ປະເມີນແຜນງານການມີສ່ວນຮ່ວມຂອງປະຊາຊົນ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ

    ວັນທີ 14 ຕຸລາ 2021 ກະຊວງພາຍໃນ ໃນນາມຜູ້ຮັບຜິດຊອບລວມຂອງແຜນງານການມີສ່ວນຮ່ວມຂອງປະຊາຊົນ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA) ຮ່ວມກັບອົງການຮ່ວມມືສາກົນ ລາວ-ເຢຍລະມັນ (GIZ) ພ້ອມດ້ວຍຄູ່ຮ່ວມງານຂອງຝ່າຍລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ພ້ອມກັນຈັດຕັ້ງກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2021 ແລະ ວາງທິດທາງແຜນການ ສຳລັບປີ 2022 ແລະ ກອງປະຊຸມສະພາທີ່ປຶກສາ ຄັ້ງທີ IV ຂອງແຜນງານການມີສ່ວນຮ່ວມຂອງປະຊາຊົນ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA) ຜ່ານລະບົບກອງປະຊຸມທາງໄກ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ແລະ ທ່ານ ນາງ ອີນາ ມາຈູລີໂອນີແຕ ເອກອັກຄະລັດຖະທູດຂອງສະຫະພາບເອີຣົບປະຈຳ ສປປ ລາວ ແລະ ມີພາກສ່ວນກ່ຽວຂ້ອງ ອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມຢ່າງພ້ອມພຽງ.

    ກອງປະຊຸມໃນຄັ້ງນີ້ ໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກຳຂອງແຜນງານ ພ້ອມທັງໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ກໍຄືຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີໃນການແກ້ໄຂສິ່ງທ້າທາຍຮ່ວມກັນ ລວມທັງການກໍານົດທິດທາງ​ຂອງແຜນງານການມີສ່ວນຮ່ວມຂອງປະຊາຊົນ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA) ໃນສະພາບການທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເພື່ອເພີີ່ມທະວີໃນການມີສ່ວນຮ່ວມຂອງປະຊາຊົນ ເຂົ້າໃນວຽກງານພັດທະນາປະເທດຊາດ ໂດຍການສົົ່ງເສີມການປົກຄອງທີີ່ດີ ການສົ່ງເສີມວຽກງານສິດທິມະນຸດ ແລະ ການສ້າງລັດທີີ່ປົກຄອງດ້ວຍກົດໝາຍໃນ ສປປ ລາວ ດັ່ງທີ່ໄດ້ກໍານົດໄວ້ໃນນະໂຍບາຍ ແລະ ແຜນຍຸດທະສາດແຫ່ງຊາດຂອງລັດຖະບານ.

    ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດແຜນງານດັ່ງກ່າວໃນຕໍ່ໜ້າ ໃນກອງປະຊຸມສະພາທີ່ປຶກສາ ຄັ້ງທີ IV ຂອງແຜນງານ (CEGGA) ໄດ້ມີການປຶກສາຫາລື​ ແລະ ສົນທະນາກັນຢ່າງກົງໄປກົງມາດ້ວຍຄວາມເປັນເອກະພາບກັນ ແລະ ຮັບຮອງເອົາບັນດາຫົວຂໍ້ດັ່ງນີ້:ຮັບຮອງເອົາ​ແຜນການ-ກິດຈະກຳທີ່ເປັນບຸລິມະສິດສຳລັບ​ປີ 2022 ຂອງແຕ່ລະພາກສ່ວນ​ໃນ​ການຈັດຕັ້ງປະຕິບັດແຜນງານ CEGGA ຮັບຮອງເອົາ​ຜົນຂອງການປະເມີນໄລຍະທ້າຍຂອງການຈັດຕັັ້ງປະຕິບັດແຜນງານເຊກາ ການສືບຕໍ່ໄລຍະຈັດຕັ້ງປະຕິບັດແຜນງານ CEGGA ເພີ່ມອີກ 7 ເດືອນ ຈາກເດືອນເມສາ – ຕຸລາ 2022 ໂດຍບໍ່ເພີ່ມງົບປະມານ “No Cost Extension”; ແລະ ການກະກຽມບັນດາເອກະສານເພື່ອດຳເນີນການຈັດຕັ້ງປະຕິບັດແຜນງານ CEGGA II.

# ຂ່າວ & ພາບ :  ໄຊບັນດິດ

error: Content is protected !!