ພິທີເປີດໂຕແຜນງານການຮ່ວມມື ລະຫວ່າງລັດຖະບານ ສປປ ລາວ ແລະ ອົງການສະຫະປະຊາຊາດ ສໍາລັບເດັກ (UNICEF) ສົກປີ 2022-2026 ຈັດຂຶ້ນວັນທີ 19 ຕຸລາ 2021 ໂດຍຜ່ານກອງປະຊຸມທາງໄກ ຮ່ວມເປັນປະທານຂອງທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ນາງ ເພຍ ບຣີໂຕ ຜູ້ຕາງໜ້າອົງການສະຫະປະຊາຊາດສຳລັບເດັກ ປະຈໍາ ສປປ ລາວ ມີຕາງໜ້າຈາກກະຊວງ ຂະແໜງການ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາເຮົ້າຮ່ວມ.

ທ່ານ ນາງ ພອນວັນ ອຸທະວົງ ກ່າວວ່າ: ຈຸດປະສົງຂອງພິທີໃນມື້ນີ້ ແມ່ນເພື່ອນໍາສະເໜີແຜນງານການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດສໍາລັບເດັກ ສົກປີ 2022-2026 ໃຫ້ແກ່ບັນດາກະຊວງ ຂະແໜງການ ຄູ່ຮ່ວມງານທັງພາກລັດ ແລະ ອົງການຈັດຕັ້ງສາກົນ ພິເສດແມ່ນບັນດາຜູ້ໃຫ້ທຶນສະໜັບສະໜູນແກ່ແຜນງານດັ່ງກ່າວ ເຊິ່ງເປັນສ່ວນປະກອບອັນສໍາຄັນໃຫ້ແກ່ວຽກງານສໍາລັບເດັກ ແລະ ເພື່ອລະດົມການສະໜັບສະໜູນຂອງບັນດາຄູ່ຮ່ວມງານ ໃນການຈັດຕັ້ງວຽກງານ ສິດທິຂອງເດັກນ້ອຍຢູ່ໃນ ສປປ ລາວ ຂອງພວກເຮົາ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນງານການຮ່ວມມືໄລຍະໃໝ່ນີ້ ໃຫ້ສາມາດດໍາເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເຊິ່ງຈະໄດ້ສະແດງອອກໃນບັນດາຄໍາໝາຍໝັ້ນຂອງບັນດາທ່ານການນໍາກະຊວງ ຂະແໜງການ ທີ່ຈະເປັນຜູ້ຈັດຕັ້ງປະຕິບັດແຜນງານດັ່ງກ່າວ.

ຂອບແຜນງານການຮ່ວມມືໄລຍະໃໝ່ (ສົກປີ 2022-2026) ລະຫວ່າງລັດຖະບານ ສປປ ລາວ ແລະ ອົງການສະຫະປະຊາຊາດສຳລັບເດັກ ແມ່ນໄດ້ຖືກສ້າງຂຶ້ນພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ສປປ ລາວ ແລ ອົງການສະຫະປະຊາຊາດ ໂດຍຜ່ານຂະບວນການປຶກສາຫາລືກັບທຸກພາກສ່ວນຢ່າງກ້ວາງຂວາງ ເປັນຕົ້ນແມ່ນລັດຖະບານ ກໍຄືບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງ ຄູ່ຮ່ວມພັດທະນາ ອົງການຈັດຕັ້ງສາກົນ ສະຖາບັນການເງິນສາກົນ ລວມທັງອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນອື່ນໆ ແລະ ມາຮອດປັດຈຸບັນ ແຜນງານການຮ່ວມມືດັ່ງກ່າວໄດ້ຖືກຮັບຮອງຈາກລັດຖະບານ ສປປ ລາວ ແລະ ສະພາບໍລິຫານຂອງອົງການ UNICEF ເປັນທີ່ຮຽບຮ້ອຍແລ້ວ.
.
# ຂ່າວ – ພາບ : ຊິລິການດາ