ບໍລິສັດ ອີທີແອລ ແລະ ຄອບຄົວສຸທຳມະວົງ ປະກອບສ່ວນວຽກງານຕ້ານພະຍາດໂດວິດ-19

    ບໍລິສັດ ອີທີແອລ ຈຳກັດ ໄດ້ປະກອບສ່ວນບໍລິການອິນເຕີເນັດ ເຂົ້າໃນການເຄື່ອນໄຫວວຽກງານປ້ອງກັນ ສະກັດກັ້ນ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ພະນັກງານ-ແພດໝໍປະຈຳໂຮງໝໍພາກສະໜາມ ແລະ ສູນກັກກັນທົ່ວປະເທດ ລວມມູນຄ່າ 73.110.000 ກີບ.

    ພິທີມອບ-ຮອບຊິມໂທລະສັບ ຈັດຂຶ້ນວັນທີ 22 ຕຸລາ 2021 ຢູ່ອົງການກາແດງລາວ ເປັນກຽດກ່າວມອບໂດຍທ່ານ ວັດທະນາ ວົງເທວັນ ຮອງຜູ້ອຳນວຍການບໍລິສັດ ອີທີແອລ ຈຳກັດ ແລະ ກ່າວຮັບໂດຍທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ.

    ໃນວັນດຽວກັນນີ້ ຄອບຄົວສຸທຳມະວົງ ກໍໄດ້ນຳເງິນຈຳນວນ 30.000.000 ລ້ານກີບ ມາມອບໃຫ້ແກ່ອົງການກາແດງ ເພື່ອບໍລິຈາກເຂົ້າໃນວຽກງານມະນຸດສະທຳ ເປັນກຽດກ່າວມອບໂດຍທ່ານ ຍາປ້າ ກຸ ຫຼາບ ສຸທຳມະວົງ ແລະ ກ່າວຮັບໂດຍທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ.

    ໂອກາດນີ້ ທ່ານປະທານອົງການກາແດງລາວ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ບໍລິສັດ ອີທີແອລ ຈຳກັດ ແລະ ຄອບຄົວສຸທຳມະວົງ ທີ່ໄດ້ໃຫ້ການຊ່ວຍເຫຼືອຄັ້ງນີ້ ເຊິ່ງເຄື່ອງທັງໝົດນີ້ ຈະນຳໄປ ແຈກຢາຍໃຫ້ທົ່ວເຖິງ ໂດຍສະເພາະແມ່ນພະນັກງານ-ແພດໝໍທີ່ປະຈຳຢູ່ໂຮງໝໍພາກສະໜາມ ແລະ ສູນ ກັກກັນທົ່ວແຂວງທີ່ກຳລັງມີການແຜ່ລະບາດຂອງພະຍາດໂຄວິດ-19 ນີ້.

# ຂ່າວ & ພາບ :  ຊິລິການດາ

error: Content is protected !!