ຖອດຖອນບົດຮຽນການປະຕິບັດວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ 19

    ກອງປະຊຸມຕີລາຄາ ຖອດຖອນບົດຮຽນການປະຕິບັດວຽກງານ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19. ຂັ້ນບ້ານ ຈັດຂຶ້ນວັນທີ 20 ຕຸລາ 2021 ທີ່ສະໂມສອນເມືອງດັ່ງກ່າວ ໃຫ້ ກຽດເຂົ້າຮ່ວມຂອງທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສານັກ ງານນາຍົກລັດຖະມົນຕີ ຫົວໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄ ວິດ-19 ຂັ້ນສູນກາງ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ທິນນະກອນ ທອງ ຮອງເຈົ້າເມືອງ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ-19 ເມືອງສີສັດຕະນາກ ໄດ້ລາຍງານສະພາບໂດຍລວມກ່ຽວກັບວຽກງານປ້ອງກັນ ຄວບຄຸມພະຍາດໂຄວິດຢູ່ເມືອງສີສັດຕະນາກ ນອກນັ້ນ ບັນດາບ້ານ ຫ້ອງການທີ່ໄດ້ຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄລຍະຜ່ານມາ ໄດ້ປະກອບຄໍາເຫັນ ເປັນຕົ້ນ ວຽກກົນໄກປະສານງານຕິດພັນວຽກປະຈໍາການຢູ່ເຂດແດງ ຈຸດແດງຂອງບ້ານ ວຽກງານການຮັບວັກຊິນປ້ອງກັນພະຍາດໂຄວິດ-19 ວຽກງານປະສານສົມທົບກັບໂຮງງານ ວຽກງານໂຄສະນາ-ປະຊາສຳພັນ ວຽກງານປຸກລະດົມ ວຽກງານປຸກລະດົມກຳລັງ ປກຊ-ປກສ ແລະ ອາສາສະໝັກເຂົ້າຮ່ວມປະຈໍາການ ຈາກນັ້ນ ບັນດາຜູ້ເຂົ້າຮ່ວມ ໄດ້ມີຄຳຄິດເຫັນເພື່ອແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນ ເພື່ອພ້ອມກັນຊອກຫາທາງອອກໃຫ້ທັນການ.

    ໃນຕອນທ້າຍກອງປະຊຸມ ທ່ານ ນາງ ທິບພະກອນ ຈັນທະວົງສາ ແລະ ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີຄໍາເຫັນ ແລະ ໃຫ້ທິດຊີ້ນໍາຕື່ມອີກ.

.# ຂ່າວ – ພາບ : ຂັນທະວີ

error: Content is protected !!