ເມືອງທ່າແຂກ ສືບຕໍ່ເພີ່ມທະວີຄວາມເຂັ້ມງວດໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19

    ໃນຕອນເຊົ້າວັນທີ 27 ຕຸລາ 2021 ຢູ່ທີ່ສະໂມສອນຫ້ອງວ່າການເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ເປີດກອງປະຊຸມປຶກສາຫາລື ແລະ ວາງແຜນວ່າດ້ວຍການສືບຕໍ່ເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຂັ້ນເມືອງ ໂດຍການເປັນປະທານຂອງທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງໆທ່າແຂກ ມີບັນດາທ່ານໃນຄະນະປະຈຳພັກເມືອງ ກຳມະການພັກເມືອງ ຫົວໜ້າຫ້ອງການອ້ອມຂ້າງເມືອງ ເລຂາຄະນະພັກຮາກຖານເຂດ ຄະນະແກ້ໄຂປະກົດການຫຍໍ້ທໍ້ ຕິດພັນກັບການກໍ່ສ້າງຮາກຖານການເມືອງ 7 ເຂດ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.

    ທ່ານ ລໍາພອນ ຍໍຂັນທອນ ຮອງຫົວໜ້າຫ້ອງການພາຍໃນເມືອງ ( ຄະນະກໍາມະການກອງເລຂາຂັ້ນເມືອງ) ໄດ້ຜ່ານຄໍາສັ່ງວ່າດ້ວຍການສືບຕໍ່ເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດມາດຕະການ, ປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍອີງຕາມຄໍາສັ່ງຂອງເຈົ້າເມືອງໆທ່າແຂກ ເລກທີ 06/ຈມ.ທຂ ລົງວັນທີ 27 ຕຸລາ 2021 ວ່າດ້ວຍການສືບຕໍ່ເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍມາດຕະການສືບຕໍ່ຈັດຕັ້ງປະຕິບັດຄື: ສືບຕໍ່ປິດການເດີນທາງເຂົ້າ-ອອກ ເມືອງທ່າແຂກເປັນເວລາ 14 ວັນ ນັບແຕ່ວັນທີ 26 ຕຸລາ ເຖິງວັນທີ 08 ພະຈິກ 2021 ຫ້າມບຸກຄົນ ນິຕິບຸກຄົນທີ່ຢູ່ເມືອງອື່ນ ເດີນທາງເຂົ້າມາເມືອງທ່າແຂກໃນໄລຍະນີ້ໂດຍເດັດຂາດ (ຍົກເວັ້ນເມືອງທີ່ບໍ່ໄດ້ມີການແຜ່ລະບາດ)ຖ້າມີຄວາມຈໍາເປັນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂອງເມືອງ ມີໃບຢັ້ງຢືນການສັກວັກຊີນຄົບໂດສ໌ ແລະ ໜັງສືຈາກການຈັດຕັ້ງບ່ອນຢູ່ຕົ້ນທາງ ຫ້າມບຸກຄົນ ນິຕິບຸກຄົນພາຍໃນເມືອງທ່າແຂກເດີນທາງໄປຕ່າງແຂວງ ແລະ ອອກໄປຕ່າງເມືອງພາຍໃນແຂວງ ໂດຍສະເພາະແມ່ນໄປເມືອງທີ່ມີການຕິດເຊື້ອໃນຊຸມຊົນຢ່າງເດັດຂາດ ຍົກເວັ້ນຜູ້ທີ່ໄດ້ຮັບການແຕ່ງຕັ້ງມອບໝາຍໄປເຮັດວຽກທາງລັດຖະການ ຫຼື ຜູ້ທີ່ໄດ້ຮັບອະນຸຍາດຈາກສະເພາະກິດຂັ້ນເມືອງ ສຳລັບປະຊາຊົນ ພະນັກງານ ທະຫານ ຕຳຫຼວດພາຍໃນເມືອງທີ່ບໍ່ມີຜູ້ຕິດເຊື້ອໃນຊຸມຊົນ ອະນຸຍາດໃຫ້ເດີນທາງໄປ-ມາພາຍໃນເມືອງຂອງຕົນໄດ້ ແຕ່ຕ້ອງປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ຢ່າງເຄັ່ງຄັດ ຫ້າມລົດຂົນສົ່ງສິນຄ້າລົດໂດຍສານ ລົດສ່ວນບຸກຄົນ ທີ່ເດີນທາງຜ່ານເມືອງທ່າແຂກ ຈອດເອົາຄົນຂຶ້ນ-ລົງໂດຍເດັດຂາດ ຖ້າມີການລະເມີດ ມອບໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງປະຕິບັດມາດຕະການທາງກົດໝາຍຢ່າງເຂັ້ມງວດໂດຍບໍ່ມີກໍລະນີຍົກເວັ້ນໃດໆ ແລະ ພ້ອມດ້ວຍມາດຕະການອື່ນໆອີກ ເຊິ່ງໃນໄລຍະຜ່ານມາ ການຕິດຕາມ ແລະ ປະເມີນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງທ່າແຂກ ເຫັນວ່າຈຳນວນຜູ້ຕິດເຊື້ອຈາກການນຳເຂົ້າ ແລະ ຢູ່ຊຸມຊົນບັນດາບ້ານໄດ້ມີການຫຼຸດລົງ ສະນັ້ນ ຈື່ງມີຄວາມຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດມາດຕະການປ້ອງກັນ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ມີການແຜ່ເຊື້ອເພີ່ມຂຶ້ນໄປສູ່ວົງກວ້າງອີກ.

    ກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມກໍໄດ້ປະກອບຄຳຄິດເຫັນຕໍ່ມາດຕະການສືບຕໍ່ຈັດຕັ້ງປະຕິບັດ ແລະ ມາດຕະການຜ່ອນຜັນເພື່ອໃຫ້ສອດຄ່ອງ ແລະ ໜັກແໜ້ນຂຶ້ນກວ່າເກົ່າ.

                                      .

.# ຂ່າວ – ພາບ : ສີພອນ

error: Content is protected !!