ກຸ່ມແມ່ຍິງນັກການທູດອາຊຽນ-ແມ່ຍິງກະຊວງການຕ່າງປະເທດ ປະກອບສ່ວນໂຄງການປັນນໍ້າໃຈເພື່ອຜູ້ປະຈັນບານ ຕ້ານການລະບາດພະຍາດໂຄວິດ-19

    ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ໂດຍສະເພາະ ໂຄງການປັນນໍ້າໃຈເພື່ອຜູ້ປະຈັນບານຕ້ານການລະບາດພະຍາດໂຄວິດ-19 ສະນັ້ນ ວັນທີ 25 ຕຸລາ 2021 ກຸ່ມແມ່ຍິງນັກການທູດອາຊຽນທີ່ນະຄອນຫຼວງວຽງ ໂດຍສົມທົບກັບສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ອາລຸນີ ກົມມະສິດ ປະທານກິດຕິມະສັກກຸ່ມແມ່ຍິງນັກການທູດອາຊຽນ ທີ່ນະຄອນຫຼວງວຽງຈັນ ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ພັນລະຍາທ່ານລັດຖະມົນຕີກະຊວງການຕ່າງປະເທດ ມອບເງິນຊ່ວຍເຫຼືອຈໍານວນ 32 ລ້ານກີບ ໃຫ້ແກ່ ອົງການປົກຄອງນະຄອນຫຼວງວຽງຈັນ ຕາງໜ້າຮັບຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຂອບໃຈມາຍັງກຸ່ມແມ່ຍິງນັກການທູດອາຊຽນທີ່ນະຄອນຫຼວງວຽງຈັນ ແລະ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ກໍຄືບັນດາສະມາຊິກ ແລະ ສະຖານທູດອາຊຽນປະຈໍາ ສປປ ລາວ ທີ່ໄດ້ປະກອບສ່ວນສົມທົບທຶນເພື່ອສະໜັບສະໜູນທາງດ້ານສະບຽງອາຫານໃຫ້ແກ່ຄະນະສະເພາະກິດ ແລະ ພະນັກງານດ່ານໜ້າໃນການປະຕິບັດໜ້າທີ່ວຽກງານເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ພ້ອມທັງໄດ້ຝາກສະແດງຄວາມຊົມເຊີຍໄປຍັງຄະນະພັກ-ຄະນະນຳກະຊວງການຕ່າງປະເທດມາໃນໂອກາດນີ້ດ້ວຍ.

    ກຸ່ມແມ່ຍິງນັກການທູດອາຊຽນທີ່ນະຄອນຫຼວງວຽງຈັນ ສ້າງຕັ້ງຂຶ້ນໃນປີ 2016 ຈຸດປະສົງເພື່ອສົ່ງເສີມຄວາມສາມັກຄີໃນອາຊຽນ ການຮ່ວມມື ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງສະມາຄົມແມ່ຍິງອາຊຽນທີ່ນະຄອນຫລວງວຽງຈັນ ດ້ວຍການແລກປ່ຽນທາງດ້ານວັດທະນະທຳ ແລະ ສັງຄົມລະຫວ່າງສະມາຊິກ ໂດຍຜ່ານການຈັດກິດຈະກຳຕ່າງໆຮ່ວມກັນເຊັ່ນ: ການໄປແລກປ່ຽນວັດທະນະທຳຂອງແຕ່ລະປະເທດສະມາຊິກໃນກຸ່ມ ຈັດງານລ້ຽງນ້ຳຊາພົບປະສ້າງສັນ ແລະ ແລກປ່ຽນວັດທະນະທຳປະຈຳປີຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ນັກການທູດຍິງ ແລະ ທຸຕານຸທູດເພດຍິງ ຈາກບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ນອກຈາກນັ້ນ ຍັງໄດ້ຈັດກິດຈະກຳເພື່ອປະກອບສ່ວນຊ່ວຍເຫຼືອສັງຄົມ ເປັນຕົ້ນແມ່ນການລະດົມທຶນຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍຜູ້ທຸກຍາກທີ່ຢູ່ຫ່າງໄກສອກຫຼີກ ແລະ ອື່ນໆ.

.

# ຂ່າວ & ພາບ : ຂັນທະວີ

error: Content is protected !!