ການລະບາດຂອງໂຄວິດ-19 ສົ່ງຜົນກະທົບຕໍ່ການຈຳໜ່າຍພືດຜັກກະສິກຳອິນຊີ

    ການລະບາດຂອງພະຍາດໂຄວິດ-19 ສ້າງຜົນກະທົບຢ່າງຫຼວງຫຼາຍຕໍ່ຂະແໜງການຕ່າງໆ ລວມທັງການຈຳໜ່າຍຜົນຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນ ທ່ານ ອຸ ສີບຸນເຮືອງ ສະມາຊິກກຸ່ມກະສິກຳອີນຊີ ບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໃຫ້ສຳພາດວັນທີ 22 ຕຸລາ 2021 ວ່າ  

    ກ່ອນມີການລະບາດຂອງພະຍາດໂຄວິດ-19 ພືດຜັກກະສິກຳອິນຊີກຳລັງເປັນທີ່ຕ້ອງການຂອງຕະຫຼາດ ແລະ ເຫັນວ່າປະຊາຊົນໄດ້ຫັນມາບໍລິໂພກນັບມື້ຫຼາຍຂຶ້ນ ການປູກພືດກະສິກຳອິນຊີເປັນສິນຄ້າ ເຮັດໃຫ້ຜູ້ຜະລິດ ແລະ ຜູ້ບໍລິໂພກມີຄວາມປອດໄພ ມີສຸຂະພາບທີ່ດີ ປະຢັດຕົ້ນທຶນ ແຕ່ຕ້ອງມີຄວາມດຸໝັ່ນ ແລະ ອົດທົນ ການປູກພືດຜັກດັ່ງກ່າວມີຄວາມຫຍຸ້ງ ແລະ ຄວາມສ່ຽງພໍສົມຄວນ ເປັນຕົ້ນ ການກະກຽມດິນ ການບົວລະບັດຮັກສາຕ່າງ ໃຊ້ເວລາດົນຈຶ່ງສາມາດເກັບຂາຍໄດ້ ບາງຄັ້ງກໍມີສັດຕູພືດທຳລາຍ ສຳລັບຄອບຄົວຂ້າພະເຈົ້າໄດ້ປູກພືດຜັກໝູນວຽນເປັນອາຊີບມາເວລາຫຼາຍປີພໍສົມຄວນ ໃນເບື້ອງຕົ້ນ ກໍປູກພືດຜັກທີ່ໃສ່ຝຸ່ນເຄມີທົ່ວໄປ ຫຼັງຈາກທີ່ພັກ-ລັດໄດ້ລົງມາສົ່ງເສີມການຜະລິດເປັນກຸ່ມ ໂດຍສະເພາະ ການຜະລິດກະສິກຳອິນຊີເປັນສິນຄ້າ ໃນນີ້ ຄອບຄົວຂ້າພະເຈົ້າກໍໄດ້ເຂົ້າຮ່ວມ ໂດຍປູກໃນເນື້ອທີ່ 3-4 ໄລ່ ໄດ້ປູກພືດຜັກ ແລະ ຫອມໝູນວຽນກັນເຊັ່ນ ຜັກບົ້ງ ຜັກຫົມ ສະຫຼັດ ຫອມປ້ອມ ຫອມບົ່ວ ແລະ ອື່ນໆ ການປູກພືດຜັກເປັນອາຊີບໜຶ່ງທີ່ສາມາດສ້າງລາຍຮັບທີ່ໝັ້ນຄົງໃກ້ແກ່ຄອບຄົວ ເຮັດໃຫ້ຄອບຄົວສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້.

    ປັດຈຸບັນ ການຈຳໜ່າຍພືດຜັກກະສິກຳອິນຊີແມ່ນພົບຄວາມຫຍຸ້ງຍາກ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຕະຫຼາດຈຳໜ່າຍຫຼຸດລົງ ຕະຫຼາດທີ່ເຄີຍຈຳໜ່າຍໄລຍະຜ່ານມາ ກໍໄດ້ປິດເພື່ອປ້ອງກັນການລະບາດຂອງພະຍາດດັ່ງກ່າວ ກ່ອນມີການລະບາດຂອງໂຄວິດ-19 ຂາຍອາທິດລະ 3-4 ຄັ້ງ ປັດຈຸບັນມີພຽງ 2 ຄັ້ງຕໍ່ອາທິດ ຢູ່ສູນການຄ້າລາວ-ໄອເຕັກ ເຊິ່ງການຈຳໜ່າຍໃນສະຖານທີ່ດັ່ງກາ ວໄດ້ມີຊາວສວນຈຳນວນຫຼວງຫຼາຍມາຂາຍໃນຈຸດດຽວ ແຕ່ຜູ້ຊື້ມີໜ້ອຍ ສະນັ້ນ ຈຶ່ງເຮັດໃຫ້ສິນຄ້າບໍ່ໄດ້ຂາຍດີເທົ່າທີຄວນຖ້າທຽບໃສ່ເມື່ອກ່ອນ ເຖິງແມ່ນວ່າຈະໄດ້ຮັບຜົນກະທົບກໍຕາມ ແຕ່ການຜະລິດຂອງຄອບຄົວຍັງສືບຕໍ່ຜະລິດໄປເລື້ອຍໆ ແລະ ຫວັງວ່າສະພາບການຄ້າຂາຍຈະກັບມາຄຶກຄື້ນອີກໃນບໍດົນນີ້.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ

error: Content is protected !!