ພິທີເຊັນສັນຍາ ວ່າດ້ວຍການຂຸດຄົ້ນ ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ ຢູ່ເຂດບ້ານຖ້ຳລາ ບ້ານພັນລໍ ເມືອງຮ້ຽມ ແຂວງຫົວພັນ ແລະ ເມືອງຄຳ ແຂວງຊຽງຂວາງ ໃນເນື້ອທີ່ 12,56 ກມ2 ໃນອາຍຸສັນຍາ 14 ປີ ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ ຈັດຂຶ້ນໃນວັນທີ 28 ຕຸລາ 2021 ຢູ່ຫ້ອງການກະຊວງແຜນການ ແລະ ການລົງທຶນ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ລົງນາມແມ່ນທ່ານນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າໃຫ້ກຸ່ມບໍລິສັດນິກສັນພັດທະນາບໍ່ແຮ່ຈຳກັດ ແມ່ນທ່ານ ນິສັນ ພົມມະວິຈິດ ປະທານກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ຈຳກັດ ໂດຍມີທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ ມີຫົວໜ້າຫ້ອງການ ຫົວໜ້າກົມ ກະຊວງກ່ຽວຂ້ອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພ້ອມດຽວກັນນີ້ ໃນພິທີເຊັນສັນຍາ ປະທານ ພ້ອມດ້ວຍຄະນະ ແລະ ພະນັກງານຂອງກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ຈຳກັດ ຍັງໄດ້ມອບພັນທະລ່ວງໜ້າໃຫ້ລັດຖະບານກ່ອນຈຳນວນ 2.000.000 ໂດລາສະຫະລັດ (ປະມານ 20 ຕື້ກີບ) ແລະ ສ້ອມແປງທາງຊ່ວຍລັດຖະບານແຕ່ຈຸດຂຸດຄົ້ນແຮ່ເຫຼັກ ຫາ ເທດສະບານເມືອງຮ້ຽມ ເຊິ່ງມີໄລຍະທາງຍາວ 32 ກິໂລແມັດ ແລະ ເປັນການພັດທະນາເສດຖະກິດແຫ່ງຊາດໃຫ້ຂະຫຍາຍຕົວ ເວົ້າລວມ ເວົ້າສະເພາະແມ່ນການຂະຫຍາຍຕົວເສດຖະກິດຂອງແຂວງຫົວພັນ ແລະ ຊຽງຂວາງ.
# ຂ່າວ & ພາບ : ສີພອນ