ສໍາເລັດໂຄງການ Seeds For The Future 2021

    ຫົວເຫວີຍລາວ ຈັດພິທີປິດໂຄງການ Seeds For The Future 2021 ພ້ອມທັງມອບໃບຢັ້ງຢືນໃຫ້ຜູ້ສຳ ເລັດການເຝິກອົບຮົມເປັນທາງການ ວັນທີ 20 ຕຸລາ 2021 ຢູ່ບໍລິສັດ ຫົວເຫວີຍ ນະຄອນຫຼວງວຽງຈັນ ຜ່ານຮູບແບບອອນລາຍ ໂດຍເປັນປະທານຂອງທ່ານ ເຄວິນ ຫູ ປະທານບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈຳກັດຜູ້ດຽວ ທ່ານ ຮສ ປອ ສາຍຂອງ ສາຍນະສິນ ຫົວໜ້າການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກີລາ (ສສກ) ແລະ ທ່ານ ປອ ສົມພອນ ກັນທະວົງ ຮອງຄະນະບໍດີຄະນະວິສາວະກຳສາດ ມະຫາວິທະຍາໄລ ແຫ່ງຊາດ.

    ໂຄງການ Seeds For The Future ເປັນໂຄງການເພື່ອພັດທະນານັກສຶກສາຜູ້ມີພອນສະຫວັນ ICT ຍົກສູງການຖ່າຍໂອນຄວາມຮູ້ ສົ່ງເສີມຄວາມເຂົ້າໃຈທີ່ໃຫຍ່ກວ່າ ແລະ ຜົນປະໂຫຍດໃນຂະແໜງການສື່ສານ ປັບປຸງ ແລະ ຊຸກຍູ້ການກໍ່ສ້າງ ແລະ ການເຂົ້າຮ່ວມປະຊາຄົມດ້ານດີຈີຕອນຢູ່ໃນພາກພື້ນ ເນື່ອງຈາກການ ແຜ່ລະບາດຂອງພະຍາດໂຄວິດ-19 ໂຄງການ Seeds For The Future 2021 ຈຶ່ງໄດ້ຈັດຂຶ້ນໃນຮູບແບບ ອອນລາຍ ແລະ ໃຊ້ເວລາ 8 ວັນ ໃນການເຂົ້າຂັບເຄື່ອນໂຄງການເລີ່ມຈາກວັນທີ 22-29 ກັນຍາ 2021 ວິຊາການເຝິກອົບຮົມ ແບ່ງເປັນ 2 ປະເພດ ຄື: ແບບຖ່າຍທອດສົດ live-streamed course ແລະ ແບບວິດີໂອທີ່ບັນທຶກວິຊາຮຽນໄວ້ແລ້ວ pre-recorded course ເຊິ່ງທັງ 2 ປະເພດ ຈະປະກອບມີ 5G AI Cloud Computing Introduction of HMS Core ICT advance ແລະ ກິດຈະກຳກຸ່ມທີ່ມີຊື່ວ່າ “Tech4Good”.

    ທ່ານ ເຄວິນ ຫູ ໄດ້ສະແດງຄວາມຊົມເຊີຍນັກສຶກສາທີ່ໄດ້ສຳເລັດການເຝິກອົບຮົມ ພ້ອມທັງເນັ້ນວ່າ ICT ເປັນຂະແໜງທີ່ສຳຄັນຫຼາຍໃນຈຸບັນ ແລະ ອະນາຄົດ ທັງເປັນກົນໄກຂັບເຄື່ອນການເຕີບໂຕທີ່ສຳຄັນໃນຫຼາຍອຸດສາຫະກຳ ຫວັງວ່ານັກຮຽນທີ່ສຳເລັດການເຝິກອົບຮົມ ຈະນຳເອົາຄວາມຮູ້ທີ່ໄດ້ເກັບກ່ຽວມາ ໄປໃຊ້ໃນອາຊີບວຽກງານ ຕະຫຼອດຈົນການຂັບເຄື່ອນພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດ.

    ທ່ານ ຮສ ປອ ສາຍຂອງ ສາຍນະສິນ ກ່າວວ່າ: ໃນ​ນາມ​ຕາງ​ໜ້າ​ໃຫ້​ກະ​ຊວງ ສສກ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​​ຢ່າງສູງມາ​ຍັງທ່ານ​ປະ​ທານບໍ​ລິ​ສັດ​ ຫົວ​ເຫວີຍ ທີ່ໃຫ້ຄວາມສໍາສັນ ແລະ ສະໜັບສະໜູນໃຫ້ມີໂຄງການດັ່ງກ່າວ ເພື່ອຊ່ວຍກະຊວງ ສສກ ກໍຄືລັດຖະບານລາວ ໃນການສ້າງຊັບພະຍາກອນມະນຸດ​ດ້ານ​ໂທ​ລະ​ຄົມ​ມະ​ນາ​ຄົມ ເຕັກ​ໂນ​ໂລ​ຊີ ແລະ ICT ໃຫ້​ມີ​ຄຸນ​ນະ​ພາບ ແລະ ທັນ​ກັບ​ສະ​ພາບ​ການ​ພັດ​ທະ​ນາຂອງ​ພາກ​ພື້ນ ແລະ ສາ​ກົນ ເຊິ່ງຈະ​ເປັນ​ພື້ນ​ຖານ​ທີ່​ດີ​ໃຫ້​​ນັກ​ສຶກ​ສາ​ ເພື່ອ​ສຶບ​ຕໍ່​ເຝິກ​ຝົນກາຍ​ເປັນ​ແກ່ນ​ພັນ​ແຫ່ງ​ອະ​ນາ​ຄົດໃຫ້ ສ​ປ​ປ ລາວ ແລະ ສ​ປ ຈີນ.

    ທ່ານ ປອ ສົມພອນ ກັນທະວົງ ກໍໄດ້ສະແດງຄວາມຂອບໃຈ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການເຝິກອົບຮົມໂຄງການ Seeds for the future 2021 ເຊິ່ງເປັນຂີດໝາຍທີ່ດີ ທີ່ທຸກຝ່າຍທັງພາກລັດ ແລະ ເອກະຊົນ ທີ່ມີຈຸດປະສົງ-ເປົ້າໝາຍອັນດຽວກັນໃນການສົ່ງເສີມສ້າງບຸຄະລາກອນດ້ານການສຶກສາ ເພື່ອຕອບສະໜອງໃຫ້ຄວາມຕ້ອງການຂອງສັງຄົມ ໂດຍສະເພາະການຍົກລະດັບຄຸນນະພາບການສຶກສາຂອງ ສປປ ລາວ ໃຫ້ທຽບທັນກັບພາກພື້ນ ແລະ ສາກົນ.

    ໃນຖານະເປັນຜູ້ໃຫ້ບໍລິການໂຄງສ້າງພື້ນຖານດ້ານ ICT ແລະ ອຸປະກອນທັນສະໄໝອັນດັບຕົ້ນໆຂອງໂລກ ຫົວເຫວີຍ ມຸ່ງໝັ້ນທີ່ຈະຊ່ວຍພັດທະນາຄວາມສາມາດດ້ານດີຈີຕອນໃນລາວ ປີ 2008 ຫົວເຫວີຍ ເລີ່ມເປີດໂຕໂຄງການພັດທະນາຜູ້ທີ່ມີຄວາມສາມາດ ຜ່ານທຶນການສຶກສາການແຂ່ງຂັນດ້ານເຕັກໂນໂລຊີ ແລະ ການເຝິກອົບຮົມທັກສະດ້ານດີຈີຕອນ ແລະ ໄດ້ລົງທຶນຫຼາຍກວ່າ 150 ລ້ານໂດລາສະຫະລັດໃນໂຄງການເຫຼົ່ານີ້ ນັບແຕ່ນັ້ນມາ ຫົວເຫວີຍກໍໄດ້ໃຫ້ປະໂຫຍດແກ່ຜູ້ຄົນຫຼາຍກວ່າ 1,54 ລ້ານຄົນ ຈາກ 150 ກວ່າປະເທດ ແລະ ໃນເດືອນກໍລະກົດຜ່ານມາ ຫົວເຫວີຍໄດ້ປະກາດໂຄງການ “Seeds for the future 2.0” ເຊິ່ງວາງແຜນຈະລົງທຶນຕື່ມອີກ 150 ລ້ານໂດລາສະຫາລັດ ໃນການພັດທະນາຜູ້ທີ່ມີຄວາມສາມາດດ້ານດີຈີຕອນທົ່ວໂລກ ໃນ 5 ປີຂ້າງໜ້າ ໂຄງການນີ້ ຄາດວ່າຈະເປັນປະໂຫຍດຕໍ່ຜູ້ຄົນເພີ່ມຫຼາຍກວ່າ 3 ລ້ານຄົນ.                                           

 ຂ່າວ & ພາບ :  ສະບາໄພ ສອນທະວີ

error: Content is protected !!