencen Jeanblanc-Risler ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ສາທາລະນະລັດຝຣັ່ງ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

    ໂອກາດນີ້ ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ທ່ານ  Florencen Jeanblanc-Risler ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ແລະ ຕັ້ງໜ້າ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ຕະຫຼອດໄລຍະເວລາ 3 ປີ ທີ່ປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນຝຣັ່ງ ໃຫ້ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນຂະແໜງການສຶກສາ ໂພຊະນາການ ການຄໍ້າປະກັນສະບຽງອາຫານ ສາທາລະນະສຸກ ການເງິນ ແລະ ກົດໝາຍການປົກຄອງ ການພັດທະນາຂອງພາກເອກະຊົນ ແລະ ວຽກອົງການ CSO ນອກນີ້ ຍັງໄດ້ປະກອບສ່ວນສໍາຄັນໃນການຊຸກຍູ້ໂຄງການ COVAX ເຮັດໃຫ້ ສປປ ລາວ ກໍຄືປະຊາຊົນລາວໄດ້ເຂົ້າຮັບວັກຊີນຢ່າງທົ່ວເຖິງ ເຊິ່ງໄດ້ປະກອບສ່ວນຢ່າງຫຼວງຫຼາຍໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຈາກນັ້ນ ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ປະດັບຫຼຽນກາມິດຕະພາບໃຫ້ທ່ານ Florencen Jeanblanc-Risler ເພື່ອສະແດງຄວາມຊົມເຊີຍ ແລະ ຈາລຶກຜົນງານຄຸນງາມຄວາມດີ ທີ່ທ່ານໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ລາວ ແລະ ຝຣັ່ງ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງຂຶ້ນ.

    ທ່ານ Florencen Jeanblanc-Risler ກໍໄດ້ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະກະຊວງການຕ່າງປະເທດ ທີ່ໄດ້ໃຫ້ຄວາມຮ່ວມມືອັນດີ ແລະ ອໍານວຍຄວາມສະດວກແກ່ການເຄື່ອນໄຫວປະຕິບັດວຽກງານການທູດຂອງຕົນ ຢູ່ ສປປ ລາວ ຈົນປະສົບຜົນສໍາເລັດ ແລະ ມີປະສິດທິຜົນຢ່າງຈົບງາມ ພ້ອມທັງສະແດງຄວາມຮູ້ບຸນຄຸນມາຍັງລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ມອບຫຼຽນກາມິດຕະພາບອັນຊົງກຽດໃຫ້ທ່ານ ແລະ ຢືນຢັນວ່າຈະສືບຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ລາວ-ຝຣັ່ງ ໃຫ້ນັບມື້ນັບໄດ້ຮັບໝາກຜົນຍິ່ງຂຶ້ນ.

.

# ຂ່າວ & ພາບ :  ສະບາໄພ 

error: Content is protected !!