ບໍລິສັດມາເຕົ້າ ມອບເຄື່ອງຊ່ວຍເຫຼືອຊຸກຍູ້ວຽກງານຕ້ານພະຍາດໂຄວິດ-19

    ທ້າຍເດືອນກັນຍາ 2021 ຜ່ານມາ ບໍລິສັດ ມາເຕົ້າ ນວນທອງພັດທະນາອະສັງຫາລີມະຊັບ ຊຸມຊົນ ຈໍາກັດ ນຳໂດຍທ່ານ ນາງ ນວນທອງ ແສງເຮືອງຄຳ ປະທານບໍລິສັດ ມາເຕົ້າ ນວນທອງພັດທະນາອະສັງຫາລີມະຊັບ ຊຸມຊົນ ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານຂອງບໍລິສັດ ນຳເອົາເຄື່ອງວັດແທກອຸນຫະພູມ ພ້ອມເຈວລ້າງມື ແລະ ເຄື່ອງບໍລິໂພກຈຳນວນໜຶ່ງໄປມອບໃຫ້ຫ້ອງການຈຳນວນ 8 ຈຸດ ພາຍໃນເມືອງສີ ໂຄດຕະບອງ ລວມມູນຄາ 8 ລ້ານກີບ.

    ທ່ານ ນາງ ນວນທອງ ແສງເຮືອງຄຳ ໄດ້ແຈ້ງໃຫ້ຊາບວ່າ: ໃນນາມຜູ້ບໍລິຫານບໍລິສັດ ແລະ ໃນນາມ ສ່ວນຕົວ ມີຄວາມພາກພູມໃຈທີ່ໄດ້ຊ່ວບເຫຼືອຊຸກຍູ້ປະກອບສ່ວນເປັນເຄື່ອງອຸປະກອນການແພດ ແລະເຄື່ອງບໍລີໂພກໃນຄັ້ງນີ້ ເພື່ອເປັນການສ້າງຂວັນ ແລະ ກຳລັງໃຈໃຫ້ກັບພະນັກງານຜູ້ປະຕິບັດໜ້າທີ່ດ່ານ ໜ້າພາຍໃນເມືອງ ເປັນການແບ່ງເບົາພາລະຂອງພັກ-ລັດຖະບານ ປະກອບສ່ວນຊ່ວຍເຫຼືອສັງຄົມໃນຍາມ ພົບບັນຫາ ເຖິງຈະບໍ່ຫຼວງຫຼາຍ ແຕ່ມັນກໍຊ່ວຍແບ່ງເບົາພາລະຂອງສັງຄົມ ເຊິ່ງການຊ່ວຍເຫຼືອຄັ້ງນີ້ ແມ່ນ ໄດ້ມອບຢູ່ 8 ຈຸດ ຄື: ມອບໃຫ້ຫ້ອງການປົກຄອງເມຶອງສີໂຄດຕະບອງ ຫ້ອງການກຸ່ມບ້ານໃໝ່ ຫ້ອງການ ກຸ່ມບ້ານເກົ້າລ້ຽວ ຫ້ອງການບ້ານຕາດທອງ ບ້ານຫ້ວຍຫ້ອມ ບ້ານໃໝ່ ບ້ານຈຳປາ ແລະ ບ້ານວຽງຄຳ.

    ໂອກາດນີ້ ຂໍໃຫ້ພໍ່ແມ່ພີ່ນ້ອງຈົ່ງພ້ອມກັນມີສະຕິປ້ອງກັນ ສາມັກຄີກັນ ເອົາໃຈໃສ່ເປັນເຈົ້າການປະຕິ ບັດຕາມຄຳສັ່ງຂອງນາຍົກ ກໍຄືແຈ້ງການຂອງຄະນະສະເພາະກິດ ໃນການປ້ອງກັນສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຄັ່ງຄັດ ແລະ ຜ່ານພົ້ນວິກິດນີ້ໄປດ້ວຍກັນ.

# ຂ່າວ & ພາບ : ບຸນມີ

error: Content is protected !!