AEON ນໍາສະເໜີແອັບພລີເຄຊັນເທິງມືຖື ເພື່ອໃຫ້ລູກຄ້າຕິດຕາມຂ່າວສານ-ກວດສອບຂໍ້ມູນສິນເຊື່ອ ໄດ້ໄວຂຶ້ນ

  ປັດຈຸບັນ ເຕັກໂນໂລຊີ ໄດ້ເຂົ້າມາມີບົດບາດເພື່ອຊ່ວຍອຳນວຍຄວາມສະດວກໃນການດຳລົງຊີວິດປະຈຳວັນ ບໍລິສັດ ອີອອນ ບໍລິການ ເຊົ່າສິນເຊື່ອ (ລາວ) ຈຳກັດ ຈຶ່ງໄດ້ມີແນວທາງຫັນປ່ຽນໄປສູ່ລະບົບດີຈີຕອນ ແລະ ຕ້ອງການເພີ່ມຊ່ອງທາງໃນການບໍລິການແກ່ລູກຄ້າ ໂດຍມຸ່ງໝັ້ນສ້າງຜະລິດຕະພັນ ແລະ ການບໍລິການໃໝ່ໆ ເພື່ອສ້າງຄວາມສະດວກສະບາຍໃນການຕິດຕາມຂໍ້ມູນຈາກທາງບໍລິສັດ.

This image has an empty alt attribute; its file name is received_893049231328380-1024x633.jpeg

    ບໍລິສັດ ອີອອນ ບໍລິການ ເຊົ່າສິນເຊື່ອ (ລາວ) ຈຳກັດ ຈຶ່ງໄດ້ສ້າງແອັບພລີເຄຊັນ AEON LAO ເພື່ອເພີ່ມປະສົບການໃໝ່ໃນການນໍາໃຊ້ ແລະ ອໍານວຍຄວາມສະດວກໃນການກວດສອບຂໍ້ມູນສິນເຊື່ອໃຫ້ ລູກຄ້າ ເຊັ່ນ: ການຊອກຫາຂໍ້ມູນການໃຫ້ບໍລິການ ຂໍ້ມູນຊ່ອງທາງການຊຳລະ ການກວດສອບຂໍ້ມູນສິນເຊື່ອ ແລະ ປະຫວັດການຊໍາລະເງິນໄດ້ດ້ວຍຕົນເອງຜ່ານມືຖືໄດ້ທຸກທີ່ ທຸກເວລາ ນອກນີ້ ຍັງຈະມີສິດທິພິ ເສດຮູບແບບຕ່າງໆ ເທິງແອັບພລີເຄຊັນໃນອະນາຄົດອັນໃກ້ນີ້ ອີກດ້ວຍ.

    ແອັບພລີເຄຊັນ AEON LAO ພ້ອມໃຫ້ດາວໂຫຼດໄດ້ແລ້ວ ຜ່ານທາງ Play store ສຳລັບລະບົບ Android ແລະ App store ສຳລັບລະບົບ IOS ສຳລັບລູກຄ້າທີ່ມີສັນຍາຜ່ອນກັບທາງບໍລິສັດ ສາມາດລົງທະບຽນດ້ວຍເບີໂທລະສັບທີ່ລະບຸໃນສັນຍາ ເພື່ອກວດສອບຂໍ້ມູນສິນເຊື່ອດ້ວຍຕົນເອງ ສຳລັບບຸກຄົນທົ່ວໄປທີ່ຕ້ອງການຕິດຕາມຂໍ້ມູນຂ່າວສານ ສາມາດດາວໂຫຼດແອັບພລີເຄຊັນ ແລະ ເບິ່ງຂໍ້ມູນໄດ້ທັນທີ ໂດຍບໍ່ຈໍາເປັນຕ້ອງລົງທະບຽນ ສາມາດຕິດຕາມການເຄື່ອນໄຫວຂອງບໍລິສັດ ອີອອນ ບໍລິການ ເຊົ່າສິນເຊື່ອ (ລາວ) ຈໍາກັດ ໄດ້ທີ່ Facebook Page: AEON Lao ຫຼື ເວັບໄຊ www.aeonlao.com ແລະ ສອບຖາມຂໍ້ມູນເພີ່ມເຕີມ ໂທ: 1433. 

.# ຂ່າວ – ພາບ : ສະບາໄພ

error: Content is protected !!