ຂໍທິດຊີ້ນໍາ ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII

    ວັນທີ 29 ຕຸລາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພ້ອມຄະນະ ເພື່ອຂໍທິດຊີ້ນໍາກ່ຽວກັບການຈັດຕັ້ງປະຕິບັດການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ແລະ ຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນ ຮອດປີ 2030 ໃຫ້ຕິດພັນກັບມະຕິ XI ຂອງພັກ ໂດຍສະເພາະ ການສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານ ຂອງຊາວໜຸ່ມ ເພື່ອຫັນເອົາກໍາລັງຊາວໜຸ່ມເຂົ້າໃນການປະຕິບັດວາລະແຫ່ງຊາດ ແລະ ບັນຫາຮີບຮ້ອນອື່ນໆຢູ່ນະຄອນຫຼວງວຽງຈັນ.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!