ນະຄອນຫຼວງ ກວດພົບຜູ້ຕິດເຊື້ອ 439 ຄົນ ພ້ອມມີຜູ້ເສຍຊີວິດໃໝ່ 2 ຄົນ

     ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 20 ຕຸລາ 2021 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 19 ຕຸລາ ຜ່ານມາ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທົ່ວປະເທດທັງໝົດ 5.710 ຕົວຢ່າງ ຜົນວິໄຈ ກວດພົບຜູ້ຕິດເຊືື້ອໃໝ່ 635 ຄົນ ໃນນັ້ນ ຕິດເຊື້ອພາຍໃນມີ 628 ຄົນ ແລະ ຕິດເຊື້ອນໍາເຂົ້າ 7 ຄົນ ເຊິ່ງການຕິດເຊືື້ອພາຍໃນຈຳນວນດັ່ງກ່າວຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ 439 ຄົນ ມາຈາກ 82 ບ້ານ ໃນ 9 ເມືອງ ຄື: ເມືອງຈັນທະບູລີ ມີ 7 ບ້ານ 22 ຄົນ ເມືອງສີໂຄດຕະບອງ 13 ບ້ານ 32 ຄົນ ເມືອງໄຊເສດຖາ 16 ບ້ານ 35 ຄົນ ສະຖານທີ່ຄຸມຂັງ 96 ຄົນ ເມືອງສີສັດຕະນາກ 9 ບ້ານ 21 ຄົນ ວິທະຍາຄານໄກສອນ 128 ຄົນ ເມືອງນາຊາຍທອງ  2 ບ້ານ 2 ຄົນ ເມືອງໄຊທານີ 24 ບ້ານ 77 ຄົນ ເມືອງຫາດຊາຍຟອງ 8 ບ້ານ 13 ຄົນ ເມືອງສັງທອງ 2 ບ້ານ 3 ຄົນ ເມືອງປາກງື່ມ 1 ບ້ານມີ 4 ຄົນ ແລະ  ຍັງເອົາຂໍ້ມູນຕື່ມອີກ 6 ຄົນ.

    ລາຍລະອຽດຜູ້ເສຍຊີວິດໃໝ່ 2 ຄົນຢູ່ນະຄອນຫຼວງວຽງຈັນ ມີດັ່ງນີ້ :

    ຜູ້ທີ 1 ເພດຍິງ, ອາຍຸ 83 ປີ ບ້ານ ສີເກີດ ເມືອງນາຊາຍທອງ ນະຄອນຫລວງ.  ພະຍາດປະຈຳຕົວມີ ຄວາມດັນເລືອດສູງ ຫົວໃຈເຕັ້ນນອກລະບົບ ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອ ເບື້ອງຕົ້ນໄດ້ເຂົ້ານອນປີ່ນປົວຢູ່ສູນດາວເຮືອງໃນວັນທີ 03/10/2021 ຫຼັງຈາກນັ້ນ ໃນວັນທີ 04/10/2021ໄດ້ຍ້າຍເຂົ້ານອນປີ່ນປົວຢູ່ໂຮງຫມໍມິດຕະພາບ ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 04/10/2021 ຮອດເວລາ 15:45 ໂມງຂອງວັນທີ 19/10/2021 ຜູ້ກ່ຽວໄດ້ເສຍຊີວິດ.

   ຜູ້ທີ2. ເພດຊາຍ ອາຍຸ 63 ປີ ບ້ານປາກຕອນ ເມືອງສັງທອງ ນະຄອນຫຼວງວຽງຈັນ  ພະຍາດປະຈຳຕົວ ມີ ເບົາຫວານ ແລະ ຄວາມດັນເລືອດສູງ  ຜ່ານມາໄດ້ສັກຢາວັກຊີນກັນໂຄວິດຄົບ  ຜູ້ກ່ຽວມີອາການລ່ອຍມາຈາກເສັ້ນເລືອດສະໝອງຕີບໄດ້ໜຶ່ງອາທິດ ໄປປິ່ນປົວຢູ່ໂຮງໝໍ ແລະ ສືບຕໍ່ກິນຢາຢູ່ເຮືອນ  ກ່ອນໜ້າມາໂຮງໝໍອາການໜັກຂື້ນ ຈຶ່ງມາກວດຢູ່ໂຮງໝໍ 103 ແລະ ເກັບຕົວຢ່າງກວດ ຜົນພົບເຊື້ອໂຄວິດ-19 ຈຶ່ງໄດ້ເຂົ້າປິ່ນປົວ ໃນວັນທີ 17/10/21 – ວັນທີ 18/10/21: ບໍ່ຮູ້ສະຕິ ຖາມຕອບບໍ່ໄດ້ ອິດເມື່ອຍ ທ່ານໝໍໄດ້ຕິດຕາມຢ່າງໄກ້ຊິດ ແລະ ເຊີດຊູຢ່າງເຕັມສຸດຄວາມ ສາມາດ ແຕ່ຄົນເຈັບອາການບໍ່ດີຂື້ນ ມາຮອດເວລາ 10:30 ໂມງ ຂອງວັນທີ 19/10/21 ຄົນເຈັບໄດ້ເສຍຊີວິດ.

   ສຳລັບການຕິດເຊື້ອຢູ່ບັນດາແຂວງຄື ແຂວງຫຼວງພະບາງ 72 ຄົນ ວຽງຈັນ 39 ຄົນ ຄໍາມ່ວນ 19 ຄົນ ຈໍາປາສັກ 18 ຄົນ ສາລະວັນ 15 ຄົນ ສະຫວັນນະເຂດ 13 ຄົນ ອຸດົມໄຊ 6 ຄົນ ຫຼວງນໍ້ທາ 3 ຄົນ  ບໍ່ແກ້ວ 2 ຄົນ ບໍລິຄໍາໄຊ ແລະ ເຊກອງແຂວງລະ 1 ຄົນ

   ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດ 5 ຄົນ ຈາກ ແຂວງສະຫວັນນະເຂດ ແລະ 2 ຄົນ ຈາກ ຈໍາປາສັກ ມາຮອດວັນທີ 19 ຕຸລາ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 33.606 ຄົນ ເສຍຊີວິດສະສົມ 47 ຄົນ (ໃໝ່ 2) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນຜ່ານມາ 601 ຄົນ ແລະ  ກໍາລັງປິ່ນປົວຢູ່ສູນທີ່ກຳນົດໄວ້ 7.093 ຄົນ.

# ຂ່າວ & ພາບ :  ລັດເວລາ

error: Content is protected !!