24 ຕຸລາ ວັນປາຂ່າໂລກ

    ສປປ ລາວເປັນໜຶ່ງໃນປະມານ 15 ປະເທດທົ່ວໂລກໃນປັດຈຸບັນ ທີ່ສາມາດພົບເຫັນປາຂ່ານໍ້າຈືດໄດ້ ສຳລັບ ສປປ ລາວ ທີ່ດຽວໃນປະເທດລາວທີ່ພວກເຮົາສາມາດພົບເຫັນປາຂ່າໄດ້ ກໍຄືຢູ່ເຂດບ້ານຫາງສະດໍາ ແລະ ບ້ານຫາງຄອນ ເມືອງໂຂງ ແຂວງຈໍາປາສັກ ຊາຍແດນລະຫວ່າງ ລາວ-ກໍາປູເຈຍ. 

    ປາຂ່ານໍ້າຈືດ ມີທັງໝົດ 6 ສາຍພັນ ແລະ ໜຶ່ງໃນ 6 ສາຍພັນນີ້ ແມ່ນອາໄສຢູ່ແມ່ນໍ້າຂອງ ສະເພາະໃນ ລາວ ແລະ ກໍາປູເຈຍ ປາຂ່ານໍ້າຈືດຄືໜຶ່ງໃນຊະນິດພັນປາປະເພດຫວງຫ້າມບັນຊີ 1 ແລະ ຍັງນອນຢູ່ໃນບັນຊີແດງ ວ່າດ້ວຍສັດນໍ້າ-ສັດປ່າ ທີ່ໃກ້ຈະສູນພັນ ຂອງ IUCN. ໃນປະເທດລາວເຮົາມີປາຂ່າເຫຼືອຢູ່ພຽງຈໍານວນໜ້ອຍ ແລະ ອາດສ່ຽງຕໍ່ການສູນພັນໃນອະນາຄົດ ຖ້າຂາດການອະນຸຮັກ ໂດຍສະເພາະຕໍ່ການຄຸ້ມຄອງເຂດອາໄສຂອງມັນ ໃນໄລຍະກາງປີ 2021 ນີ້ ປາຂ່າທີ່ວັງອະນຸຮັກເຂດສີພັນດອນ ເມືອງໂຂງ ໄດ້ຕາຍສອງໂຕ ແລະ ນັ້ນເປັນໂຕຊີ້ບອກເຖິງການສູນເສຍ ແລະ ອາດນໍາໄປສູ່ການສູນພັນໄດ້ ຈາກການໃຫ້ຂໍ້ມູນຂອງທີມງານລາດຕະເວນ ຫຼື ເຈົ້າໜ້າທີ່ຄຸ້ມຄອງວັງອະນຸຮັກປາຂ່າ ໃນລະຫວ່າງ 1-2 ປີທີ່ຜ່ານມາ ສາມາດພົບເຫັນໄດ້ ປະມານ 3-4 ໂຕ ແລະ ຈໍານວນ 2 ໂຕທີ່ຕາຍໃນກາງປີນີ້ ອາດນອນຢູ່ໃນຈໍານວນທີ່ທີມງານລາດຕະເວນພົບເຫັນ. 

    ວຽກງານອະນຸຮັກ ແລະ ມາດຕະການຄຸ້ມຄອງ ຈໍາຕ້ອງເພີ່ມທະວີຄູນຂຶ້ນ ບໍ່ພຽງແຕ່ສະເພາະເພື່ອປົກປັກຮັກສາປ່າຂ່າທີ່ອາດຍັງມີຢູ່ ບໍ່ໃຫ້ສູນພັນ ຫຼື ຖືກຜົນກະທົບຈາກການກະທໍາຕ່າງໆຂອງຄົນ ຕໍ່ແຫຼ່ງທີ່ຢູ່ອາໄສຂອງປາຂ່າ ແຕ່ລວມເຖິງການອະນຸຮັກຊະນິດພັນສັດນໍ້າອື່ນໆທີ່ໄກ້ຈະສູນພັນຈາກແມ່ນໍ້າຂອງ ເຊັ່ນ ປາຝາໄລ ປາບຶກ ແລະ ອື່ນໆ. 

    ເນື່ອງໃນວັນປາຂ່າໂລກນີ້ ອົງການ WWF-Laos ຂໍຮຽກຮ້ອງມາຍັງທຸກຄົນ ທຸກພາກສ່ວນ ຈົ່ງໃຫ້ຄວາມສໍາຄັນ ແລະ ຮ່ວມແຮງກັນຕໍ່ການປົກປັກຮັກສາ ແລະ ອະນຸຮັກສັດນໍ້າ ໂດຍສະເພາະຊະນິດພັນປາທີ່ໄກ້ຈະສູນພັນ ລວມທັ້ງປາຂ່າ ລາຊີນີແຫ່ງສັດນໍ້າທີ່ໄກ້ຈະສູນພັນ ໃຫ້ຍັງຢູ່ກັບແມ່ນໍ້າຂອງ ແລະ ຊຸມຊົນ ກໍຄືປະເທດລາວເຮົາລລງງ ເພື່ອອະນາຄົດ ແລະ ລູກຫຼານ.

.# ຂ່າວ – ພາບ : ເພັດສະໝອນ

error: Content is protected !!