ວັນນີ້ ເຊືື້ອໂຄວິດ-19 ໄດ້ພັດພາກເອົາຊີວິດຂອງຄົນລາວໄປເພີ່ມອີກ 5 ກໍລະນີ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານໃຫ້ຊາບກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 19 ຕຸລາ 2021 ຢູ່ກະຊວງສາທາລະນະສຸກວ່າ:ໃນວັນທີ 18 ຕຸລາ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.911 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 657 ຄົນ (ຕິດເຊື້ອພາຍໃນ ມີ 656 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ) ແລະ ເສຍຊີວິດ 5 ຄົນ. ລາຍລະອຽດຜູ້ເສຍຊີວິດໃໝ່ 5 ຄົນ ມີດັ່ງນີ້:

  • ຜູ້ທີ 1 ເພດຊາຍ ອາຍຸ 35 ປີ ອາຊີບກໍາມະກອນ ບ້ານທ່າດິນແດງເໜຶອ ເມືອງໄຊທານີ ນວ ວັນທີ 24 ສິງຫາ 2021 ຜູ້ກ່ຽວໄດ້ເຂົ້າຝາກສູນດັດສ້າງ ໄດ້ສັກຢາວັກຊີນ J&J ມີພະຍາດປະຈຳຕົວ ມີບັນຫາທາງພະຍາດລະບົບຫາຍໃຈ ເຊິ່ງລັກສະນະຂອງຜູ້ກ່ຽວ ເປັນຄົນຈ່ອຍຜ່ອມ ແລະ ຂາດສານອາຫານ ມີອາການປວດຕາມຕົນຕົວ ແລະ ເຈັບຫົວຕະຫຼອດ ວັນທີ 12 ຕຸລາ 2021 ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ໃນມື້ດຽວກັນຜົນກວດອອກມາພົບເຊື້ອ ໄລຍະເວລາຕິດຕາມ ແລະ ປິ່ນປົວແຕ່ວັນທີ 12-17 ຕຸລາ 2021 ເປັນເວລາ 6 ວັນ ມາຮອດເວລາ 14:00 ໂມງ ຂອງວັນທີ 17 ຕຸລາ 2021 ຜູ້ກ່ຽວໄດ້ມີອາການໜັກລົງ ແພດໝໍໄດ້ສຸມທຸກກຳລັງເພື່ອປີ່ນປົວເຊີດຊູ ແຕ່ຜູ້ກ່ຽວບໍ່ຕອບສະໜອງ ແລະ ເສຍຊີວິດລົງ.
  • ຜູ້ທີ 2 ເພດຊາຍ ອາຍຸ 65 ປີ ອາຊີບຊາວນາ ບ້ານຫຼັກ 35 ເມືອງຈໍາພອນ ແຂວງສະຫວັນນະເຂດ ຍັງບໍ່ທັນໄດ້ຮັບການສັກຢາວັກຊິນເທື່ອ ເປັນພະຍາດເບົາຫວານ ມາໄດ້ 10 ປີ ແລະ ກິນຢາປະຈໍາ ເວລາ 12:40 ໂມງ ຂອງວັນທີ 17 ຕຸລາ 2021 ຄົນເຈັບໄດ້ມາກວດ ໂດຍຜ່ານຈຸດຂັດກອງສຸກເສີນຂອງໂຮງໝໍແຂວງ ຍ້ອນມີອາການໄຂ້ ໄອ ອິດເມື່ອຍ ຫາຍໃຈຝືດ ເປັນມາໄດ້ 5 ວັນ ໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ໃນເບື້ອງຕົ້ນດ້ວຍ rapid antigen test (-) ເວລາ 13:00 ໂມງ ຄົນເຈັບໄດ້ໄປນອນຢູ່ຕຶກຂັດກອງ ດ້ວຍອາການຫາຍໃຈຍາກ ອິດເມື່ອຍ ເຫື່ອໃຄຄາວຊຶມ ແລະ ກະວົນກະວາຍ ແລະ ລໍຖ້າຜົນກວດຫາເຊື້ອພະຍາດໂຄວີດ-19ດ້ວຍ PCR ເວລາ 10:00 ໂມງ ຂອງວັນທີ 18 ຕຸລາ 2021 ຜູ້ກ່ຽວນອນປີ່ນປົວຢູ່ຕຶກຂັດກອງ ແລະ ມີອາການ ອິດເມື່ອຍ ແລະ ສະຕິງ້ວງນອນຊຶມ ຄົນເຈັບມີອາການຫາຍໃຈຍາກ ມີອາການກໍ່າແຫຼ້ ບໍ່ຮູ້ສະຕິ ໄດ້ນອນແຍກຢູ່ຫ້ອງມໍລະສຸມ ແພດໝໍໄດ້ພະຍາຍາມສຸມທຸກກຳລັງເພື່ອປີ່ນປົວເຊີດຊູ ແຕ່ອາການຜູ້ກ່ຽວບໍ່ດີຂຶ້ນ ແລະ ຄົນເຈັບໄດ້ເສຍຊີວິດໃນເວລາຕໍ່ມາ ແລະ ຜົນກວດ PCR ພົບຕິດເຊື້ອພະຍາດໂຄວິດ-19
  • ຜູ້ທີ 3 ເພດຊາຍ ອາຍຸ 16 ປີ ອາຊີບນັກຮຽນ ບ້ານພູເຂົາຄໍາ ເມືອງແກ້ວອຸດົມ ແຂວງວຽງຈັນ ຄົນເຈັບແຂງແຮງດີ ບໍ່ມີພະຍາດປະຈໍາຕົວ ໄລຍະມີການລະບາດຂອງພະຍາດ ຄົນເຈັບຫຼິ້ນແຕ່ໂທລະສັບຢູ່ໃນຫ້ອງຄົນດຽວ ກີນດື່ມບໍ່ປົກະຕິ ວັນທີ 17 ຕຸລາ 2021 ໄຂ້ ໄອ ແລະ ຫາຍໃຈຫອບ ເວລາ 17:00 ໂມງ ຂອງວັນທີ 18 ຕຸລາ 2021 ຄົນເຈັບຫາຍໃຈຫອບຫຼາຍ ແໜ້ນເອິກແຮງ ຈຶ່ງໄດ້ເຂົ້າມາໂຮງໝໍເມືອງແກ້ວອຸດົມ ພ້ອມທັງເກັບຕົວຢ່າງ ຜົນກວດພົບເຊື້ອພະຍາດໂຄວິດ-19 ຈຶ່ງໄດ້ນໍາສົງເຂົ້າສູນປີ່ນປົວໂຄວິດໂພນໂຮງ ເວລາ 19:30 ໂມງ ຄົນເຈັບງ້ວງຊຶມ ອ່ອນເພຍ ຫາຍໃຈຫອບຕື້ນ ຕົນຕົວລາຍ ກໍ່າແຫຼ້ຕາມຮີມສົບ ຕີນມືເຢັນ ເຫືອຊຶມ ອາການຊີວິດບໍ່ດີ ແພດໝໍໄດ້ສຸມທຸກກຳລັງເຊີດຊູ ແຕ່ອາການບໍ່ຕອບສະໜອງ ແລະ ເສຍຊີວິດ ເວລາ 1:30 ໂມງຂອງວັນທີ 19 ຕຸລາ 2021.
  • ຜູ້ທີ 4 ເພດຍິງ ອາຍຸ 66 ປີ ອາຊີບຫວ່າງງານ ບ້ານຫ້ວຍນ້ຳເຢັນ ເມືອງນາຊາຍທອງ ນວ ຜູ້ກ່ຽວຕິດເຊື້ອ ແລະ ໄດ້ເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ ໃນວັນທີ 12 ຕຸລາ 2021 ພະຍາດປະຈຳຕົວ ເບົາຫວານ ຄວາມດັນເລືອດສູງ ແລະ ມີນ້ຳໃນທ້ອງ ບໍ່ໄດ້ສັກວັນຊີນມາກ່ອນ ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນເປັນເວລາ 7 ວັນ ແຕ່ວັນທີ 12-18 ຕຸລາ 2021 ໄລຍະເວລາປີ່ນປົວຜູ້ກ່ຽວກໍມີອາການໜັກມາແຕ່ເບື້ອງຕົ້ນ ແພດໝໍໄດ້ປີ່ນປົວ ແລະ ຕິດຕາມຢ່າງໃກ້ຊິດ ຮອດເວລາ 13:00 ໂມງ ຂອງວັນທີ 18 ຕຸລາ 2021 ຜູ້ກ່ຽວໄດ້ມີອາການໜັກລົງ ແພດໝໍໄດ້ສຸມທຸກກຳລັງເພື່ອເຊີດຊູແຕ່ຜູ້ກ່ຽວບໍ່ຕອບສະໜອງ ແລະ ເສຍຊີວິດລົງ.
  • ຜູ້ທີ 5 ເພດຍິງ ອາຍຸ 51 ປີ ອາຊີບແມ່ເຮືອນ ບ້ານໂພນໄຊ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ຮັບການສັກຢາວັກຊີນຊີໂນຟາມຄົບ 2 ເຂັມ ພະຍາດປະຈໍາຕົວ ພະຍາດເບົາຫວານ ໜາກໄຂ່ຫຼັງຊຸດໂຊມ ວັນທີ 12 ຕຸລາ 2021 ຜູ້ກ່ຽວ ໄດ້ເຂົ້າມານອນປີ່ນປົວ ຢູ່ໂຮງໝໍແຂວງຫຼວງພະບາງ ຍ້ອນອາການຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ແລະ ໃນມື້ດຽວກັນນັ້ນ ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ວັນທີ 13 ຕຸລາ 2021 ຜົນກວດພົບເຊື້ອພະຍາດໂຄວິດ-19 ໄລຍະເວລານອນປີ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 12-18 ຕຸລາ 2021 ເປັນເວລາ 7 ວັນ ແພດໝໍໄດ້ສຸມທຸກກຳລັງເພື່ອປີ່ນປົວເຊີດຊູຜູ້ກ່ຽວ ຮອດເວລາ 17:55 ໂມງ ຂອງວັນທີ 18 ຕຸລາ 2021 ຜູ້ກ່ຽວບໍ່ມີອາການຕອບສະໜອງ ແລະ ໄດ້ເສຍຊີວິດ.

.

.# ຂ່າວ – ພາບ : ສີພອນ ຈັນທະດາລາ

error: Content is protected !!