ໃຫ້ຄວາມຮູ້ ເພື່ອການໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ

    ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບສະຖານທູດຍີ່ປຸ່ນປະຈໍາລາວ ຈັດງານພົບປະເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ຄັ້ງທີ 13 ປະຈຳປີ 2021 ຈັດຂຶ້ນວັນທີ 27 ຕຸລາ 2021 ໃນຮູບແບບອອນລາຍ ໂດຍມີທ່ານ ຮສຈ ປອ ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ ທ່ານ ປອ ພອນແກ້ວ ຈັນທະມະລີ ຮັກສາການຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ພ້ອມດ້ວຍຜູ້ຕາງໜ້າຈາກສະຖານ ທູດຍີ່ປຸ່ນ ປະຈຳລາວ ສະມາຄົມອະດີດນັກສຶກສາລາວທີ່ຈົບຈາກປະເທດຍີ່ປຸ່ນ ຄະນະບໍດີ ຫົວໜ້າຫ້ອງການ ຄູ-ອາຈານ ແລະ ນັກສຶກສາຈາກ ມຊ ວິທະຍາໄລເອກະຊົນ ໂຮງຮຽນມັດທະຍົມສົມບູນ ໂຮງ ຮຽນມັດທະຍົມຕອນຕົ້ນ-ປາຍ ແລະ 10 ມະຫາວິທະຍາໄລຈາກປະເທດຍີ່ປຸ່ນ ເຂົ້າຮ່ວມ.

    ງານພົບປະເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນຄັ້ງນີ້ ໄດ້ຮັບຟັງການນໍາສະເໜີກ່ຽວກັບທຶນການສຶກສາຂອງລັດຖະບານຍີ່ປຸ່ນ ຈາກຜູ້ຕາງໜ້າສະຖານທູດຍີ່ປຸ່ນປະຈໍາລາວ ພ້ອມທັງການນໍາສະເໜີຂໍ້ມູນການສຶກສາຂອງ 10 ມະຫາວິທະຍາໄລຈາກປະເທດຍີ່ປຸ່ນ ຈາກນັ້ນ ກໍໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມສອບຖາມຂໍ້ມູນຕ່າງໆທີ່ໃຫ້ຄວາມສົນໃຈກັບອາຈານບັນດາມະຫາວິທະຍາໄລຍີ່ປຸ່ນໂດຍກົງ ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ທັງເປັນການສົ່ງເສີມ ແລະ ສະໜັບສະໜູນໃຫ້ຄູ-ອາຈານ ນັກສຶກສາ ແລະ ນັກຮຽນ ໄດ້ເຂົ້າເຖິງຂໍ້ມູນທີ່ຈໍາເປັນ ເພື່ອກະກຽມໄປຮຽນຕໍ່ຢູ່ຕ່າງປະເທດ ໂດຍສະເພາະຢູ່ປະເທດຍີ່ປຸ່ນໄດ້ຢ່າງມີປະສິດທິຜົນ.

    ທ່ານ ຮສຈ ປອ ອຸດົມ ພອນຄໍາເພັງ ກ່າວວ່າ: ການສຶກສາ ເປັນສິ່ງທີ່ສໍາຄັນ ປະເທດໃດບໍ່ມີການພັດທະນາດ້ານການສຶກສາ ປະເທດນັ້ນຈະບໍ່ມີການພັດທະນາໃຫ້ກ້າວໜ້າເຖິງຂີດສູງສຸດໄດ້ ການຈັດງານຄັ້ງນີ້ ຈຶ່ງມີຄວາມສໍາຄັນຫຼາຍ ຕໍ່ບັນດາຜູ້ຊອກຮູ້ຮໍ່າຮຽນ ຜູ້ທີ່ຕ້ອງການໄປຮຽນຕໍ່ຢູ່ປະເທດຍີ່ປຸ່ນ ຢາກໃຫ້ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ຮັບຜົນດີ ຕ້ອງໃຫ້ຂໍ້ມູນຂ່າວສານນີ້ກະຈາຍໄປຢ່າງທົ່ວເຖິງ ເຮັດໃຫ້ນັກຮຽນ-ນັກສຶກສາຢູ່ສະຖາບັນການສຶກສາຕ່າງໆໄດ້ຮັບຮູ້ຢ່າງກວ້າງຂວາງ ເຖິງຈະພົບຄວາມຫຍຸ້ງຍາກ ໂດຍສະເພາະ ການແຜ່ລະບາດຂອງພະຍາດໂຄວິດ-19 ຫຼືອື່ນໆກໍຕາມ ແຕ່ພວກເຮົາກໍໄດ້ສຸມໃສ່ຊອກຫາທຸກວິທີທາງເພື່ອແກ້ໄຂ ແລະ ເຮັດໃຫ້ວຽກງານການສຶກສາ ກໍຄືການຮຽນ-ການສອນສາມາດດໍາເນີນໄປຢ່າງມີຄວາມສະດວກຢູ່ສະເໝີ ປັດຈຸບັນ ສະພາບການສຶກສາຮໍ່າຮຽນດ້ານໄອຊີທີ ຫຼື ຂໍ້ມູນການສຶກດ້ານເອເລັກໂຕຣນິກ ເປັນສິ່ງທີ່ສໍາຄັນ ການຖ່າຍທອດຄວາມຮູ້ດັ່ງກ່າວ ແມ່ນຖ່າຍທອດໂດຍອີງໃສ່ເງື່ອນໄຂທີ່ເໝາະສົມຂອງແຕ່ລະປະເທດ ໃນນີ້ ສປປ ລາວ ກໍໄດ້ສຸມໃສ່ການຮຽນ-ການສອນແບບອອນລາຍ ບວກກັບການຮໍ່າຮຽນແບບປະສົມປະສານຫຼາຍຢ່າງຮ່ວມກັນ ໂດຍສະເພາະ ວິຊາສະເພາະທີ່ກ່ຽວຂ້ອງກັບເຕັກນິກວິທະຍາສາດ ວິຊາສະເພາະກ່ຽວກັບການລົງພາກປະຕິບັດຕົວຈິງ ແລະ ອື່ນໆ ເຊິ່ງມີຄວາມຈໍາເປັນທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດໄປເລື້ອຍໆ.                                       

.

.# ຂ່າວ – ພາບ : ສະບາໄພ

error: Content is protected !!