ຜູ້ບໍລິຈາກເລືອດ 1.000 ຄົນ ຈະໄດ້ຮັບການຊ່ວຍເຫຼືອລ້າປະກັນໄພອຸບັດເຫດສ່ວນບຸກຄົນ

    ຜູ້ບໍລິຈາກເລືອດ ຈຳນວນ 1.000 ຄົນ ເລີ່ມຕັ້ງແຕ່ວັນທີ 1 ພະຈິກ 2021 ຈົນຄົບຈໍານວນ ເຊິ່ງປະກັນໄພອຸບັດເຫດສ່ວນບຸກຄົນ ແມ່ນພ້ອມໃຫ້ຄວາມຄຸ້ມຄອງ 24/7 ຕໍ່ບຸກຄົນ ແລະ ທົດແທນຄ່າໃຊ້ຈ່າຍຕ່າງໆທີ່ເກີດຈາກອຸບັດເຫດຈາກການດຳລົງຊີວິດປະຈຳວັນ ທີ່ມີວົງເງິນຄຸ້ມຄອງສູງສຸດເຖິງ 5 ລ້ານ ເປັນໄລຍະເວລາ 1 ປີເຕັມ.

    ນາງ ວຽງໄຊ ປຣະພາສິຣິ ຮັບຜິດຊອບຝ່າຍບໍລິຫານ ແລະ ບຸຄະລາກອນ ຂອງບໍລິສັດພົງສະຫວັນ ປະກັນໄພ (APA) ໄດ້ກ່າວວ່າ: ຈຸດປະສົງໃນການຊ່ວຍເຫຼືອລ້າໃນຄັ້ງນີ້ ຍ້ອນຄວາມເປັນຫວ່ງເປັນໄຍຕໍ່ຊຸມຊົນທີ່ເຮົາດຳເນີນທຸລະກິດຢູ່ ແລະ ເພື່ອເປັນການເຊີນຊວນໃຫ້ບຸກຄົນທີ່ມີເງື່ອນໄຂມາຮ່ວມບໍລິຈາກເລືອດ ເນື່ອງຈາກຍັງຂາດເລືອດຈຳນວນຫຼາຍ ແລະ ຜູ້ທີ່ສະໝັກໃຈບໍລິຈາກ ຍັງໄດ້ຮັບຄວາມຄຸ້ມຄອງ

    ພິທີເຊັນບົດບັນທຶກການຮ່ວມມືໃນການຊ່ວຍເຫຼືອລ້າ ປະກັນໄພອຸບັດເຫດສ່ວນບຸກຄົນ ລະຫວ່າງບໍລິສັດ ພົງສະຫວັນ ປະກັນໄພ (APA) ຈໍາກັດ ແລະ ສູນເລືອດແຫ່ງຊາດ ອົງການກາແດງລາວ ຈັດຂຶ້ນ ວັນທີ 29 ຕຸລາ 2021 ທີ່ສູນເລືອດແຫ່ງຊາດ ເຊັນໂດຍ​ທ່ານ ດີນ ໂຣບິນສັນ ຜູ້​ອຳ​ນວຍ​ການ​ໃຫຍ່ ບໍລິສັດ ພົງສະຫວັນ ປະກັນໄພ (APA) ຈໍາກັດ ແລະ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ພ້ອມນີ້ ມີທ່ານ ຮສ ດຮ ພູທອນ ເມືອງປາກ ປະທານອົງການກາແດງລາວ ແລະ ທ່ານ ນາງ ແສງດາວ ບຸພະກອນຄຳ ປະທານສະພາບໍລິຫານ ບໍລິສັດ ພົງສະຫວັນ ປະກັນໄພ (APA) ຈໍາກັດ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    ຫຼັງຈາກສຳເລັດການເຊັນບົດບັນທຶກການຮ່ວມມືແລ້ວ ທີມງານຂອງບໍລິສັດ ພົງສະຫວັນ ປະກັນໄພ (APA) ຈໍາກັດ ກໍໄດ້ໃຫ້ການປະກອບສ່ວນໃນການບໍລິຈາກເລືອດອີກດ້ວຍ.

.# ຂ່າວ – ພາບ : ບຸນມີ

error: Content is protected !!