ມສ ຫົງສາ ປະເມີນຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນ ສົກປີ 2020-2021

    ວັນທີ 21 ຕຸລາ 2021 ໂຮງຮຽນມັດທະຍົມສຶກສາສົມບູນຫົງສາ ເມືອງຫົງສາ ແຂວງໄຊຍະບູລີ ຈັດກອງປະຊຸມສະຫຼຸບຜົນການປະເມີນຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນ ສົກປີ 2020-2021 ຂຶ້ນຢູ່ຫ້ອງປະຊຸມໂຮງຮຽນແຫ່ງດັ່ງກ່າວ ມີທ່ານ ລໍາມອນ ວົງໄຊ ຮອງເລຂາຊາວໜຸ່ມເມືອງ ທ່ານ ຈັນທາ ຂັນຕິແກ້ວ ອຳນວຍການໂຮງຮຽນມັດທະຍົມສົມບູນຫົງສາ ມີຄູ-ອາຈານ ຜູ້ຮັບຜິດຊອບວຽກງານຊາວໜຸ່ມ ເຍົາວະຊົນ-ອະນຸຊົນທັນວາ ແລະ ນ້ອງນ້ອຍສະມາຊິກເຍົາວະຊົນ-ອະນຸຊົນເຂົ້າຮ່ວມ.

    ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 3 ດີ 4 ຮູ້ ຂອງເຍົາວະຊົນ ສົກປີ 2020-2021 ເຊິ່ງຍົກໃຫ້ເຫັນຜົນງານດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ແລະ ວິທີແກ້ໄຂ ໃນໂຮງຮຽນມີເຍົາວະຊົນທັງໝົດ 378 ນ້ອງ ຍິງ 204 ນ້ອງ ມີກອງເຍົາວະຊົນທັນວາ ຈຳນວນ 4 ກອງ ໄລຍະຜ່ານມາ ຄູ-ອາຈານຜູ້ຮັບຜິດຊອບວຽກງານຊາວໜຸ່ມ ເຍົາວະຊົນ-ອະນຸຊົນ ໄດ້ນໍາເອົາກົດລະ ບຽບຈັດຕັ້ງເຍົາວະຊົນມາເຜີຍແຜ່ເຊື່ອມຊຶມຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ຜ່ານການປະເມີນໃນການຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນ ສາມາດຕີລາຄາໄດ້ 8,68% ເຊິ່ງຈັດໃນປະເພດດີ.

    ໂອກາດນີ້ ທ່ານ ລໍາມອນ ວົງໄຊ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້ ພ້ອມນີ້ ທ່ານຍັງໄດ້ທວນຄືນກົດລະບຽບຈັດຕັ້ງເຍົາວະຊົນກ້າວໜ້າ (ສະບັບປັບປຸງ) ຈຳນວນ 11 ໝວດ 41 ມາດຕາ ໃຫ້ນ້ອງນ້ອຍເຍົາວະຊົນ-ອະນຸຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຈາກນັ້ນ ຕາງໜ້ານ້ອງນ້ອຍເຍົາວະຊົນ-ອະນຸຊົນ ກໍໄດ້ຂຶ້ນກ່າວຮັບຄຳໂອວາດ ແລະ ຈັບມືແຂ່ງຂັນ.

# ຂ່າວ & ພາບ :  ບຸນມີ

error: Content is protected !!