ໄລຍະມື້ອອກພັນສາປີນີ້ ຈົ່ງປະຕິບັດມາດຕະການຕ່າງໆທີ່ທາງຄະນະສະເພາະກິດໄດ້ວາງອອກຢ່າງເຄັ່ງຄັດ ແລະ ເຂັ້ມງວດ

    ມື້ນີ້ປະເທດເຮົາກວດພົບເຊື້ອ 388 ຄົນ ເຖິງວ່າຕົວເລກດັ່ງກ່າວແມ່ນຫຼຸດລົງຈາກຕົວເລກສະເລ່ຍ 500 ຄົນ/ວັນກໍຕາມ ແຕ່ຫຼາຍແຂວງຍັງມີລາຍງານການຕິດເຊື້ອພາຍໃນຍັງສູງຢູ່ເຊັ່ນ: ນະຄອນຫຼວງວຽງຈັນ ຫຼວງພະບາງ ແຂວງວຽງຈັນ ແຂວງຄຳມ່ວນ ແລະ ສະຫວັນນະເຂດ….. ດັ່ງນັ້ນ ພວກເຮົາຍັງຈະຕ້ອງໄດ້ສືບຕໍ່ເຝົ້າລະວັງຢ່າງໃກ້ຊິດຕໍ່ທ່າອ່ຽງດັ່ງກ່າວ ແລະ ຮຽກຮ້ອງໃຫ້ປະຊາຊົນ ພະນັກງານ ທະຫານ ຕຳຫຼວດ ແລະ ທຸກພາກສ່ວນໃນສັງຄົມ ໃຫ້ມີຄວາມຕື່ນຕົວ ແລະ ສືບຕໍ່ປະຕິບັດແຈ້ງການເລກທີ 1330/ຫສນຍ ລົງວັນທີ 15 ຕຸລາ 2021 ຢ່າງເຂັ້ມງວດ.

    ແຕ່ລະມື້ ໄດ້ມີລາຍງານການເສຍຊີວິດຍ້ອນຕິດເຊື້ອພະຍາດໂຄວິດ 19 ເຊິ່ງເປັນເລື່ອງທີ່ເສົ້າໃຈຕໍ່ການສູນເສຍຂອງຄອບຄົວ. ໃນຈຳນວນຄົນເຈັບເສຍຊີວິດສະສົມທັງໝົດ 49 ກໍລະນີ ສ່ວນຫຼາຍແມ່ນຜູ້ສູງອາຍຸ ມີພະຍາດປະຈຳຕົວ ແລະ ບໍ່ໄດ້ຮັບການສັກວັກຊິນ ແລະ ໄປພົບແພດຊ້າ. ສະນັ້ນ ອີກເທື່ອໜື່ງ ຂໍຮຽກຮ້ອງມາຍັງທຸກຄອບຄົວທີ່ມີຜູ້ສູງອາຍຸຢູ່ນໍາ ໃຫ້ພາເພີ່ນໄປສັກວັກຊິນຕາມສະຖານທີ່ ທີ່ໄດ້ກໍານົດ ແລະ ສັກໃຫ້ຄົບເຂັມ ເພື່ອຊ່ວຍຮ່າງກາຍເພີ່ນສ້າງພູມຄຸ້ມກັນ ແລະ ໃຫ້ຕິດຕາມອາການຂອງພວກເພີ່ນຢ່າງໃກ້ຊິດ ແລະ ຖ້າບໍ່ຈຳເປັນ ກໍບໍ່ໃຫ້ລູກຫຼານໃນຄອບຄົວໄປໃກ້ຊິດພວກເພີ່ນ.

    ມື້ເຊົ້ານີ້ ຫຼາຍທ່ານຄົງໄດ້ໄປຮ່ວມການຕັກບາດໃນງານປະເພນີອອກພັນສາປະວໍລະນາ ແຕ່ຫຼາຍທ່ານທີ່ຢູ່ບ້ານແດງ ອາດບໍ່ໄດ້ໄປຮ່ວມ. ຫວັງວ່າທ່ານໄດ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຕົນເອງເຂັ້ມງວດ ຕະຫຼອດເວລາການໃສ່ບາດ ແລະ ຟັງທໍາມະເທດສະໜາ ແຕ່ງານບຸນປະເພນີຍັງຈະມີຢູ່ ເຊັ່ນຕອນແລງ ຈະມີການໄຫຼເຮືອໄຟ ການຟັງທຳເທດສະໜາ ແລະ ການວຽນທຽນ ຊື່ງໄລຍະຜ່ານມາ ແມ່ນຈະມີປວງຊົນເຂົ້າຮ່ວມເປັນຈຳນວນຫຼາຍ ແຕ່ສຳລັບປີນີ ກໍໃຫ້ທ່ານປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຂັ້ນຕ່າງໆ ລວມທັງແຈ້ງການຂອງແນວລາວສ້າງຊາດຢ່າງເຄັ່ງຄັດ ເພື່ອເຮັດໃຫ້ການປະຕິບັດຮີດຄອງປະເພນີດຳເນີນໂດຍດີ ພ້ອມທັງຮັບປະກັນບໍ່ໃຫ້ມີການຕິດເຊື້ອ ພາຍໃຕ້ວິຖີຊີວິດແບບໃໝ່ ຂໍໃຫ້ລູກຫຼານ ຈົ່ງໄດ້ກະກຽມໃຫ້ພໍ່ແມ່ ຫຼື ພໍ່ເຖ້າ ແມ່ເຖົ້າຂອງຕົນ ໃສ່ຜ້າອັດປາກດັງ ແລະ ໃສ່ແບບຖືກຕ້ອງ ກຽມນໍ້າຢາລ້າງມືໃຫ້ເພີ່ນຖືໄປພ້ອມ ແນະນໍາໃຫ້ເພີ່ນໄດ້ລ້າງມືເລື້ອຍໆ. ນອກນັ້ນ ຕ້ອງໄດ້ເຕືອນສະຕິໃຫ້ເພີ່ນນັ່ງໄກຈາກຄົນອື່ນ ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດຂື້ນໄປ ໃນເວລາຟັງເທດ ແລະ ວຽນທຽນ.

    ໃນມື້ອອກພັນສານີ້ ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາທ່ານໃຫ້ປະຕິບັດມາດຕະການຕ່າງໆທີ່ທາງຄະນະສະເພາະກິດໄດ້ວາງອອກຢ່າງເຄັ່ງຄັດ ແລະ ເຂັ້ມງວດ ຫ້າມມີການຊຸມແຊວ ສັງສັນຮ່ວມມ່ວນຊື່ນທຸກຮູບແບບ ແລະ ຢູ່ທຸກສະຖານທີ່. ຂໍຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ ແລະ ກໍາລັງ ປກສ ໄດ້ຕິດຕາມ ກວດກາ ຢ່າງໃກ້ຊິດ

.# ຂ່າວ – ພາບ : ວຽງມາ

error: Content is protected !!