ວັນນີ້ ພົບຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ເພີ່ມໃໝ່ 2 ຄົນ

    ວັນທີ 17 ຕຸລາ 2021 ທີ່ກະຊວງສາທາລະນະສຸກ ທ່ານນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທລະນະສຸກ ໄດ້ຖະແຫຼງຂ່າວປະຈໍາວັນກ່ຽວກັບສະພາບການລະບາດ ພະຍາດໂຄວິດ-19 ວ່າ: ວັນທີ 16 ຕຸລາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 5.622 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 296 ຄົນ ໃນນີ້ ຈາກການນໍາເຂົ້າ 13 ຄົນ ຈາກນະຄອນຫຼວງວຽງຈັນ 7 ຄົນ ສະຫວັນນະເຂດ 4 ຄົນ ສາລະວັນ 1 ຄົນ ແລະ ແຂວງໄຊຍະບູລີ 1 ຄົນ ທັງໝົດນີ້ ໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ແຕ່ລະແຂວງ ເລີ່ມແຕ່ມື້ເດີນທາງເຂົ້າມາ ສປປ ລາວ ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວແຂວງກໍານົດໄວ້.

    ສໍາລັບການຕິດເຊື້ອພາຍໃນ ມີ 283 ຄົນ ເຊິ່ງນະຄອນຫຼວງວຽງຈັນ 105 ຄົນ ມາຈາກ 42 ບ້ານໃນ 8 ເມືອງ ຫຼວງພະບາງ 49 ຄົນ ແຂວງວຽງຈັນ 47 ຄົນ ຈໍາປາສັກ 24 ຄົນ ບໍ່ແກ້ວ 20 ຄົນ ຄໍາມ່ວນ 15 ຄົນ ສາລະວັນ 12 ຄົນ ສະຫວັນນະເຂດ 8 ຄົນ ບໍລິຄໍາໄຊ 2 ຄົນ ແລະ ແຂວງຫຼວງນໍ້າທາ 1 ຄົນ.

    ມາຮອດປັດຈຸບັນ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 32.029 ຄົນ ເສຍຊີວິດສະສົມ 40 ຄົນ (ເພີ່ມໃໝ່ 2 ຄົນ) ປິ່ນປົວຫາຍດີ ວັນທີ 16 ຕຸລາ ຈໍານວນ 864 ຄົນ ທຽບໃສ່ຈໍານວນຜູ້ຕິດເຊື້ອທັງໝົດເຖິງ 77,46% ແລະ ຈໍານວນຜູ້ປິ່ນປົວ 7.258 ຄົນ ຈໍານວນດັ່ງກ່າວນີ້ ໝາຍເຖິງຜູ້ຍັງຕິດເຊື້ອພະຍາດໂຄວິດ-19 ກວມເອົາ 0,09% ຂອງຈໍານວນພົນລະເມືອງລາວທັງໝົດ.

    ສ່ວນຄົນເຈັບເສຍຊີວິດ 2 ຄົນມີລາຍລະອຽດຄື:

  • ເພດຊາຍ ອາຍຸ 69 ປີ ອາຊີບ ນັກທຸລະກິດ ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຜ່ານມາຍັງບໍ່ທັນໄດ້ຮັບວັກຊິນປ້ອງກັນເຊື້ອພະຍາດໂຄວິດ-19 ມີພະຍາດປະຈໍາຕົວ ຊັກບ້າໝູ ເບົາຫວານ ແລະ ຄວາມດັນເລືອດສູງ ຜູ້ກ່ຽວເປັນຄົນເຈັບນອນປິ່ນປົວຢູ່ພະແນກລະບົບປະສາດ ໂຮງໝໍມິດຕະພາບ (150 ຕຽງ) ແຕ່ວັນທີ 26 ກັນຍາ ວັນທີ 29 ກັນຍາ ໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ ຈິ່ງໄດ້ຍ້າຍເຂົ້ານອນປິ່ນປົວຢູ່ພະແນກຊຶມເຊື້ອໂຮງໝໍດັ່ງກ່າວ ມາຮອດເວລາ 6:14 ໂມງ ຂອງວັນທີ 16 ຕຸລາ ຜູ້ກ່ຽວໄດ້ເສຍຊີວິດ
  • ຜູ້ທີ 2 ເພດຊາຍ ອາຍຸ 33 ປີ ອາຊີບ ຫວ່າງງານ ສັນຊາດມຽນມາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຜູ້ກ່ຽວມີພະຍາດປະຈໍາຕົວ ເປັນເບົາຫວານ ຜ່ານມາ ຍັງບໍ່ໄດ້ສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ມີອາການໄຂ້ ໄອ ແລະ ເຈັບຄໍ ໄດ້ປະມານ 1 ອາທິດ ແຕ່ຜູ້ກ່ຽວໄດ້ຊື້ຢາມາກິນເອງ ວັນທີ 25 ກັນຍາ ໄດ້ເກັບຕົວຢ່າງກວດກາຫາເຊື້ອພະຍາດໂຄວິດ-19 ວັນທີ 26 ກັນຍາ ຜົນກວດພົບເຊື້ອ ແລະ ໄດ້ເຂົ້ານອນປິ່ນປົວຢູ່ໂຮງໝໍພາກສະໜາມ ເຂດເສດຖະກິດພິເສດສາມຫຼ່ມຄໍາ ໄລຍະປິ່ນປົວຢູ່ມໍລະສຸມໂຮງໝໍດັ່ງກ່າວ ຜູ້ກ່ຽວບໍ່ໃຫ້ການຮ່ວມມືໃນການປິ່ນປົວເທົ່າທີ່ຄວນ ເວລາ 2:00 ໂມງ ຂອງວັນທີ 15 ຕຸລາ ຜູ້ກ່ຽວໄດ້ເສຍຊີວິດຢູ່ໂຮງໝໍພາກສະໜາມເຂດເສດຖະກິດພິເສດສາມຫຼ່ຽມຄໍາ.

.

.# ຂ່າວ – ພາບ : ຂັນທະວີ

error: Content is protected !!