ອາເມຣິກາ ສະໜັບສະໜູນການເຂົ້າເຖິງກົດໝາຍສໍາລັບຜູ້ດ້ອຍໂອກາດ

    ວັນທີ 28 ຕຸລາ 2021 ທີ່ສໍານັກງານສານປະຊາຊົນນະຄອນຫຼວງວຽງຈັນ ອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ຫຼື USAID ໄດ້ສະໜັບສະໜູນທຶນ ມູນຄ່າ 525 ລ້ານກວ່າກີບ ໃຫ້ແກ່ ສະພາທະນາຍຄວາມລາວ ໂດຍມີຜູ້ຕາງໜ້າອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ທ່ານ ໄມເຄິລ ຣອນນິ້ງ ແລະ ຜູ້ຕາງໜ້າຈາກກະຊວງຍຸຕິທໍາ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນການມອບ-ຮັບທຶນລະຫວ່າງ ທ່ານ ວໍລັດສະໝີ ສຸລິປະພັນ ຮອງປະທານສະພາທະນາຍຄວາມ ແລະ ທ່ານ ທອດ ວໍເຊວ ຜູ້ຕາງໜ້າມູນນິທິເອເຊຍ.

   ທຶນດັ່ງກ່າວນີ້ ເປັນສ່ວນຫນຶ່ງຂອງແຜນງານການຊ່ວຍເຫຼືອທາງດ້ານກົດໝາຍ ສະໜັບສະຫນູນໂດຍ ອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ທີ່ຈັດຕັ້ງປະຕິບັດໂດຍມູນນິທິເອເຊຍ ສະພາທະນາຍຄວາມລາວ   ຈະນໍາໃຊ້ທຶນນີ້ເພື່ອສືບຕໍ່ການດໍາເນີນງານຂອງຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ 17 ແຫ່ງ ຢູ່ນະຄອນຫຼວງວຽງຈັນ ຈໍາປາສັກ ສະຫວັນນະເຂດ ສາລະວັນ ຫຼວງພະບາງ ອຸດົມໄຊ ໄຊຍະບູລີ ແລະ ແຂວງວຽງຈັນ.

    ທ່ານ ໄມເຄິລ ໄດ້ເນັ້ນໃຫ້ເຫັນຄວາມສໍາຄັນຂອງການຮ່ວມມືກັບມູນນິທິເອເຊຍ ກະຊວງຍຸຕິທໍາ ແລະ ສະພາທະນາຍຄວາມລາວ ເພື່ອສົ່ງເສີມການເຂົ້າເຖິງຄວາມຍຸຕິທໍາຂອງປະຊາຊົນໃນ ສປປ ລາວ ທ່ານຍັງໄດ້ກ່າວວ່າ: ການສະໜັບສະໜູນທຶນດັ່ງກ່າວນີ້ ເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງສະຫະລັດອາເມຣິກາ ກັບລັດຖະບານແຫ່ງ ສປປ ລາວ ພາຍໃຕ້ກອບການເປັນຄູ່ຮ່ວມມືແບບກວມລວມລະຫວ່າງສອງປະເທດ ເພື່ອສົ່ງເສີມນະໂຍບາຍການສ້າງລັດທີ່ຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ໃນ ສປປ ລາວ ອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ມີຄວາມມຸ່ງໝັ້ນທີ່ຈະສືບຕໍ່ສະໜັບສະໜູນ ແລະ ຄຽງຄູ່ກັບລັດຖະບານລາວ.​

   ແຜນງານການຊ່ວຍເຫຼືອທາງດ້ານກົດໝາຍ ມີເປົ້າໝາຍຊ່ວຍລັດຖະບານລາວບັນລຸຕາມເປົ້າໝາຍ ດັ່ງລະບຸໄວ້ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແລະ ລວມທັງການສ້າງລັດທີ່ຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ມາຮອດປັດຈຸບັນ ອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ມູນນິທິເອເຊຍ ແລະ ສະພາທະນາຍຄວາມລາວ ໄດ້ເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ 17 ຫ້ອງການ ຊຶ່ງໄດ້ເຮັດໃຫ້ປະຊາຊົນຫຼາຍຄົນ ສາມາດເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍໂດຍບໍ່ເສຍຄ່າ  ນອກຈາກໂຄງການນີ້ ສ. ອາເມຣິກາ ຍັງມີການຮ່ວມມືກັບ ສປປ ລາວ ໃນອີກຫຼາຍຂະແໜງ ການ ເຊັ່ນ ສຶກສາ ສາທາລະນະສຸກ ແລະ ໂພຊະນາການ ສົ່ງເສີມການຄ້າ ແລະ ການລົງທຶນ ແລະ ການຕ້ານ ແລະ ສະກັດກັ້ນການຄ້າມະນຸດ ເປັນຕົ້ນ.

.# ຂ່າວ – ພາບ : ໄຊບັນດິດ

error: Content is protected !!