ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສຶກສາ ແລະ ການສ້າງຕົວແບບໃນວຽກງານສ້າງຄວາມເຂັ້ມແຂງດ້ານການບໍລິຫານລະຫວ່າງກະຊວງສຶກສາທິການ ແລະ ກີລາ ຕາງໜ້າໂດຍມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນ ອາທີໄອ ອິນເຕີເນຊັນແນວ (RTI International) ສະໜັບສະໜູນໂດຍອົງການພັດທະນາສາກົນສະຫະລັດອາເມຣິກາ ຈັດຂຶ້ນວັນທີ 21 ຕຸລາ 2021 ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມລະຫວ່າງທ່ານ ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ທ່ານ ແສງທອງ ໂພທິສານ ຜູ້ຈັດການໂຄງການສະຖາບັນ RTI International ມີທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳລາວ ບັນດາຫົວໜ້າກົມ ຮອງກົມ ຮອງອະທິການບໍດີ ມຊ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ເພື່ອເປັນການສະໜັບສະໜູນລາວເຮົາໃນການສ້າງຄວາມເຂັ້ມແຂງໃຫ້ກັບສະຖາບັນການສຶກສາ ອົງການພັດທະນາສາກົນສະຫະລັດອາເມຣິກາ (USAID) ແລະ ກະຊວງສຶກສາທິການ - ກີລາ ໄດ້ເປີດໂຄງການໃໝ່ຊື່ວ່າ ໂຄງການສຶກສາ ແລະ ການສ້າງຕົວແບບວຽກງານຄວາມເຂັ້ມແຂງດ້ານການບໍລິຫານ ໂດຍໄດ້ຮັບການສະໜັບສະໜູນທຶນໂດຍ USAID ແລະ ຈັດຕັ້ງປະຕິບັດໂດຍສະຖາບັນ RTI International ຮ່ວມກັບ ມຊ ຄຽງຄູ່ກັນນັ້ນ ໂຄງການຍັງຮ່ວມມືກັບບັນດາສະຖາບັນການສຶກສາ ຄູ-ອາຈານ ແລະ ນັກສຶກສາ ແລະ ກຸ່ມນັກຄົ້ນຄວ້າວິໄຈ ເພື່ອສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງ ການບໍລິຫານ ແລະ ທັກສະທາງດ້ານວິຊາການ ເພື່ອເຮັດໃຫ້ເຂົາເຈົ້າສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວໄດ້ຢ່າງມີປະສິດທິພາບ ເຊິ່ງໂຄງການນີ້ມີມູນຄ່າ 2,9 ລ້ານໂດລາສະຫະລັດ ແລະ ມີໄລຍະເວລາຈັດຕັ້ງປະຕິບັດແຕ່ນີ້ຮອດວັນທີ 24 ສິງຫາ 2023.
.# ຂ່າວ – ພາບ : ສົມສະຫວັນ