ປະທານອົງການກາແດງລາວ ຢ້ຽມຢາມໂຮງໝໍພາກສະໜາມ

    ວັນທີ 20 ຕຸລາ 2021 ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍຄະນະ ໄດ້ລົງຢຽ້ຢາມໂຮງໝໍພາກສະໜາມ ທີ່ສູນຈຳກັດບໍລິເວນຫຼັກ 27 ເພື່ອໃຫ້ກຳໃຈແພດໝໍ ແລະ ອາສາສະໝັກອົງການກາແດງທີ່ກຳລັງປະຕິບັດໜ້າໃນພາກສະໜາມ ໂດຍມີທ່ານ ພົນຈັດຕະວາ ຄຳແດງ ພູມມະໄລ ຄະນະສະເພາະກິດ ກະຊວງປ້ອງກັນປະເທດ ຫົວໜ້າກົມເສນາຮັກ ກະຊວງປ້ອງກັນປະເທດ ຫົວໜ້າສູນດັ່ງ ກ່າວ ໃຫ້ການຕ້ອນຮັບ ພ້ອມທັງປຶກສາຫາລືການຊ່ວຍເຫຼືອທາງດ້ານອາຫານໃຫ້ແກ່ປະຊາຊົນທີ່ເຂົ້າມາປີ່ນປົວ ຫຼື ມາຈຳກັດບໍລິເວນຢູ່ສູນດັ່ງກ່າວ ເປັນຕົ້ນແມ່ນແຮງງານເຄື່ອນຍ້າຍ ປະຊາຊົນ ແລະ ນັກສຶກສາທີ່ຕິດເຊື້ອເຊິ່ງບໍ່ມີເງື່ອນໄຂ ເພື່ອສະໜອງອາຫານ ນ້ຳດື່ມ ແລະ ເຄື່ອງສຸຂະອະນາໄມ ແລະ ອື່ນໆ ເຊິ່ງທາງອົງການກາແດງລາວໄດ້ຮັບທຶນປະກອບສ່ວນຈາກສັງຄົມມານຳໃຊ້ຈັດຊື້ໃຫ້ຜູ້ທີ່ນອນປິ່ນປົວຢູ່ໂຮງໝໍພາກສະໜາມໄດ້ສະດວກ.

   ໂອກາດດັ່ງກ່າວ ທ່ານປະທານອົງການກາແດງລາວຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍແພດໝໍ ກໍຄືອ້າຍນ້ອງອາສາສະໝັກທຸກທ່ານ ທີ່ໄດ້ເສຍສະຫຼະ ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ພ້ອມເນັ້ນໃຫ້ເພີ່ມການເອົາໃຈໃສ່ຊ່ວຍເຫຼືອແຈກຈ່າຍອາຫານໃຫ້ເປັນປົກກະຕິ ກວດກາໃຫ້ຄົບ ເນັ້ນຄວາມສະອາດ ປະຕິບັດໄລຍະຫ່າງ ໂຄສະນາມາດຕະການປ້ອງກັນ ເປັນຕົ້ນແມ່ນການຮັກສາໄລຍະຫ່າງ 2 ແມັດ ວິທີການໃສ່ຜ້າອັດປາກ-ດັງ ຢ່າງຖືກວິທີ ການຮັກສາສຸຂະພາບ ການຫັດກາຍບໍລິຫານຮ່າງກາຍ ແລະ ເອົາໃຈໃສ່ໃນການປະສານງານກັບຄະນະຄຸ້ມຄອງສູນຢູ່ປະຈຳ.

    ອົງການກາແດງລາວ ຈະໄດ້ເລີ່ມໃຫ້ການສືບຕໍ່ຊ່ວຍເຫຼືອແກ່ໂຮງໝໍພາກສະໜາມໃນດ້ານອາຫານ ດັ່ງນັ້ນປະທານອົງການກາແດງຈຶ່ງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ນັກທຸລະກິດຊາວຄ້າຂາຍທາງພາຍໃນ ແລະ ຕ່າງປະເທດ ຈົ່ງປະກອບສ່ວນວັດຖຸປັດໄຈເຂົ້າໃນໂຄງການລະດົມທຶນ ຜ່ານທະນາຄານການຄ້າຕ່າງປະເທດລາວ  APP BCEL ONE OneHeart ໃນໂຄງການ PREVENT ANDCONTROL THE COVID-19 ທະນາຄານພັດທະນາລາວ 0302000010004137 ຫຼື ສອບຖາມລາຍລະອຽດໄດ້ທີ່ອົງການກາແດງລາວ ໂທລະສັບ 021 253014 020 9958 9893 ແລະ 020 5689 8079 ໄດ້ຕາມ ໂມງເວລາລັດຖະການ.

# ຂ່າວ & ພາບ : ບຸນມີ

error: Content is protected !!