ພິທີຊົມເຊີຍວັນສ້າງຕັ້ງບໍລິສັດ ມະຫະທຶນເຊົ່າສິນເຊື່ອມະຫາຊົນ ຄົບຮອບ 10 ປີ (2/9/2011-2/9/2021) ແລະ ແນະນໍາຜະລິດຕະພັນໃໝ່ໂມບາຍແອັບພລີເຄເຊີນເອັມຮັກ (M Huk) ຜ່ານທາງອອນລາຍ ຈັດຂຶ້ນວັນທີ 25 ຕຸລາ 2021 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ມີທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ຜູ້ຕາງໜ້າບັນດາກົມກ່ຽວຂ້ອງທະນາຄານແຫ່ງ ສປປ ລາວ ທ່ານ ຊາຄຣິດ ນັກສອນ ປະທານສະພາບໍລິຫານບໍລິສັດ ມະຫະທຶນເຊົ່າສິນເຊື່ອມະຫາຊົນ ພ້ອມດ້ວຍຄະນະຜູ້ບໍລິຫານຂອງບໍລິສັດທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ທ່ານ ມານົບ ຕຣີລິດວິໄລ ສະມາຊິກສະພາບໍລິຫານ ຜູ້ອຳນວຍການໃຫຍ່ບໍລິສັດ ມະຫະທຶນເຊົ່າສິນເຊື່ອມະຫາຊົນ ໄດ້ກ່າວວ່າ: ບໍລິສັດສ້າງຕັ້ງວັນທີ 2 ກັນຍາ 2011 ດຳເນີນທຸລະກິດກ່ຽວກັບບໍລິການເຊົ່າສິນເຊື່ອສັງຫາສິມະຊັບໃນລາວ ໄລຍະທຳອິດໃຫ້ບໍລິການເຊົ່າສິນເຊື່ອສຳລັບລົດຈັກໃໝ່ໃນພື້ນທີ່ນະຄອນຫຼວງວຽງຈັນ ປີ 2014 ໄດ້ເພີ່ມຜະລິດຕະພັນໃຫ້ສິນເຊື່ອລົດຈັກທີ່ໃຊ້ແລ້ວ ຫຼື ຈຳນຳທະບຽນ ປີ 2018 ໄດ້ສ້າງຕັ້ງສາຂາທຳອິດຢູ່ແຂວງສະຫວັນນະເຂດ ແລະ ບໍລິສັດໄດ້ເລີ່ມໃຫ້ບໍລິການເຊົ່າສິນເຊື່ອສຳລັບອຸປະກອນການຜະລິດກະສິກຳເລີ່ມຕົ້ນຈາກລົດໄຖນາປະເພດເດີນຕາມ ປີ 2020 ທົ່ວໂລກໄດ້ພົບກັບວິກິດພະຍາດໂຄວິດ-19 ບໍລິສັດຈຶ່ງໄດ້ອອກຜະລິດຕະພັນໃໝ່ໃຫ້ບໍລິການເຊົ່າສິນເຊື່ອໃໝ່ສຳລັບລົດໃຫຍ່ທີ່ໃຊ້ແລ່້ວ ຫຼື ຈຳນຳທະບຽນລົດໃຫຍ່ ເພື່ອເພີ່ມຫຼາກຫຼາຍຜະລິດຕະພັນເປັນທາງເລືອກໃຫ້ລູກຄ້າ ແລະ ທ້າຍປີ 2021 ບໍລິສັດມີແຜນຂະຫຍາຍສາຂາຢູ່ແຂວງຄຳມ່ວນ.

ສໍາລັບຜະລິດຕະພັນໃໝ່ຂອງບໍລິສັດໂມບາຍແອັບພລີເຄເຊີນ M Huk ຈະສ້າງຊ່ອງທາງການຕະຫຼາດ ແລະ ອຳນວຍຄວາມສະດວກໃຫ້ລູກຄ້າຕະຫຼອດຮອດຮ້ານຄ້າພັນທະມິດຂອງບໍລິສັດ ໂດຍ M Huk ເປັນແອັບໃນໂທລະສັບມືຖືທີ່ຜູ້ໃຊ້ສາມາດດາວໂຫຼດໄດ້ທັງລະບົບປະຕິການ Android ແລະ IOS ໂດຍແອັບນີ້ມີຈຸດປະສົງເພື່ອນຳເອົາເຕັກໂນໂລຊີການສື່ສານສະໄໝໃໝ່ ແລະ ທັນສະໄໝມາໃຊ້ໃນການເຮັດວຽກເພື່ອອຳນວຍຄວາມສະດວກໃຫ້ລູກຄ້າ ຮ້ານຄ້າພັນທະມິດ ແລະ ຜູ້ກ່ຽວຂ້ອງທຸກຝ່າຍ ເພື່ອກ້າວເຂົ້າສູ່ໂລກຂອງການຕະຫຼາດສະໄໝໃໝ່ ທີ່ຈະໃຫ້ການຊື້ຂາຍສາມາດເຮັດໄດ້ 24 ຊົ່ວໂມງ ໂດຍບໍ່ມີວັນພັກ ແລະ ສາມາດເຮັດໄດ້ທຸກບ່ອນ ສ້າງໂອກາດໃຫ້ຮ້ານຄ້າພັນທະມິດເພື່ອຊ່ອງທາງການຂາຍສູ່ໂລກອອນລາຍ ແລະ ຫຼຸດຜ່ອນການເດີນທາງຂອງລູກຄ້າ ໂດຍລວມແລ້ວ ແອັບນີ້ທຸກຄົນສາມາດໃຊ້ບໍລິການໄດ້ບໍ່ເສຍຄ່າ ເວລາທ່ານຕ້ອງການຊື້ ແລະ ຂາຍສິນຄ້າເຂົ້າໄປແອັບນີ້ໄດ້ທຸກເວລາ.
# ຂ່າວ & ພາບ : ສົມສະຫວັນ