ກວດພົບຜູ້ຕິດເຊືື້ອໂຄວິດໃໝ່ 615 ກໍລະນີ ໃນນີ້ຕິດເຊື້ອພາຍໃນ 612 ຄົນ ແລະ ເສຍຊີວິດເພີ່ມອີກ 1 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍໄດ້ຮັບການມອບໝາຍຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19  ຢູ່ ສປປ ລາວ ວັນທີ 25 ຕຸລາ 2021 ຢູ່ກະຊວງສາທາລະນະສຸກ ວ່າ: ວັນທີ 24 ຕຸລາ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.741 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 615 ຄົນ (ຕິດເຊື້ອພາຍໃນ ມີ 612 ຄົນ ແລະ ຕິດເຊື້ອນໍາເຂົ້າ 3 ຄົນ).

    ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 612 ຄົນ

  • ແຂວງຫຼວງພະບາງ 229 ຄົນ ນະຄອນຫຼວງພະບາງ ມີ 12 ບ້ານ 207 ຄົນ ເມືອງນ້ຳບາກ 5 ບ້ານ ເມືອງປາກອູ 2 ບ້ານ 9 ຄົນ ເມືອງງອຍ 2 ບ້ານ 3 ຄົນ
  • ນະຄອນຫຼວງ 114 ຄົນ ມາຈາກ 56 ບ້ານ ໃນ 6 ເມືອງ ເມືອງຈັນທະບູລີ 8 ບ້ານ 16 ຄົນ ເມືອງສີໂຄດຕະບອງ 17 ບ້ານ 30 ຄົນ ເມືອງໄຊເສດຖາ 13 ບ້ານ 21 ຄົນ ເມືອງສີສັດຕະນາກ 8 ບ້ານ 27 ຄົນ ເມືອງໄຊທານີ 9 ບ້ານ 15 ຄົນ ເມືອງຫາດຊາຍຟອງ 1 ບ້ານ ຍັງສືບຕໍ່ເອົາຂໍ້ມູນ 4 ຄົນ.
  • ແຂວງວຽງຈັນ 98 ຄົນ ຈາກ 5 ເມືອງ ເມືອງກາສີ 9 ບ້ານ 33 ຄົນ ເມືອງແກ້ວອຸດົມ 5 ບ້ານ 23 ຄົນ ເມືອງທຸລະຄົມ 2 ບ້ານ 16 ຄົນ ເມືອງວຽງຄໍາ 3 ບ້ານ 12 ຄົນ ເມືອງໂພນໂຮງ 3 ບ້ານ 3 ຄົນ ມາຈາກຕ່າງແຂວງ (ບ້ານໂພສີ ເມືອງນາຊາຍທອງ ນະຄອນຫຼວງ 3 ຄົນ ເຊິ່ງເປັນຄອບຄົວດຽວກັນ)
  • ຄໍາມ່ວນ 48 ຄົນ ເມືອງທ່າແຂກ 9 ບ້ານ 47 ຄົນ ເມືອງຫີນບູນ 1 ຄົນ
  • ແຂວງບໍ່ແກ້ວ 48 ຄົນ ຈາກເມືອງຫ້ວຍຊາຍ 13 ບ້ານ 48 ຄົນ
  • ແຂວງຫຼວງນໍ້າທາ 26 ຄົນ ເມືອງນໍ້າທາ ມີ 19 ບ້ານ 26 ຄົນ
  • ແຂວງໄຊສົມບູນ 18 ຄົນ ເມືອງອະນຸວົງ ບ້ານພູຫົວຊ້າງ 16 ຄົນ ເມືອງທ່າໂທມ 1 ຄົນ ເມືອງລ້ອງຊານ 1 ຄົນ
  • ແຂວງບໍລິຄໍາໄຊ 14 ຄົນ ເມືອງປາກກະດິງ 4 ບ້ານ 9 ຄົນ ເມືອງປາກຊັນ 2 ບ້ານ 2 ຄົນ
  • ແຂວງຈໍາປາສັກ 12 ຄົນ ນະຄອນປາກເຊ 5 ບ້ານ 07 ຄົນ ເມືອງໂພນທອງ 2 ບ້ານ 3 ຄົນ ເມືອງບາຈຽງຈະເລີນສຸກ 2 ຄົນ
  • ແຂວງສະຫວັນນະເຂດ 3 ຄົນ ນະຄອນໄກສອນ 2 ບ້ານ 3 ຄົນ
  • ແຂວງສາລະວັນ 2 ຄົນເມືອງສະໜ້ວຍ 1 ຄົນ ເມືອງສາລະວັນ1 ຄົນ.

    ມາຮອດວັນທີ 24 ຕຸລາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 36.248 ຄົນ ເສຍຊີວິດສະສົມ 53 ຄົນ (ໃໝ່ 1) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນທີ 23 ຕຸລາ 2021 ມີ 381 ຄົນ ກໍາລັງປິ່ນປົວ 7.088 ຄົນ.

    ລາຍລະອຽດຜູ້ເສຍຊີວິດໃໝ່ 1 ຄົນ ເປັນເພດຍິງ ອາຍຸ 75 ປີ ບ້ານພູເຂົາຄໍາ ເມືອງແກ້ວອຸດົມ ແຂວງວຽງຈັນ ຜູ້ກ່ຽວຍັງບໍ່ທັນໄດ້ຮັບການສັກວັກຊີນ ມີພະຍາດປະຈຳຕົວ ເບົາຫວານ ຄວາມດັນ ແລະ ກິນຢາມາຫຼາຍປີ ນອນກັບທີ່ມາຫຼາຍເດືອນ ຜູ້ກ່ຽວເປັນຜູ້ສໍາຜັດໃກ້ຊິດກັບລູກສາວທີ່ກວດພົບເຊື້ອມາກ່ອນ ວັນທີ 10 ຕຸລາ 2021 ຜູ້ກ່ຽວມີອາການໄຂ້ ໄອ ອີດເມື່ອຍ ແລະ ກິນດື່ມບໍ່ໄດ້ ວັນທີ 13 ຕຸລາ 2021 ໄດ້ໄປເກັບຕົວຢ່າງມາກວດຊອກຫາພະຍາດໂຄວີດ-19 ຢູ່ໂຮງໝໍເມືອງແກ້ວອຸດົມ ວັນທີ 14 ຕຸລາ 2021 ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19 ຈຶ່ງໄດ້ເຂົ້ານອນປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ທີ່ໂພນໂຮງ ແຂວງວຽງຈັນ ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແມ່ນແຕ່ວັນທີ 13-23 ຕຸລາ 2021 ເປັນເວລາ 11 ວັນວັນທີ 24 ຕຸລາ 2021 ຄົນເຈັບບໍ່ໄດ້ສະຕິ ຄົນເຈັບຢຸດຫາຍໃຈ ຫົວໃຈຢຸດເຕັ້ນ ແພດໝໍໄດ້ສຸມທຸກກຳລັງເຊິດຊູຄົນເຈັບ ແຕ່ບໍ່ຕອບສະໜອງຕໍ່ການກະຕຸ້ນ ເເລະ ເສຍຊີວິດເວລາຕໍ່ມາ.

.

# ຂ່າວ & ພາບ :  ສີພອນ ຈັນທະດາລາ

error: Content is protected !!