ນະຄອນຫຼວງ ຈູດທຳລາຍຢາເສບຕິດ 378,130 ກິໂລກຣາມ

    ພີທີຈູດທຳລາຍຢາເສບຕິດ ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 20 ປີ (12.10.2001-12.10.2021) ຈັດຂຶ້ນວັນທີ 30 ຕຸລາ 2021 ຢູ່ເຂດບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ເປັນກຽດເຂົ້າຮ່ວມຂອງທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ທ່ານ ພົນຕີ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມດ້ວຍຮອງ ປກສ ນວ ແລະ ຂະແໜງການກ່ຽວຂ້ອງ.

    ໃນພິທີ ທ່ານ ພູພອນ ວົງພະໄຕ ຮອງຫົວໜ້າ ປກສ ນວ ກ່າວວ່າ ການເຄື່ອນໄຫວເຮັດວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດຢູ່ ນວ ໄດ້ດຳເນີນຄຽງຄູ່ກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນ 1 ປີຜ່ານມາ ສາມາດແກ້ໄຂຄະດີຢາເສບຕິດໄດ້ 958 ເລື່ອງ ໃນນັ້ນ ມ້າງຄະດີໄດ້ໃໝ່ 693 ເລື່ອງ ກັກຜູ້ຖືກຫາໄດ້ 957 ຄົນ ຍິງ 101 ຄົນ ຄົນຕ່າງປະເທດ 18 ຄົນ ຢຶດຢາບ້າໄດ້ 25.945.300 ເມັດ ຢາໄອສ໌ 3,5 ກິໂລກຣາມ 449,13 ກຣາມ ເຮໂລອິນ 1 ແທ່ງ ແລະ 4 ກຣາມ ກັນຊາ 160 ແທ່ງ ແລະ 20 ກິໂລກຣາມ ຢາອີ 413 ເມັດ ຢາເຄຕາມິນ 1,25 ກິໂລກຣາມ ໂລຫະຄຳ 251 ກຣາມ ເງິນສົດ 115 ລ້ານກວ່າກີບ ເງິນບາດ 330,640 ບາດ ເງິນໂດລາ 12 ໂດລາ ບັນຊີເງິນຝາກ 142 ລ້ານກວ່າກີບ ບັນຊີເງິນຝາກສະກຸນເງິນບາດ 4 ແສນກວ່າບາດ ໂທລະສັບ 236 ໜ່ວຍ ຕັ້ງໂຕະ 5 ໜ່ວຍ ໂມງຂໍ້ມື 1 ໜ່ວຍ ຈັກສະຕິນ 1 ເຄື່ອງ ລົດໃຫຍ່ 14 ຄັນ ລົດຈັກ 77 ຄັນ ປືນອາກາ 1 ກະບອກ ປືນສັ້ນ 9 ກະບອກ ໃນນີ້ ດັດແປງ 2 ກະບອກ ລູກລະເບີດ 1 ໜ່ວຍ ແລະ ອື່ນໆອີກຈຳນວນໜຶ່ງ ໃນນີ້ ຄະດີທີ່ໄດ້ດຳເນີນສຳເລັດສົ່ງຟ້ອງອົງການໄອຍະການປະຊາຊົນ ນວ 558 ເລື່ອງ ຍັງສືບຕໍ່ດຳເນີນ 400 ເລື່ອງ ສຳລັບຢາເສບຕິດທີ່ນຳມາທຳລາຍຄັ້ງນີ້ ແມ່ນຢາເສບຕິດທີ່ສານຕັດສິນຮີບໃຫ້ນຳໄປທຳລາຍຖີ້ມ ແລະ ໄດ້ມາຈາກກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດທີ່ຢຶດມາໄດ້ ປະກອບມີ ເຮໂລອິນ 6,5 ກິໂລກຣາມ ຢາບ້ານ 69,25 ກິໂລກຣາມ ຢາໄອສ໌ 110,75 ກິໂລກຣາມ ໂຄເຄນ 125 ກຣາມ ກັນຊາແຫ້ງ 192 ກິໂລ ນໍ້າໜັກທັງໝົດ 378,130 ກິໂລກຣາມ.

.# ຂ່າວ – ພາບ : ໄຊບັນດິດ

error: Content is protected !!