ຄບຕ ຕັດຮອນ ແລະ ບົດງ່າໄມ້ເພື່ອສ້າງເປັນຝຸ່ນຊີວະພາບ

    ວັນທີ 23 ຕຸລາ 2021 ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງນະຄອນຫຼວງວຽງຈັນ (ຄບຕ) ຮ່ວມກັບບໍລິສັດ ຈັນທະບູລີ ຈໍາກັດຜູ້ດຽວ ໄດ້ພ້ອມກັນອະນາໄມຕັດຮອນງ່າໄມ້ຕາມແຄມທາງຖະໜົນມິດຕະພາບລາວ-ໄທ ແຕ່ອ່າງນໍ້າປະປາໂພນທັນ ເມືອງໄຊເສດຖາ ຫາວິທະຍາໄລການຊ່າງລາວ-ເຢຍລະມັນ ເມືອງສີສັດຕະນາກ ມີທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງນະຄອນຫຼວງວຽງຈັນວຽງຈັນ ຕາງໜ້າບໍລິສັດ ຈັນທະບູລີ ຈຳກັດຜູ້ດຽວ ແລະ ພະນັກງານເຂົ້າຮ່ວມ.

    ການອອກແຮງງານຄັ້ງນີ້ ສອງພາກສ່ວນໄດ້ຕັດຮອນກິ່ງ ແລະ ງ່າຕົ້ນໄມ້ທີ່ຢູ່ຕາມແຄມທາງທີ່ມີຄວາມສູງ ແລະ ຍາວກວມອອກມາໃສ່ເສັ້ນທາງ ພ້ອມທັງຕົບແຕ່ງຕົ້ນໄມ້ໃຫ້ມີຄວາມສວຍງາມ ເພື່ອສ້າງໄດ້ ສ ສີຂຽວ ຕາມນະໂຍບາຍ 6 ສ ຂອງນະຄອນຫຼວງວຽງຈັນວາງອອກ ເຊິ່ງການຕັດຮອນງ່າໄມ້ຄັ້ງນີ້ ໄດ້ນໍາໃຊ້ເຄື່ອງຈັກທີ່ທັນສະໄໝເຂົ້າມາຕັດ ເພື່ອເປັນການປະຢັດເວລາ ແລະ ຫຼຸດຜ່ອນການນໍາໃຊ້ແຮງງານຄົນ ພ້ອມນີ້ ຍັງໄດ້ນໍາໃຊ້ເຄື່ອງຈັກບົດໄມ້ ເພື່ອນໍາມາບົດກິ່ງ ງ່າ ແລະ ໃບໄມ້ທີ່ຕັດລົງມາໃຫ້ມຸ່ນເປັນຝຸ່ນ ເພື່ອນໍາເອົາຝຸ່ນດັ່ງກ່າວປ້ອນໃຫ້ໂຮງງານຜະລິດຝຸ່ນບົ່ມຢູ່ບ້ານນາໄຫ ເພື່ອຜະລິດເປັນຝຸ່ນຊີວະພາບນໍາອອກຈໍາໜ່າຍສູ່ສັງຄົມ.

    ການຕັດຮອນກິ່ງ ແລະ ງ່າໄມ້ ຫ້ອງການ ຄບຕ ຈະໄດ້ສືບຕໍ່ປະຕິບັດທຸກວັນເສົາຢູ່ຫຼາຍເສັ້ນທາງສາຍຫຼັກໃນນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ຕົວເມືອງມີຄວາມຂຽວງາມ ພ້ອມນີ້ ຍັງເປັນການນໍາໃຊ້ສິ່ງເສດເຫຼືອຂອງໄມ້ໃຫ້ເກີດປະໂຫຍດສູງສຸດ ສ້າງໄດ້ລາຍຮັບທີ່ດີ ແລະ ຫຼຸດຜ່ອນການນໍາເຂົ້າສິນຄ້າ ໂດຍສະເພາະປະເພດຝຸ່ນຈາກຕ່າງປະເທດອີກດ້ວຍ ເຊິ່ງພາກສ່ວນໃດມີຄວາມຕ້ອງການຕັດຕົ້ນໄມ້ຢູ່ນໍາເຮືອນ ຫຼື ຮົ້ວສວນຂອງຕົນເອງ ສາມາດຕິດຕໍ່ຫາຫ້ອງການ ຄບຕ ໄດ້ ເຊິ່ງຄ່າແຮງງານແມ່ນຄິດໄລ່ຕາມບໍລິມາດ ແລະ ຄວາມຍາກງ່າຍຂອງການຕັດຕົ້ນໄມ້.

# ຂ່າວ & ພາບ :  ສົມສະຫວັນ

error: Content is protected !!