ທ່ານລັດຖະມົນຕີກະຊວງການຕ່າງປະເທດ ປະດັບຫຼຽນໄຊມິດຕະພາບໃຫ້ທູດຍີ່ປຸ່ນ

    ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຄໍານັບອຳລາຂອງທ່ານ ທາເກວາກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ວັນທີ 28 ຕຸລາ 2021 ຢູ່ກະຊວງການຕ່າງປະເທດ ໃນໂອກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

    ໂອກາດນີ້ ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການປະຕິບັດໜ້າທີ່ຂອງທ່ານ ທາເກວາກະ ເຄໂຊ ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການປະກອບສ່ວນຢ່າງຫ້າວຫັນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສອງປະເທດ ກໍຄືການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ນັບແຕ່ໄດ້ຍົກລະດັບຄູ່ຮ່ວມມືແຕ່ປີ 2015 ເປັນຕົ້ນມາ ຕະຫຼອດໄລຍະເວລາ 2 ປີ ທີ່ປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ທ່ານທາເກວາກະ ເຄໂຊ ໄດ້ປະຕິບັດຫນ້າທີ່ຢ່າງຕັ້ງໜ້າ ໃນການຊຸກຍູ້ໃຫ້ມີການພົບປະແລກປ່ຽນຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດເປັນປົກກະຕິ ລະດົມຂົນຂວາຍບັນດາໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃຫ້ ສປປ ລາວ ເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ ຂະແໜງກະສິກຳ ແລະ ຂະແໜງການສຶກສາ ເຊິ່ງການຊ່ວຍອັນພົ້ນເດັ່ນ ແມ່ນໂຄງການກໍ່ສ້າງລະບົບຂະຫຍາຍທໍ່ສົ່ງນ້ຳປະປາຢູ່ນະຄອນຫຼວງພະບາງ ໂຄງການຊ່ວຍເຫຼືອລ້າດ້ານອຸປະກອນເພື່ອປະກອບໃນວຽກງານກຽມພ້ອມໂຕ້ຕອບ ແລະ ຟື້ນຟູຫຼັງໄພພິບັດ ໂຄງການຊ່ວຍເຫຼືອລ້າລົດເມ ອາໄຫຼ່ ແລະ ອຸປະກອນສຳລັບສ້ອມແປງລົດເມ ໂຄງການທຶນການສຶກສາ ເພື່ອພັດທະນາຊັບພະຍາກອນມະນຸດ ປີ 2020 ແລະ 2021 ໂຄງການປັບປຸງວິທະຍາໄລສ້າງຄູຢູ່ບັນດາແຂວງຂອງລາວ ແລະ ອື່ນໆ ພິເສດ ໃນປີ 2020 ເປັນການຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງລາວ-ຍີ່ປຸ່ນ ການນໍາຂັ້ນສູງຂອງສອງປະເທດ ໄດ້ແລກປ່ຽນໂທລະສານອວຍພອນເຊິ່ງກັນ ແລະ ກັນ ມີການຈັດປາຖະກະຖາວັນສຳຄັນທາງການທູດ ແລະ ກິດຈະກຳຕ່າງໆຮ່ວມກັນ ໂດຍມີຄວາມໝາຍສຳຄັນ ແລະ ມີບັນຍາກາດທີ່ຟົດຟື້ນ ນອກນີ້ ທ່ານທູດຍັງໄດ້ຊຸກຍູ້ການປະຕິບັດ ໜ້າທີ່ຂອງຫ້ອງການຜູ້ຕາງໜ້າອົງການ JICA ແລະ ອົງການ JETRO ປະຈໍາລາວ ໃນການຈັດຕັ້ງປະຕິບັດໂຄງການຮ່ວມມືຂອງສອງລັດຖະບານ ລາວ-ຍີ່ປຸ່ນ ການປະຕິບັດໜ້າທີ່ຂອງບັນດາຊ່ຽວຊານ ແລະ ອາສາສະໝັກຍີ່ປຸ່ນຢູ່ຂະແໜງການຕ່າງໆຂອງລາວ ຂົນຂວາຍ ແລະ ຍາດແຍ່ງເອົາການຊ່ວຍເຫຼືອຂັ້ນພື້ນຖານໃຫ້ພາກສ່ວນຕ່າງໆຂອງລາວ ໂດຍສະເພາະການຊ່ວຍເຫຼືອຢູ່ເຂດຫ່າງໄກສອກຫຼີກ.

    ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບ ໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນຕະຫຼອດໄລ ຍະຜ່ານມາ ໂດຍສະເພາະ ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ທີ່ຈັດຢູ່ໃນອັນດັບຕົ້ນ ຂອງຕ່າງປະເທດທີ່ໃຫ້ການຊ່ວຍເຫຼືອ ສປປ ລາວ ສະແດງຄວາມຂອບໃຈໃນການສະໜອງບັນດາອຸປະ ກອນການແພດ ແລະ ວັກຊີນໃຫ້ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງທັນການ ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນສຳຄັນໃນແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແຕ່ລະໄລຍະ ຈາກນັ້ນ ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ຕາງໜ້າລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ທ່ານ ທາເກວາກະ ເຄໂຊ ເພື່ອສະແດງຄວາມຊົມເຊີຍ ແລະ ຈາລຶກເຖິງຜົນງານຄຸນງາມ ຄວາມດີ ທີ່ທ່ານອຸທິດເຫື່ອແຮງ ແລະ ສະຕິປັນຍາໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

    ທ່ານ ທາເກວາກະ ເຄໂຊ ໄດ້ສະແດງຄວາມຂອບໃຈພັກ-ລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະ ກະຊວງການຕ່າງປະເທດ ທີ່ໄດ້ອໍານວຍຄວາມສະດວກໃຫ້ການເຄື່ອນໄຫວໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນມີຜົນສໍາເລັດຢ່າງຈົບງາມ ແລະ ຢືນຢັນຈະສືບຕໍ່ໃນການເປັນຂົວຕໍ່ ເພື່ອປະກອບ ສ່ວນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວອັນໃໝ່ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. 

# ຂ່າວ & ພາບ :  ສະບາໄພ  

error: Content is protected !!