ທ່ານຮອງເຈົ້າແຂວງ ເນັ້ນໄຊຍະບູລີຢຶດໝັ້ນປະຕິບັດຕາມ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງ

    ວັນທີ 28 ຕຸລາ 2021 ເມືອງຫົງສາ ແຂວງໄຊຍະບູລີ ໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 7 ສະໄໝທີ VIII ຂຶ້ນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງດັ່ງກ່າວ ເປັນປະທານຂອງສະຫາຍ ຄໍາຫຼ້າ ຜີວວັນນາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຫົງສາ ມີສະຫາຍ ເພັດພິໄຊ ສູນວິໄລ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ ມີຄະນະປະຈໍາພັກເມືອງ ຄະນະພັກເມືອງ ຫົວໜ້າ ຮອງຫົວໜ້າຫ້ອງການ ກົມກອງ ລັດວິສາຫະກິດ ແລະ ສະຫາຍເລຂາໜ່ວຍພັກນາຍບ້ານເຂົ້້າຮ່ວມ.

    ໃນປະຊຸມ ສະຫາຍ ພົມມາ ພົມມະຫານ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ກ່າວຈຸດປະສົງ ແລະ ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 478/ ຄພຂ.ຊຍ ວ່າດ້ວຍການອະນຸມັດໃຫ້ຄະນະບໍລິຫານງານພັກເມືອງຫົງສາ ດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 7 ສະໄໝທີ VIII ຈາກນັ້ນ ສະຫາຍ ຄໍາຫຼ້າ ຜີວວັນນາ ໄດ້ກ່າວເປີດກອງປະຊຸມ ສະຫາຍຈັນເພັງ ອູ່ທອງຄໍາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ໄດ້ຜ່ານບົດສະຫຼຸບຕີລາຄາວຽກງານຮອບດ້ານ ໃນການຊີ້ນໍາ-ນຳພາ ຂອງອົງຄະນະພັກເມືອງ 9 ເດືອນຕົ້ນປີ ແລະ ທິດທາງແຜນການໃນ 3 ເດືອນທ້າຍປີ 2021 ຟັງການລາຍງານວຽກງານການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19  ຢູ່ເມືອງຫົງສາໃນໄລຍະຜ່ານມາ ຮັບຟັງການລາຍງານການແກ້ໄຂໄພພິບັດ (ນໍ້າຖ້ວມ) ຈາກນັ້ນ ຜູ້ແທນກອງປະຊຸມໄດ້ຜັດປຽ່ນກັນປະກອບຄໍາຄິດເຫັນຢ່າງກົງໄປກົງມາ.

    ໂອກາດນີ້ ສະຫາຍ ເພັດພິໄຊ ສູນວິໄລ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍບັນດາຜົນງານຂອງອົງຄະນະພັກເມືອງຍາດມາໄດ້ໃນໄລຍະ 9 ເດືອນ ຜ່ານມາ ພ້ອມນັ້ນສະຫາຍໄດ້ເນັ້ນໜັກໃຫ້ສືບຕໍ່ນໍາພາວຽກງານການເມືອງ-ແນວຄິດ ໃຫ້ຖັນແຖວຄະນະພັກ ສະມາຊິກພັກ-ພະນັກງານ ຕະຫຼອດປະຊາຊົນບັນດາເຜົ່າພາຍໃນເມືອງ ໃຫ້ມີຄວາມເປັນເອກະພາບກັບບັນດາມະຕິ ຄໍາສັ່ງທີ່ພັກ-ລັດວາງອອກ ຢຶດໝັ້ນ ແລະ ປະຕິບັດຕາມ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງ ແລະ ປັບປຸງພັກຢ່າງເຂັ້ມງວດ ເຮັດວຽກແບບລວມສູນປະຊາທິປະໄຕ ມີການແບ່ງວຽກໃຫ້ຄະນະສະມາຊິກພັກຢ່າງລະອຽດໃນການປະສານສົມທົບກັນຢ່າງກົມກຽວ ລະຫວ່າງສາຍຕັ້ງສາຍຂວາງ ແລະ ບັນດາຂະແໜງການພາຍໃນເມືອງ ຈົ່ງພ້ອມກັນນໍາເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ລົງໄປຜັນຂະຫຍາຍຢູ່ຂະແໜງການ ຫ້ອງການ ແລະ ທ້ອງຖິ່ນຂອງຕົນໃຫ້ປະກົດຜົນເປັນຈິງ.

# ຂ່າວ & ພາບ : ບຸນມີ

error: Content is protected !!