ວັນນີ້ມີເສຍຊີວິດເພີ່ມອີກ 5 ຕິດເຊືື້ອໂຄວິດ-19 ໃໝ່ 657 ຄົນ ໃນນັ້ນ ນວ 239 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍໄດ້ຮັບການມອບໝາຍຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ລາຍງານໃຫ້ຊາບກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 19 ຕຸລາ 2021 ຢູ່ກະຊວງສາທາລະນະສຸກ ວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ວັນທີ 18 ຕຸລາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.911 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 657 ຄົນ (ຕິດເຊື້ອພາຍໃນ ມີ 656 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ).

    ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 656 ຄົນ ເຊິ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍ ຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

    ນະຄອນຫຼວງວຽງຈັນ (ນວ) 239 ຄົນ: ມາຈາກ 80 ບ້ານ ໃນ 7 ເມືອງ

  • ເມືອງຈັນທະບູລີ ມີ 19 ຄົນ 10 ບ້ານ ຄື: ບ້ານສີສະຫວາດ ດົງໝ້ຽງ ທົ່ງສາງນາງ ສະຫວ່າງ ຫ້ວຍຫົງ ໜອງປີງ ຮ່ອງຄ້າ ຮ່ອງໄກ່ແກ້ວ ໂພນສະຫ່ວາງ ແລະ ໂພນຕ້ອງຈອມມະນີ.
  • ເມືອງສີໂຄດຕະບອງ ມີ 27 ຄົນ 19 ບ້ານຄື: ບ້ານຂຸນຕາທົ່ງ ສີບຸນເຮືອງທ່າ ດ່ານຄຳ ດົງນາໂຊກເໜືອ ຕາດທອງ ນາຄຳ ຍາພະ ທົ່ງປົ່ງ ນາແຮ່ ປາກທ້າງ ວັດໄຕທົ່ງ ໜອງສະໂນຄຳ ໜອງດ້ວງ ໜອງບົວທອງເໜືອ ອຸບມຸງ ໂນນແກ້ວ ໂພສີ ໂພນສະຫວາດໃຕ້ ແລະ ໂພນສົມບູນ.
  • ເມືອງໄຊເສດຖາ ມີ 143 ຄົນ 20 ບ້ານຄື: ບ້ານຄຳສະຫວາດ (ຄ້າຍຄຸມຂັງ) ຈອມມະນີ  ສະພານທອງເໜືອ ສະພັງໝໍ້ ສີສັງວອນ ສົມສະຫງ່າ ຊຽງດາ ນາສ້າງໄຜ່  ຝາຍ ຫົວຂົວ ຮ່ອງແກ ເມືອງນ້ອຍ ແສງສະຫວ່າງ ໂຊກຄຳ ໂຊກນ້ອຍ ໂຊກໃຫ່ຍ ໂນນສະຫວັນ ໂນນຫວາຍ ໂພນສະຫວ່າງ ແລະ ໂພນພະເນົາ.
  • ເມືອງສີສັດຕະນາກ ມີ 13 ຄົນ 8 ບ້ານຄື: ບ້ານຈອມເພັດໃຕ້ ສີບຸນເຮືອງ ທົ່ງພານທອງ ພະໄຊ ພັນໝັ້ນ ໂພນສີນວນ ໂພນປ່າເປົ້າ ແລະ ໄຊສະຖານ.
  • ເມືອງໄຊທານີ ມີ 20 ຄົນ 11 ບ້ານຄື: ບ້ານດອນໜູນ ດົງໝາກຄາຍ ທ່ານາກ ທ່າຈຳປາ ທົ່ງມັ່ງ ພະຂາວ ໜອງພະຍາ ອຸດົມຜົນ ໂນນບໍ່ແກ້ວ ໄຊ ແລະ ໄຊສະຫວ່າງ.
  • ເມືອງຫາດຊາຍຟອງ ມີ 15 ຄົນ 11 ບ້ານຄື: ສົມສະໜຸກ ດອນຂະຊາຍ ດອນຝ້າຍ ດົງໂພນເລົາ ດົງໂພນແຮ່ ທ່ານາ ນາໄຫ ຫ້ອມ ຫາດຊາຍຂາວ ຫາດຊາຍຟອງ ແລະ ໂຄກຊາຍ. ເມືອງສັງທອງ ມີ 1 ບ້ານ: ປາກຕອນ

    ສໍາລັບຕ່າງແຂວງ ມີລາຍລະອຽດດັ່ງນີ້

  • ແຂວງວຽງຈັນ ມີ 155 ຄົນ
  • ຄໍາມ່ວນ 126 ຄົນ
  • ຫຼວງພະບາງ 72 ຄົນ ບໍລິຄໍາໄຊ 25 ຄົນ
  • ໄຊສົມບູນ 16 ຄົນ
  • ສະຫວັນນະເຂດ 9 ຄົນ
  • ຈໍາປາສັກ 9 ຄົນ
  • ສາລະວັນ 4 ຄົນ
  • ບໍ່ແກ້ວ 1 ຄົນ.

    ສ່ວນຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້ ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 1 ຄົນ ຈາກແຂວງະຫວັນນະເຂດ ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຂວງ ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

    ມາຮອດວັນທີ 18 ຕຸລາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 32.971 ຄົນ ເສຍຊີວິດສະສົມ 45 ຄົນ (ໃໝ່ 5) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນທີ 18 ຕຸລາ ມີ 268 ຄົນ ກໍາລັງປິ່ນປົວ 7.167 ຄົນ.

.

# ຂ່າວ – ພາບ : ສີພອນ ຈັນທະດາລາ

error: Content is protected !!