ມອບ-ຮັບລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ສໍາພາວຸດທີ່ປອດທາດແຕກ ເພື່ອນໍາໃຊ້ວາງສະແດງ

    ພິທີມອບ-ຮັບລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ສໍາພາວຸດທີ່ປອດທາດແຕກ ລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກັບກະຊວງປ້ອງກັນປະເທດ ຈັດຂຶ້ນວັນທີ 28 ຕຸລາ 2021 ທີ່ຫໍພິພິຕະພັນກອງທັບ ໂດຍການກ່າວມອບຂອງທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ກ່າວຮັບຂອງທ່ານ ພົນຈັດຕະວາ ບຸນທອນ ສິດສຸວົງ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ມີທ່ານ ນາງ ຄໍາໃບ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ການມອບລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ສໍາພາວຸດທີ່ປອດທາດຄັ້ງນີ້ ເພື່ອນໍາໃຊ້ເຂົ້າໃນການວາງສະ ແດງໃນຫໍພິທິທະພັນກອງທັບ ກໍຄືການສຶກສາຮຽນຮູ້ ປູກຈິດສໍານຶກກ່ຽວກັບການຕໍ່່ສູ້ອັນພິລາດອາດຫານຂອງກອງທັບປະຊາຊົນປະຕິວັດລາວ ປະກອບມີ ບົ່ມໃຫຍ່ຖິ້ມຈາກຍົນ M 117 ຂະໜາດ 750 ປອນ ຈໍານວນ 3 ໜ່ວຍ ບົ່ມໃຫຍ່ຖິ້ມຈາກຍົນ MK 82 ຂະໜາດ 500 ປອນ ຈໍານວນ 6 ໜ່ວຍ ບົ່ມໃຫຍ່ຖິ້ມຈາກຍົນ MK 81 ຂະໜາດ 250 ປອນ 1 ໜ່ວຍ ບົ່ມໃຫຍ່ຖິ້ມຈາກຍົນ MK 84 ຂະໜາດ 2000 ປອນ 1 ໜ່ວຍ ບົ່ມໃຫຍ່ຖິ້ມຈາກຍົນຂະໜາດ 20 ປອນ 2 ໜ່ວຍ ບົ່ມໃຫຍ່ຖິ້ມຈາກຍົນ ຂະໜາດ 3000 ປອນ ຈໍານວນ 1 ໜ່ວຍ ແລະ ເຟີຫາງບົ່ມໃຫຍ່ຖິ້ມຈາກຍົນ ຂະໜາດ 500 ປອນ 1 ລາຍການ ນອກນີ້ຍັງມີ ບົ່ມບີ່ 26 ຈໍານວນ 25 ໜ່ວຍ ບົ່ມບີ່ BLU 3b ຈໍານວນ 3 ໜ່ວຍ ບົ່ມບີ່ BLU 63 ຈໍານວນ 2 ໜ່ວຍ ບົ່ມບີ່ BLU 42 ຈໍານວນ 1 ລູກ ບົ່ມບີ່ BLU 24 ຈໍານວນ 2 ລູກ ລາງຫຸ້ມເກາະລະເບີດ Cluster SUU 30/B ຈໍານວນ 01 ລາງ ລູກປືນຄົກ 60 ມມ ຈໍານວນ 2 ລູກ ລູກປືນຄົກ 81 ມມ 2 ລູກ ລູກປືນໃຫຍ່ Artillery 57 mm HE Frag 57 mm 1 ລູກ ລູກຈະຫຼວດ Rocket 3,5 ນີ້ວ 1 ລູກ ລູກຈະຫຼວດ Rocket 66 mm 1 ລູກ ສໍາພາວຸດອື່ນໆ 14 ລາຍການ ນອກນີ້ ຍັງໄດ້ມອບຂໍ້ມູນທີ່ຄໍາຄັນ ແລະ ຈໍາເປັນຈໍານວນໜຶ່ງ ເຊັ່ນ: ແຜນທີ່ການຖິ້ມລະເບີດ ແຜ່ນປ້າຍໂຄສະນາກ່ຽວກັບລະເບີດລູກຫວ່ານ ແຜນທີ່ປະຕິບັດງານຂອງອົງການປະຕິບັດງານເພື່ອມະນຸດສະທໍາ ແກ້ໄຂບັນຫາລະເບີດບໍ່ທັນແຕກ ແຜ່ນປ້າຍໂຄສະນາສຶກສາຄວາມສ່ຽງໄພຈາກລູກລະເບີດບໍ່ທັນແຕກ ຮູບພາບກ່ຽວກັບລະເບີດບໍ່ທັນແຕກ ແລະ ການເຄື່ອນໄຫວແແກ້ໄຂລະເບີດບໍ່ທັນແຕກ ພີມວີດີໂອກ່ຽວກັບການສົ່ງເສີມການແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ຂໍ້ມູນກ່ຽວກັບການຖິ້ມລະເບີດ.

.

.# ຂ່າວ – ພາບ : ຂັນທະວີ

error: Content is protected !!