ຮ່ວມມືຜັນຂະຫຍາຍມະຕິ XI ຂອງພັກ ປະຕິບັດ 2 ວາລະແຫ່ງຊາດຢູ່ນະຄອນຫຼວງວຽງຈັນ

     ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງອົງການປົກຄອງນະຄອນຫຼວງວຽງຈັນ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອຮ່ວມກັນຜັນຂະຫຍາຍມະຕິ x ຂອງພັກ ແລະ ປະຕິບັດ 2 ວາລະແຫ່ງຊາດຢູ່ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 29 ຕຸລາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍການລົງນາມຂອງທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ກິດຈະກຳຫຼັກຂອງການຮ່ວມມືຄັ້ງນີ້ ທັງສອງຝ່າຍໄດ້ຄົ້ນຄວ້າ ປຶກສາຫາລື ການສ້າງແຜນງານ ໂຄງການ ແລະ ກຳນົດກິດຈະກຳຕ່າງໆທີ່ຕອບສະໜອງໃຫ້ແກ່ການບັນລຸຈຸດປະສົງ ແລະ ລະດັບຄາດໝາຍ ໂດຍນໍາໃຊ້ຊັບພະຍາກອນ ຄວາມອາດສາມາດທີ່ມີ ແລະ ການປະກອບສ່ວນດ້ານຕ່າງໆຂອງບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງທາງສັງຄົມ ເຊິ່ງກິດຈະກຳໄດ້ກຳນົດເປັນພື້ນຖານເພື່ອການດຳເນີນງານ ມີວຽກງານໂຄສະນາ ສຶກສາອົບຮົມການເມືອງແນວຄິດ ວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຂັ້ນຕ່າງໆໃນນະຄອນຫຼວງວຽງຈັນ ວຽກງານອາສາສະໝັກຕະລຸມບອນ ວຽກງານການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ວຽກງານການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ວຽກງານສົ່ງເສີມວິຊາຊີບ ແລະ ສ້າງວຽກເຮັດງານທໍາ ວຽກງານການສັນຈອນຕາມທ້ອງຖະໜົນ ແລະ ວຽກງານສົ່ງເສີມ ແລະ ຮັກສາສິ່ງແວດລ້ອມ ໂດຍມີໄລຍະການຈັດຕັ້ງປະຕິບັດເປັນເວລາ 2 ປີ ເລີ່ມແຕ່ວັນທີ 1 ຕຸລາ 2021-30 ກັນຍາ 2023.

# ຂ່າວ & ພາບ :  ຂັນທະວີ  

error: Content is protected !!