ປຶກສາຫາລື ການດຳເນີນທຸລະກິດຫັນເປັນດີຈີຕອນໃນຍຸກການ ລະບາດໂຄວິດ-19

    ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຮ່ວມກັບລັດຖະບານສະຫະລັດອາເມຣິກາ ຈັດ ກອງປະຊຸມພາກທຸລະກິດລະດັບພາກພື້ນອິນໂດ-ປາຊີຟິກ ສຳລັບ ສປປ ລາວ ຄັ້ງທີ 2 ໃນວັນທີ 29 ຕຸລາ ປີ 2021 (ກອງປະຊຸມາງໄກ) ໂດຍມີທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າກະຊວງກ່ຽວຂ້ອງ ວິສະຫະກິດ ຜູ້ປະການທຸລະກິດ ຈາກລາວ ໄທ ກຳປູເຈຍ ແລະ ອາເມຣິກາເຂົ້າຮ່ວມ.

   ກອງປະຊຸມຄັ້ງນີ້ ໄດ້ເນັ້ນໃສ່ການຫັນເປັນດີຈີຕອນທີ່ປ່ຽນເປັນເຄື່ອງມືໃນການຟື້ນຟູເສດຖະກິດຈາກຜົນກະທົບ ຂອງການລະບາດພະຍາດໂຄວິດ-19 ແລະ ຄວາມພະຍາຍາມຮ່ວມກັນຂອງລັດຖະບານສະຫະລັດອາເມຣິກາກັບ ສປປ ລາວ ກັບການສະໜັບສະໜູນບັນດາທຸລະກິດໃນໄລຍະທີ່ມີຄວາມທ້າທາຍ ການເປັນສ່ວນໜຶ່ງຂອງຄູ່ຮ່ວມມື ແບບກວມລວມລະຫວ່າງ ລາວ-ອາເມຣິກາ ເຊິ່ງປີນີ້ ຄົບຮອບ 5 ປີ ອາເມຣິກາໄດ້ໃຫ້ຄຳໝັ້ນສັນຍາໃນການສະໜັບ ສະໜູນລາວ ບໍ່ພຽງແຕ່ການແກ້ໄຂທາງດ້ານເສດຖະກິດໃນປັດຈຸບັນ ແຕ່ຍັງເສີມສ້າງ ແລະ ສ້າງຄວາມຈະເລີນພາຍ ຫຼັງໂຄວິດ-19 ໃນປີຕໍ່ໄປ.

    ໃນໄລຍະການລະບາດຂອງພະຍາດໂຄວິດ-19 ເຕັກໂນໂລຊີຍິ່ງເຂົ້າມາມີບົດບາດສູງໃນການດຳເນີນທຸລະກິດຂອງ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຍຸກປົກກະຕິແບບໃໝ່ ທຸລະກິດພະຍາຍາມໃນການຫັນເປັນດີຈີຕອນຫຼາຍຂຶ້ນ ທະນາຄານເລີ່ມມີການໃຫ້ບໍລິການແບບດີຈີຕອນເພື່ອຄວາມສະດວກສະບາຍໃນການຊຳລະຕ່າງໆຂອງຜູ້ຊົມໃຊ້ ການຄ້າຂາຍຕ່າງໆໄດ້ປັບປຸງຮູບແບບການດຳເນີນທຸລະກິດ ໂດຍເນັ້ນໃສ່ການສັ່ງເຄື່ອງອອນລາຍ ການບໍລິການຂົນ ສົ່ງ ໂຮງຮຽນ ສະຖາບັນການສຶກສາ ໄດ້ຫັນມາສອນແບບອນລາຍ.

    ປັດຈຸບັນ ເປັນປີທີ 4 ຂອງກອງປະຊຸມພາກທຸລະກິດລະດັບພາກພື້ນອິນໂດ-ປາຊີຟິກປະຈຳປີ ທີ່ສົ່ງເສີມການຄ້າ ການລົງທຶນ ແລະ ການຮ່ວມມືທາງດ້ານເສດຖະກິດລະຫວ່າງອາເມຣິກາ ແລະ ຄູ່ຮ່ວມທົ່ວພາກພື້ນອິນໂດ-ປາຊີຟິກ ສຳລັບປີນີ້ ໄດ້ເນັ້ນໃຫ້ເຫັນເຖິງກາລະໂອກາດຂອງບໍລິສັດອາເມຣິກາ ແລະ ຄູ່ຮ່ວມມືອິນໂດ-ປາຊີຟິກ ໃນການປະຕິບັດ ບົດບາດຜູ້ນຳໃນການສ້າງສາພັດທະນເສດຖະກິດຂອງພາກພື້ນ ເຊິ່ງໄດ້ລວມເອົາຂໍ້ລິເລີ່ມຍຸດທະສາດ ນຳໂດຍອາ ເມຣິກາ ອິນໂດ-ປາຊີຟິກ ທີ່ຕິດພັນກັບການຟື້ນຟູເສດຖະກິດ ແລະ ຄວາມສະຖຽນລະພາບ ການປະຕິບັດດ້ານພູມອາ ກາດ ແລະ ນະວັດຕະກຳດີຈີຕອນ ນອກຈາກນີ້ ບັນດາຜູ້ເຂົ້າຮ່ວມໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ສິ່ງທ້າທາຍຂອງການດຳເນີນທຸລະກິດໃນໄລຍະນີ້ ພ້ອມທັງປຶກສາຫາລືວຽກງານຕ່າງໆທີ່ກ່ຽວຂ້ອງອີກດ້ວຍ.

        # ຂ່າວ & ພາບ :  ອົ່ນ ໄຟສົມທອງ

error: Content is protected !!