ພະຍາດໂຄວິດ-19 ພາກຊີວິດຄົນລາວໄປອີກ 2 ລາຍ

    ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19  ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊືື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈຳວັນທີ 24 ຕຸລາ 2021 ຢູ່ກະຊວງສາທາລະນະສຸກ. 

    ວັນທີ 23 ຕຸລາ 2021 ທົ່ວປະເທດໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 6.838 ຕົວຢ່າງ ເຊິ່ງກວດພົບຜູ້ຕິດເຊື້ອໃໝ່ 648 ຄົນ ໃນນັ້ນ ຕິດເຊື້ອພາຍໃນປະເທດຈຳນວນ 635 ຄົນ ແລະ ເດີນທາງມາຈາກຕ່າງປະເທດ 13 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອພະຍາດໂຄວິດ-19 ສະສົມໃນ ສປປ ລາວ ມີທັງໝົດ 35.633 ຄົນ ເສຍຊີວິດສະສົມ 52 ຄົນ (ໃໝ່ 2 ຄົນ) ປິ່ນປົວຫາຍດີໃນມື້ວານນີ້ 379 ຄົນ ປັດຈຸບັນ ມີຈໍານວນຜູ້ທີ່ປິ່ນປົວຫາຍດີທັງໝົດແມ່ນ 27.671 ຄົນ ໝາຍຄວາມວ່າມາຮອດມື້ນີ້ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ປີ່ນປົວຫາຍດີ ກວມເອົາ 77,65% ຂອງຈຳນວນຜູ້ຕິດເຊື້ອສະສົມທັງໝົດຂອງ ສປປ ລາວ. 

    ຂໍ້ມູນໂດຍຫຍໍ້ກ່ຽວກັບຄົນຕິດເຊື້ອໃໝ່ 648 ຄົນ ລາຍລະອຽດມີດັ່ງນີ້: ການຕິດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດຈຳນວນ 13 ຄົນ (ແຂວງສະຫວັນນະເຂດ 12 ຄົນ ແລະ ແຂວງສາລະວັນ 1 ຄົນ) ສ່ວນການຕິດເຊື້ອພາຍໃນປະເທດຈຳນວນ 635 ຄົນ ຄື:ແຂວງວຽງຈັນ 184 ຄົນ ນະຄອນຫຼວງວຽງຈັນ 183 ຄົນ ຈາກ 8 ເມືອງ 76 ບ້ານ (ເມືອງຈັນທະບູລີ 7 ບ້ານ ເມືອງສີໂຄດຕະບອງ 20 ບ້ານ ເມືອງໄຊເສດຖາ 16 ບ້ານ ເມືອງສີສັດຕະນາກ 10 ບ້ານ ເມືອງນາຊາຍທອງ 4 ບ້ານ ເມືອງໄຊທານີ 11 ບ້ານ ເມືອງຫາດຊາຍຟອງ 7 ບ້ານ ແລະ ເມືອງສັງທອງ 1 ບ້ານ) ແຂວຫຼວງພະບາງ 165 ຄົນ ບໍ່ແກ້ວ 27 ຄົນ ຈໍາປາສັກ 23 ຄົນ ບໍລິຄໍາໄຊ 16 ຄົນ ຫຼວງນໍ້າທາ 15 ຄົນ ສະຫວັນນະເຂດ 9 ຄົນ ສາວະວັນ 9 ຄົນ ຄໍາມ່ວນ 3 ຄົນ ແລະ ແຂວງອັດຕະປື 1 ຄົນ. 

    ສຳລັບຄົນເຈັບເສຍຊີວີດຈຳນວນ 2 ຄົນ 

  • ຜູ້ເສຍຊີວິດທີ 1. ເພດຍິງ ອາຍຸ 70 ປີ ຢູ່ບ້ານດານສະຫວັນ ເມືອງແກ້ວອຸດົມ ແຂວງວຽງຈັນ 
  • ຜູ້ເສຍຊີວິດທີ 2.ເພດຍິງ ອາຍຸ 31 ປີ ອາຊີບ ພະນັກງານອາສາສະໜັກ ຢູ່ບ້ານຊຽງຫວາງທ່າ ເມືອງໜອງບົກ ແຂວງຄຳມ່ວນ. 

    ປັດຈຸບັນ ຈຳນວນບ້ານແດງຢູ່ທົ່ວປະເທດມີທັງໝົດ 444 ບ້ານ ຈາກ 13 ແຂວງ ແລະ 53 ເມືອງ ບ້ານທີ່ສິ້ນສຸດການເປັນບ້ານແດງວັນທີ 23 ຕຸລາ 2021 ມີ 1 ບ້ານ: ບ້ານສີຖານເໝືອ ເມືອງສີໂຄດຕະ ບອງ ນະຄອນຫຼວງວຽງຈັນ.  ສ່ວນຈຳນວນຜູ້ຕິດເຊື້ອສະສົມໃນທົ່ວໂລກມີທັງໝົດ 244.086.015 ຄົນ (ໃໝ່ 371.451 ຄົນ) ເສຍຊິວິດທັງໝົດ 4.958.907 ຄົນ (ໃໝ່ 5.849 ຄົນ) ແລະ ປີ່ນປົວຫາຍດີ 221.152.718 ຄົນ (ໃໝ່ 322.901 ຄົນ).

.# ຂ່າວ – ພາບ : ຊິລິການດາ

error: Content is protected !!