ປັດຈຸບັນ ການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຍັງມີຜູ້ຕິດເຊື້ອສູງໃນແຕ່ລະວັນ

    ທ່ານ ດຣ ນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ຖະແຫຼງໃນວັນທີ 28 ຕຸລາ 2021 ໃຫ້ຮູ້ວ່າ ວັນທີ 27 ຕຸລາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5.597 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 530 ຄົນ ຕິດເຊື້ອພາຍໃນ 528 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ. 

    ສຳລັບການຕິດເຊືື້ອພາຍໃນໃໝ່ທັງໝົດ 528 ຄົນ ຈາກ 12 ແຂວງຄື 

  • ນະຄອນຫຼວງວຽງຈັນ 306 ຄົນ ມາຈາກ 126 ບ້ານ ໃນ 8 ເມືອງ ໃນນັ້ນເມືອງຈັນທະບູລີ ມີ 15 ບ້ານ 27 ຄົນ ສີໂຄດຕະບອງ ມີ 27 ບ້ານ 54 ຄົນ ໄຊເສດຖາ 20 ບ້ານ 42 ຄົນ ແລະ ສະຖານທີ່ຄຸມຂັງ 4 ຄົນ ສີສັດຕະນາກມີ 18 ບ້ານ 68 ຄົນ ນາຊາຍທອງ 13 ບ້ານ 23 ຄົນ ໄຊທານີ 20 ບ້ານ 35 ຄົນ ຫາດຊາຍຟອງ ມີ 10 ບ້ານ 30 ຄົນ ສັງທອງ ມີ 3 ບ້ານ 14 ຄົນ ຍັງສືບຕໍ່ເກັບກຳຂໍ້ມູນ 9 ຄົນ 
  • ບໍ່ແກ້ວ ມີ 82 ຄົນ ໃນ 12 ບ້ານ ແລະ 2 ເມືອງ 
  • ຫຼວງພະບາງ ມີ 44 ຄົນ 24 ບ້ານ 6 ເມືອງ 
  • ຄໍາມ່ວນມີ 30 ຄົນ 7 ບ້ານ 1 ເມືອງ 
  • ໄຊສົມບູນ 21 ຄົນ 2 ບ້ານ ແລະ 2 ເມືອງ 
  • ຈໍາປາສັກ 13 ຄົນ 9 ບ້ານ 3 ເມືອງ 
  • ວຽງຈັນ 10 ຄົນ ໃນ 9 ບ້ານ 3 ເມືອງ 
  • ບໍລິຄໍາໄຊ 11 ຄົນ 3 ບ້ານ 3 ເມືອງ 
  • ອຸດົມໄຊ 2 ຄົນ 2 ບ້ານ 1 ເມືອງ
  • ສະຫວັນນະເຂດ 6 ຄົນ ໃນ 6 ບ້ານ 3 ເມືອງ 
  • ເຊກອງ 2 ຄົນ ໃນ 2 ບ້ານ 2 ເມືອງ 
  • ຜົ້ງລາລີ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ. 

    ປັດຈຸບັນທົ່ວປະເທດມີຜູ້ຕິດເຊື້ອສະສົມ 38.281 ຄົນ ເສຍຊີວິດສະສົມ 59 ຄົນ ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານມີ 759 ຄົນ ກໍາລັງປິ່ນປົວ 6.777 ຄົນ ໃນແຕ່ລະວັນຍັງມີຜູ້ເດີນທາງເຂົ້າມາ ສປປ ລາວ ຕາມດ່ານຜ່ານແດນສາກົນຈຳນວນຫຼາຍ ວັນທີ 27 ມີ 1.907 ຄົນ ທຸກຄົນເດີນທາງເຂົ້າມາ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວີດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບກໍານົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້ ຮອດປັດຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 55 ໂຮງແຮມ ມີຜູ້ຈຳກັດບໍລິເວນທັງໝົດ 5.029 ຄົນ (ສູນ 3.062 ຄົນ ແລະ ໂຮງແຮມ 1.967 ຄົນ).

.# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!