Facebook ຣີແບຣນເປັນ Meta ແລະ ວິໄສທັດໃໝ່ຂອງບໍລິສັດ metaverse ຈາກງານ Connect

    ຜູ້ບໍລິຫານສູງສຸດຂອງ Facebook ໄດ້ແບ່ງປັນວິໄສທັດກ່ຽວກັບ Metaverse ແລະ ວິທີທີ່ບໍລິສັດຈະມີສ່ວນໃນການສ້າງອະນາ ຄົດ ໃນງານ Connect ປະຈໍາປີຂອງ Facebook ວັນທີ 29 ຕຸລາ 2021 ວ່າ: Metaverse ຈະເປັນສັງຄົມຂອງພື້ນທີ່ 3 ມິຕິ ທີ່ທ່ານສາມາດແບ່ງປັນປະສົບການເໝືອນຈິງກັບຄົນອື່ນໆໄດ້ ເຖິງຈະບໍ່ໄດ້ຢູ່ນຳກັນ ແລະ ເຮັດສິ່ງຕ່າງໆທີ່ທ່ານບໍ່ສາມາດເຮັດໄດ້ໃນໂລກ ທາງກາຍະພາບ (ໂລກຄວາມເປັນຈິງ) ຮ່ວມກັນ.

    ທ່ານ ມາກ ຊັກເຄີເບີກ ຜູ້ບໍລິຫານສູງສຸດຂອງ Facebook ກ່າວວ່າ: Meta ໄດ້ນໍາເອົາແອັບຂອງພວກເຮົາ ແລະ ເຕັກໂນໂລຊີ ລວມເຂົ້າກັນ ພາຍໃຕ້ແບຣນຂອງບໍລິສັດໃໝ່ ຈຸດສຸມຂອງ Meta ຈະເປັນການສ້າງໂລກເໝືອນຈິງ (Metaverse) ໃຫ້ເປັນຈິງ ແລະ ຊ່ວຍເຊື່ອມຕໍ່ຜູ້ຄົນຄົ້ນຫາຊຸມຊົນ ແລະ ຂະຫຍາຍທຸລະກິດໂລກເໝືອນຈິງ ຈະຄ້າຍຄືກັບສັງຄົມອອນລາຍທີ່ພວກເຮົາໃຊ້ງານຢູ່ໃນປັດ ຈຸບັນ ໃນຮູບແບບປະສົມປະສານ ເຊິ່ງບາງຄັ້ງ ກໍຂະຫຍາຍອອກໄປໃນຮູບແບບ 3 ມິຕິ ຫຼື ສາຍອອກສູ່ໂລກທາງກາຍະພາບ ສິ່ງນີ້ຈະຊ່ວຍໃຫ້ທ່ານແບ່ງປັນປະສົບການເໝືອນຈິງກັບຄົນອື່ນໆ ເຖິງຈະບໍ່ໄດ້ຢູ່ນຳກັນ ແລະ ເຮັດສິ່ງຕ່າງໆທີ່ທ່ານບໍ່ສາມາດເຮັດໄດ້ໃນ ໂລກທາງກາຍະພາບຮ່ວມກັນ ນີ້ແມ່ນວິວັດທະນາການຂັ້ນຕໍ່ໄປຂອງສາຍສັງຄົມເຕັກໂນໂລຊີ ແລະ ກ້າວເຂົ້າສູ່ເລື່ອງລາວບົດໃໝ່ຂອງ ບໍລິສັດພວກເຮົາອີກດ້ວຍ ເຊິ່ງຕົນພູມໃຈໃນສິ່ງທີ່ພວກເຮົາສ້າງມາຈົນຮອດຕອນນີ້ ແລະ ຕື່ນເຕັ້ນກັບສິ່ງທີ່ກຳລັງຈະເກີດຂຶ້ນຕໍ່ໄປ ໃນຂະນະທີ່ພວກເຮົາກຳລັງກ້າວຂ້າມສິ່ງທີ່ເປັນໄປໄດ້ໃນມື້ນີ້ ຂ້າມຂໍ້ຈຳກັດຂອງໜ້າຈໍ ຂ້າມຂໍ້ຈຳກັດຂອງໄລຍະທາງ ແລະ ຟິຊິກ ໄປສູ່ອະນາຄົດທີ່ທຸກຄົນສາມາດຢູ່ຮ່ວມກັນ ສ້າງໂອກາດໃໝ່ໆ ແລະ ສຳຜັດສິ່ງໃໝ່ໆ ມັນເປັນອະນາຄົດທີ່ຢູ່ເໜືອບໍລິສັດໃດໜຶ່ງ ແລະ ພວກເຮົາທຸກຄົນຈະເປັນຜູ້ສ້າງຂຶ້ນ.

    ງານ Connect ປະຈຳປີຂອງພວກເຮົາ ເປັນການລວມຕົວກັນຂອງນັກພັດທະນາດ້ານ AR ແລະ VR ຜູ້ສ້າງເນື້ອຫາ ນັກການຕະ ຫຼາດ ແລະ ອື່ນໆ ເພື່ອສະເຫຼີມສະຫຼອງການຂັບເຄື່ອນ ແລະ ການເຕີບໂຕຂອງອຸດສະຫະກຳ ງານໃນປີນີ້ ໄດ້ສະແດງໃຫ້ເຫັນວ່າປະສົບ ການການໃຊ້ງານໃນໂລກເໝືອນຈິງເປັນແນວໃດ ທີ່ຈະເກີດຂຶ້ນໃນທົດສະວັດທີ່ຈະມາເຖິງ ຈາກການເຊື່ອມຕໍ່ກັນທາງສັງຄົມ ສູ່ຄວາມ ບັນເທີງ ເກມ ການອອກກຳລັງກາຍ ການເຮັດວຽກ ການສຶກສາ ແລະ ການຄ້າ ນອກນີ້ ພວກເຮົາຍັງໄດ້ປະກາດເຄື່ອງມືໃໝ່ໆ ເພື່ອຊ່ວຍຜູ້ຄົນໃນການສ້າງໂລກເໝືອນຈິງ ລວມມີ Presence Platform ທີ່ຈະເປີດປະສົບການໃໝ່ຂອງຄວາມເປັນຈິງແບບປະສົມ ປະສານ (Mixed Reality) ໃນ Quest 2 ແລະ ການລົງທຶນ 150 ລ້ານໂດລາສະຫະລັດ ໃນການຮຽນຮູ້ແບບປະສົມປະສານ ເພື່ອເຝິກຝົນຜູ້ສ້າງເນື້ອຫາຮຸ່ນຕໍ່ໄປ.

    ທ່ານສາມາດຮັບຊົມ Connect keynote ສະບັບເຕັມ ແລະ ຮຽນຮູ້ວ່າ ໂລກເໝືອນຈິງຈະປົດລັອກໂອກາດໃໝ່ໆໄດ້ທີ່ນີ້ ນອກນີ້ ຍັງສາມາດຮຽນຮູ້ເພີ່ມຕື່ມກ່ຽວກັບວຽກງານຂອງພວກເຮົາໃນເດືອນຜ່ານມາ ໃນການພັດທະນາແບຣນ Meta ໃນBlog ຂອງພວກເຮົາ ໂຄງສ້າງອົງກອນຂອງພວກເຮົາບໍ່ໄດ້ປ່ຽນແປງ ວິທີການລາຍງານກ່ຽວກັບການເງິນຂອງພວກເຮົາ ແມ່ນຈະເລີ່ມຈາກຜົນໄດ້ຮັບສຳລັບໄຕ ມາດທີ 4 ຂອງປີ 2021 ພວກເຮົາໄດ້ວາງແຜນທີ່ຈະລາຍງານ 2 ພາກສ່ວນປະຕິບັດການ ຄື: Family of Apps ແລະ Reality Labs ນອກນີ້ ຍັງໄດ້ຕັ້ງໃຈທີ່ຈະເລີ່ມການຊື້-ຂາຍພາຍໃຕ້ລາຄາຮຸ້ນໃໝ່ ທີ່ໄດ້ສະຫງວນໄວ້ Meta ໃນວັນທີ 1 ທັນວາ ນີ້ ເຊິ່ງການປະກາດໃນມື້ນີ້ ຈະບໍ່ມີຜົນຕໍ່ວິທີທີ່ພວກເຮົາໃຊ້ ຫຼື ແບ່ງປັນຂໍ້ມູນ ເຊິ່ງສາມາດເບິ່ງເພີ່ມຕື່ມທີ່ Building the Metaverse Responsibly Expanding Horizon: New Funding to Support Creators Introducing Our New Company Brand (2019)

    Meta ໄດ້ສ້າງເຕັກໂນໂລຊີທີ່ຊ່ວຍເຊື່ອມຕໍ່ຜູ້ຄົນຄົ້ນຫາຊຸມຊົນ ແລະ ຂະຫຍາຍທຸລະກິດ ເມື່ອ Facebook ເປີດໂຕປີ 2004 ມັນໄດ້ປ່ຽນວິທີທີ່ຜູ້ຄົນເຊື່ອມຕໍ່ກັນ ແອັບຕ່າງໆ ເຊັ່ນ: Messenger Instagram ແລະ WhatsApp ໄດ້ເພີ່ມຄວາມສາມາດໃຫ້ຜູ້ ຄົນນັບພັນລ້ານຄົນໃນທົ່ວໂລກ ປັດຈຸບັນ Meta ໄດ້ກ້າວໄປໄກກວ່າໜ້າຈໍ 2 ມິຕິ ໄປສູ່ປະສົບການທີ່ເລິກເຊິ່ງກວ່່າ ເຊັ່ນ: ການເພີ່ມ ແລະ ຄວາມເປັນຈິງເໝືອນ (AR VR) ເພື່ອຊ່ວຍສ້າງວິວັດທະນາການຂັ້ນຕໍ່ໄປໃນສັງຄົມເຕັກໂນໂລຊີ.

        # ຂ່າວ & ພາບ :  ສະບາໄພ

error: Content is protected !!