ງານຮັບຊົມບັນທຶກການນໍາສະເໜີລົດ Range Rover ຮູບໂສມໃໝ່

    ​ປີ 1948 Land Rover ເປັນທີ່ຈົດຈຳພາຍໃຕ້ຮູບແບບລົດ SUV ຫຼູຫຼາ ​ທົນ​ທານ ​ແລະ ​ມີບົດບາດສໍາຄັນທີ່ໂດດເດັ່ນໃນຕະຫຼາດໂລກ​ ນັບແຕ່ນັ້ນມາ Jaguar ກໍໄດ້ສ້າງເຄື່ອງໝາຍການຜະລິດລົດທີ່ສະ ຫງ່າງາມ ເປັນທີ່ຈັບຕາຂອງໃຜຫຼາຍໆຄົນ ຫຼາຍທົດສະວັດຜ່ານມາ ບໍລິສັດຍັກໃຫຍ່ຂອງທັງສອງ ໄດ້ລວມເຂົ້າກັນເປັນໜຶ່ງດຽວ ພາຍໃຕ້ຊື່ Jaguar Land Rover ໃນປີ 2013 ທີ່ກໍ່ໃຫ້ເກີດມີການພັດທະນາການອອກແບບປະສົມປະສານນະວັດຕະກຳ ແລະ ເຕັກໂນໂລຊີລໍ້າສະໄໝຢູ່ສະເໝີ ໂດຍມີສູນອອກແບບ 2 ແຫ່ງ ແລະ ໂຮງງານຜະລິດ 3 ແຫ່ງ ເຊິ່ງມີສໍານັກງານໃຫຍ່ຕັ້ງຢູ່ນະຄອນຫຼວງລອນດອນ ປະເທດອັງກິດ.

    ຈາກົວ ແລນໂຣເວີ ລາວ ເຊິ່ງເປັນຜູ້ນຳເຂົ້າ ແລະ ຕົວແທນຈຳໜ່າຍເປັນທາງການຂອງ ຈາກົວ ແລະ ແລນໂຣເວີ ໃນ ສປປ ລາວ  ໄດ້ສ້າງຕັ້ງຂຶ້ນປີ 2009 ພາຍໃຕ້ RMA Laos ໃນນະຄອນຫຼວງວຽງຈັນ ແລະ ຍັງຢູ່ພາຍໃຕ້ກຸ່ມ RMA ທີ່ຕັ້ງຢູ່ບາງກອກ ເຊິ່ງຈາກົວ ແລນໂຣເວີ ລາວ ຄອງສ່ວນແບ່ງຕະຫຼາດເປັນອັນດັບ 1 ໃນກຸ່ມຕະຫຼາດລົດຫຼູຢູ່ໃນ ສປປ ລາວ ໂດຍມີທີມງານທີ່ມີຄວາມຮູ້ຄວາມສາມາດ ໃຫ້ຄໍາແນະນໍາ ແລະ ເຄື່ອງມືທີ່ໄດ້ມາດຕະຖານຕາມຜູ້ຜະລິດ ຈາກົວ ແລນໂຣເວີ ແລະ ໃຫ້ບໍລິການດ້ານການຂາຍ ແລະ ຫຼັງການຂາຍຢ່າງເຕັມຮູບແບບ ມີການຮັບປະກັນ ແລະ ການສ້ອມແປງດ້ວຍອາໄຫຼ່ຂອງແທ້ຈາກໂຮງງານ ຕາມມາດຕະຖານຜູ້ຜະລິດ.

    Land Rover ໄດ້ຜະລິດລົດຄັນທໍາອິດ ປີ 1970 ເປັນຕົ້ນມາ ໂດຍມີການພັດທະນາດ້ານໂຄງສ້າງ ນະວັດຕະກຳຕ່າງໆ ລວມທັງເຕັກໂນໂລຊີເປັນເວລາຫຼາຍກວ່າ 50 ປິ ແລະ ໃນປີ 2021 Land Rover ໄດ້ນໍາສະເໜີລົດ Range Rover ຮູບໂສມໃໝ່ທີ່ Opera House ເມືອງລອນດອນ ປະເທດອັງກິດ ເຊິ່ງ ຈາກົວ ແລນໂຣເວີ ລາວ ກໍໄດ້ຈັດການຮັບຊົມບັນທຶກການຖ່າຍທອດສົດການນໍາສະເໜີລົດ Range Rover ຮູບໂສມໃໝ່ ໂດຍຈຳກັດແຂກທີ່ເຂົ້າຮ່ວມ ພາຍໃຕ້ການຮັກສາໄລຍະຫ່າງ ແລະ ມາດ ຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ຂຶ້ນໃນວັນທີ 27 ຕຸລາ 2021 ຢູ່ໂຮງແຮມຄຣາວ ພລາຊາ.

    ສຳລັບລົດ Range Rover ຮູບໂສມໃໝ່ ຈະປະກາດການນໍາສະເໜີເປັນທາງການຢູ່ລາວ ໃນປີ 2022 ເຊິ່ງຈະເປັນການປ່ຽນແປງຄັ້ງຍິ່ງໃຫຍ່ເທົ່າທີ່ເຄີຍມີມາ ໂດຍການເພີ່ມຄວາມຫຼູຫຼາ ປານີດ ແບບພິ ເສດ ການອອກແບບທັງພາຍໃນ ແລະ ພາຍນອກທີ່ແຕກຕ່າງ ທັນສະໄໝ ເພີ່ມຄຸນສົມບັດດ້ານເຕັກໂນໂລຊີໃນການຂັບຂີ່ສະດວກສະບາຍຂຶ້ນກວ່າເກົ່າ ລະບົບເຄື່ອງຈັກຕ່າງໆທີ່ຖືວ່າການປ່ຽນຮູບໂສມຄັ້ງນີ້ ຈະຍົກລະດັບທີ່ເໜືອກວ່າຮຸ່ນກ່ອນໆເທົ່າທີ່ເຄີຍມີມາ ເຊິ່ງບັນດາທ່ານສາມາດຕິດຕາມຂໍ້ມູນເຕັມໄດ້ທີ່ການນໍາສະເໜີລົດໃນລາວ ປີ 2022 ເພື່ອພົບກັບລົດ SUV ແນວໜ້າສຸດຫຼູນີ້ໄປພ້ອມໆກັນ.

                                        .

.# ຂ່າວ – ພາບ : ສະບາໄພ

error: Content is protected !!