ວັນນີ້ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ອີກ 520 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວປະຈໍາວັນທີ 22 ຕຸລາ 2021 ກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ວ່າ: ວັນທີ 21 ຕຸລາ ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດໂຄວິດ-19 ທັງໝົດ 5.580 ຕົວຢ່າງ ໃນນັ້ນກວດພົບຜູ້ຕິດເຊືື້ອໃໝ່ 520 ຄົນ ໃນນີ້ຕິດເຊື້ອພາຍໃນມີ 518 ຄົນ ເຊິ່ງຈາກນະຄອນຫຼວງວຽງຈັນ 289 ຄົນ ມາຈາກ 85 ບ້ານ ໃນ 9 ເມືອງ ຫຼວງພະບາງ 54 ຄົນ ຫຼວງນໍ້ທາ 47 ຄົນ ວຽງຈັນ 40 ຄົນ ຄໍາມ່ວນ 28 ຄົນ ສະຫວັນນະເຂດ 15 ຄົນ ບໍ່ແກ້ວ 11 ຄົນ ບໍລິຄໍາໄຊ 11 ຄົນ ຈໍາປາສັກ 8 ຄົນ ສາລະວັນ 7 ຄົນ ໄຊສົມບູນ 4 ຄົນ ແລະ ແຂວງເຊກອງ 4 ຄົນ ຈາກເມືອງທ່າແຕງ.

    ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 2 ຄົນ ເຊິ່ງທັງສອງແມ່ນຈາກແຂວງ ສະຫວັນນະເຂດ ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

    ມາຮອດວັນທີ 21 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 34.518 ຄົນ ເສຍຊີວິດສະສົມ 49 ຄົນ ປິ່ນປົວຫາຍດີ ແລະ ກັບບ້ານໃນວັນທີ 21 ຕຸລາ ມີ 304 ຄົນ ແລະ ກໍາລັງປິ່ນປົວ 6.975 ຄົນ.

.

# ຂ່າວ & ພາບ : ຂັນທະວີ

error: Content is protected !!