ລຸກຊຳບວກ ມອບປຶ້ມສັງລວມຜົນສໍາເລັດກອງປະຊຸມອາຊຽນໃຫ້ແກ່ກະຊວງຍຸຕິທຳ

    ວັນທີ 20 ຕຸລາ 2021 ທີ່ກະຊວງຍຸຕິທຳ ໄດ້ມີພິທີມອບ-ຮັບ ປຶ້ມສັງລວມຜົນສໍາເລັດກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 18 ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 10 ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 19 ໃຫ້ແກ່ກະຊວງຍຸຕິທຳ 400 ຫົວ ໂດຍການໃຫ້ກຽດມອບໂດຍທ່ານ ຣີຊາດ ຟີລິບພາດ (Richard Philippart) ປະທານສະຖາບັນ ILSTA ແລະ ຮັບໂດຍ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທຳ ມີບັນດາຫົວໜ້າພະແນກ ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້່າຮ່ວມ. 

    ໃນໂອກາດດັ່ງກ່າວ ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ແລະ ຍ້ອງຍໍຊົມເຊີຍຕໍ່ທ່ານປະທານ ສະຖາບັນ ILSTA ທີ່ໄດ້ໃຫ້ການຊ່ວຍເຫຼືອກະຊວງຍຸຕິທຳ ແຫ່ງ ສປປ ລາວ ເວົ້າລວມ ເວົ້າສະເພາະ ສະໜັບສະໜູນພີມປື້ມໃນຄັ້ງນີ້ ເພຶ່ອແຈກຢາຍ ແລະ ເພື່ອໝູນໃຊ້ເຂົ້າໃນການເຄື່ອນໄຫວການຮ່ວມມືກັບບັນດາປະເທດສະມາຊິກອາຊຽນຂອງ ສປປ ລາວ ກໍຄືການເປັນເຈົ້າພາບ ແລະ ປະທານກອງປະຊຸມສາກົນໃນລະດັບຕ່າງໆໃນອະນາຄົດ.

.

# ຂ່າວ & ພາບ : ວຽງມາ

error: Content is protected !!