ວັນທີ 27 ຕຸລາ 2021 ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ຈັດພິທີປະກາດການຈັດຕັ້ງໂຮງຮຽນ ມສ ວຽງຈັນ ເປັນປະທານຂອງທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ທ່ານ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ອຳນາດການປົກຄອງ ພະນັກງານຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເພື່ອປະຕິບັດຕາມຄຳສັ່ງຂອງຂັ້ນເທິງ ໃນການຊັບຊ້ອນຕຳແໜ່ງງານໃຫ້ສອດຄ່ອງເໝາະສົມ ໄດ້ ແຕ່ງຕັ້ງທ່ານ ທອງພັນ ອຸໄລທອນ ເປັນຜູ້ອໍານວຍການໂຮງຮຽນ ມສ ວຽງຈັນ ແລະ ທ່ານ ນາງ ສຸກັນດາ ສາລິນທະວົງ ເປັນຮອງຜູ້ອໍານວຍການໂຮງຮຽນ ມສ ວຽງຈັນ ເຊິ່ງປັດຈຸບັນ ໂຮງຮຽນ ມສ ວຽງຈັນ ມີຮອງຜູ້ອຳນວຍການ 4 ທ່ານ ໂດຍມີການແບ່ງຄວາມຮັບຜິດຊອບແຕ່ລະທ່ານ ຄື:

- ທ່ານ ທອງພັນ ອຸໄລທອນ ຮັບຜິດຊອບລວມ
- ທ່ານ ນາງ ປະທຸມພອນ ພິມປະໄພ ຮອງຜູ້ທີ 1 ຮັບຜິດຊອບວຽກງານຄຸ້ມຄອງນັກຮຽນ ແລະ ກິດຈະກຳ
- ທ່ານ ນາງ ມະນີວອນ ພະໄຊຍະວົງ ຮອງຜູ້ທີ 2 ຮັບຜິດຊອບວຽກງານວິຊາການ
- ທ່ານ ແສງເພັດ ບຸດສະບາປະເສີດ ຮອງຜູ້ທີ 3 ຮັບຜິດຊອບວຽກງານບໍລິຫານ
- ແລະ ທ່ານ ນາງ ສຸກັນດາ ສາລິນທະວົງ ຮອງຜູ້ທີ 4 ຮັບຜິດຊອບ ວງກງານຂໍ້ມູນຂ່າວສານ ແລະ ຫ້ອງສອງພາສາ (ຫ້ອງບີແລັງ).
.# ຂ່າວ – ພາບ : ບຸນມີ