ສາຍໄຟຂອງລົດໄຟລາວ-ຈີນ ໄດ້ຖືກຕັດຂາດ 8 ຈຸດ ເຈົ້າໜ້າທີ່ກຳລັງເລັ່ງຊອກຫາຜູ້ກະທໍາຜິດ

    ຕອນເຊົ້າຂອງວັນທີ 23 ຕຸລາ 2021 ທີ່ເມືອງໄຊ ແຂວງອຸດົມໄຊ ໃນໄລຍະ 350 ແມັດ ສາຍໄຟຂອງລົດໄຟລາວ-ຈີນ ໄດ້ຖືກຕັດຂາດ 8 ຈຸດ ເຊິ່ງຄັ້ງນີ້ເປັນຄັ້ງທີ 5 ຢູ່ຈຸດດັ່ງກ່າວ ຫາກເກີດເຫດການແບບນີ້ຕໍ່ໄປນອກຈາກຈະສົ່ງຜົນກະທົບຕໍ່ການກວດກາເຕັກນິກລົດໄຟແບບເຄື່ອນທີ່ ແລະ ສົ່ງຜົນກະທົບເຖິງການເປີດດຳເນີນການໃນເດືອນທັນວາທີ່ຈະມາເຖິງນີ້ ຍັງລວມໄປເຖິງຄວາມປອດໄພໃນການແລ່ນລົດ ແລະ ຄວາມປອດໄພຂອງປະຊາຊົນທຸກຄົນເອງ ສະນັ້ນ ຮຽກຮ້ອງໃຫ້ປະຊາຊົນທຸກຄົນເປັນເຈົ້າການຮ່ວມກັນ ຊ່ວຍກັນເປັນຫູເປັນຕາ ຖ້າພົບເຫັນຄົນໄປຕັດ ລັກ ຫຼື ທຳລາຍສາຍໄຟຂອງທາງລົດໄຟ ໃຫ້ຊ່ວຍກັນແຈ້ງເຈົ້າໜ້າທີ່ໃກ້ຄຽງໃຫ້ໄວທີ່ສຸດ. 

    ປັດຈຸບັນ ເຫດການນີ້ໄດ້ຖືກແຈ້ງໃຫ້ເຈົ້າໜ້າທີ່ທະຫານ-ຕຳຫຼວດຮັບຊາບເປັນທີ່ຮຽບຮ້ອຍແລ້ວ ຖ້າຜູ້ກະທຳຜິດຖືກຈັບໄດ້ ກໍຈະຖືກນຳມາປະຕິບັດໂທດຕາມລະບຽບກົດໝາຍ.

.# ຂ່າວ – ພາບ : ຂັນທະວີ

error: Content is protected !!