ທາງລົດໄຟລາວ-ຈີນ ແຈ້ງເຕືອນມາຍັງພໍ່ແມ່ພີ່ນ້ອງປະຊາຊົນ ປະຕິບັດຕາມກົດລະບຽບດ້ານຄວາມປອດໄພ 11 ຂໍ້

    ຜ່ານຄວາມດຸໝັ່ນຂະຫຍັນແຂງມາເປັນເວລາຫຼາຍປິ ຂອງປະຊາຊົນສອງຊາດ ລາວ-ຈີນໃນຂະນະນີ້ ທາງລົດໄຟລາວ-ຈີນກໍໃກ້ຈະເປີດດຳເນີນການແລ້ວ ວຽກງານກໍ່ສ້າງທາງລົດໄຟກໍໃກ້ຈະສໍາເລັດຢ່າງຈົບງາມ ຫຼັງທີ່ທາງລົດໄຟເປີດການບໍລິການແລ້ວ ການດໍາເນີນການທາງລົດໄຟໃຫ້ມີຄວາມປອດໄພ ແມ່ນສິ່ງທີ່ປະຊາຊົນລາວ-ຈີນສອງປະເທດໃຫ້ສຳຄັນສູງ ການສະໜອງໄຟຟ້າໃຫ້ແກ່ລະບົບຈ່າຍໄຟເໜືອຫົວ ແລະ ສາຍໄຟຕາມເສັ້ນທາງລົດໄຟໃຫ້ເປັນປົກກະຕິ ແລະ ໝັ້ນຄົງ ແມ່ນເປັນການຮັບປະກັນຄວາມປອດໄພໃນການເປີດດໍາເນີນການທາງລົດໄຟທີ່ສໍາຄັນ ການທໍາລາຍວັດສະດຸອຸປະກອນໄຟຟ້າຂອງທາງລົດໄຟ ບໍ່ພຽງແຕ່ເປັນອັນຕະລາຍຕໍ່ຄວາມປອດໄພດ້ານການດໍາເນີນການຂອງທາງລົດໄຟ ແຕ່ຍັງຈະເຮັດໃຫ້ເກີດເຫດການໄຟຟ້າຊັອດຈົນເຖິງແກ່ຊີວິດໄດ້ ເຄື່ອງອຸປະກອນໄຟຟ້າຂອງທາງລົດໄຟລາວ-ຈີນ ເລີ່ມມີການຊັກນໍາໄຟຟ້າຕັ້ງແຕ່ເດືອນສິງຫາ ປີ 2021 ສ່ວນລະບົບຈ່າຍໄຟເໜືອຫົວ ແມ່ນຈະເລີ່ມຊັກນໍາໄຟຟ້າແຕ່ຕົ້ນເດືອນຕຸລາເປັນຕົ້ນໄປ.

    ເພື່ອຮັບປະກັນໃຫ້ທາງລົດໄຟລາວ-ຈີນ ສາມາດເປີດການບໍລິການໄດ້ຕາມກໍານົດ ແລະ ຮັບປະກັນດ້ານຄວາມປອດໄພຂອງປະຊາຊົນ ແລະ ຄວາມປອດໄພໃນການດໍາເນີນການ ສະນັ້ນ ທາງລົດໄຟລາວ-ຈີນ ຈໍາກັດ ຈຶ່ງຂໍແຈ້ງເຕືອນມາຍັງພໍ່ແມ່ພີ່ນ້ອງປະຊາຊົນທັງປວງ ໃຫ້ປະຕິບັດຕາມກົດລະບຽບດ້ານຄວາມປອດໄພດັ່ງຕໍ່ໄປນີ້:

    1. ຫ້າມລັກ ທໍາລາຍສາຍເຄເບິ້ນ ສາຍໄຟຂອງທາງລົດໄຟ ແລະ ເຄື່ອງອຸປະກອນ ລະບົບຈ່າຍໄຟເໜືອຫົວ ແລະ ເຄື່ອງຕິດຕັ້ງໄຟຟ້າອື່ນໆຢ່າງເດັດຂາດ ກໍລະນີຫາກພົບເຫັນ ນອກຈາກຈະໃຫ້ຊົດເຊີຍຄ່າເສຍຫາຍທາງເສດຖະກິດແລ້ວ ຍັງຈະຕ້ອງມອບໃຫ້ໜ່ວຍງານກົດໝາຍທີ່ກ່ຽວຂ້ອງດໍາເນີນຄະດິຕາມກົດໝາຍ.

    2. ມວນຊົນໃນສັງຄົມ ຖ້າຫາກພົບເຫັນເຄື່ອງອຸປະກອນໄຟຟ້າຂອງທາງລົດໄຟຖືກລັກ ທໍາລາຍ ມ້າງເພ ເກີດອັກຄີໄພ ແລະ ອື່ນໆ ຈະຕ້ອງໄດ້ລາຍງານຕໍ່ພະນັກງານທີ່ຢູ່ໃນສະຖານີທີ່ໃກ້ຄຽງ ຫຼື ເຈົ້າໜ້າທີ່ຕໍາຫຼວດທີ່ຮັບຜິດຊອບດ້ານຄວາມປອດໄພຂອງທາງລົດໄຟທັນທີ.

    3. ຫ້າມຖິ້ມ ຫຼື ໂຍນວັດຖຸສິ່ງຂອງໃສ່ລະບົບຈ່າຍໄຟເໜືອຫົວຂອງທາງລົດຢ່າງເດັດຂາດ ຫ້າມປັດສະວະໃສ່ສາຍສົ່ງກາງຫາວທີ່ຢູ່ບໍລິເວນຂົວເທິງທາງລົດໄຟເດັດຂາດ.

    4. ຫ້າມປ່ອຍວ່າວ ລູກປູມເປົ້າ ແລະ ວັດຖຸທີ່ສາມາດລອຍໃນອາກາດພາຍໃນຂອບເຂດ 500 ເເມັດ ທັງສອງເບື້ອງຂອງລະບົບຈ່າຍໄຟເໜືອຫົວຢ່າງເດັດຂາດ.

    5. ຫ້າມປີນໄຕ່ຂຶ້ນເສົາໄຟຟ້າທີ່ຢູ່ຕາມທາງລົດໄຟ ຫຼື ຕິດຕັ້ງອຸປະກອນຕ່າງໆໃສ່ເທິງເສົາໄຟຟ້າ.

    6. ຫ້າມຂຸດດິນ ຕອກເສົາເຂັມ ເຈາະຂຸດຄົ້ນ ຫຼື ປ່ອຍນ້ຳເປື້ອນ ຖີ້ມຂີ້ເຫຍື້ອ ແລະ ວັດຖຸຕ່າງໆທີ່ເປັນອັນຕະລາຍຕໍ່ຄວາມປອດໄພຂອງທາງລົດໄຟພາຍໃນຂອບເຂດ 20 ເເມັດ ຂອງເສົາໄຟຟ້າ ແລະ ຫ້າມດຶງສາຍໄຟ ສາຍເຄເບິ້ນທີ່ຢູ່ອ້ອມຂ້າງຕາມແລວທາງລົດໄຟຢ່າງເດັດຂາດ.

    7. ຫ້າມສໍາຜັດກັບລະບົບຈ່າຍໄຟເໜືອຫົວຂອງທາງລົດໄຟຢ່າງເດັດຂາດ.

    8. ຖ້າຫາກພົບເຫັນສາຍໄຟລະບົບຈ່າຍໄຟເໜືອຫົວ ຂາດ ແລະ ຊິ້ນສ່ວນຂອງມັນມີການເປ່ເພເສຍຫາຍ ຫຼື ມີປາຍຂອງສາຍໄຟ ສາຍເຊືອກ ແລະ ວັດຖຸຕ່າງໆທີ່ແຂວນຫ້ອຍຢູ່ເທິງລະບົບຈ່າຍໄຟເໜືອຫົວ ແມ່ນຫ້າມບໍ່ໃຫ້ໄປສໍາພັດເດັດຂາດ ໃນເວລາດຽວກັນນັ້ນ ໃຫ້ຮັກສາໄລຍະຫ່າງຄວາມປອດໄພ 10 ແມັດ ຂຶ້ນໄປ ຖ້າຫາກພົບເຫັນສິ່ງຜິດປົກກະຕິຕ້ອງລາຍງານຕໍ່ສະຖານີທີ່ໃກ້ຄຽງໃຫ້ທັນເວລາ.

    9. ຫ້າມຈູດປ່າ ລ້ຽງສັດ ປູກພືດພັນ ແລະ ປູກຕົ້ນໄມ້ອື່ນໆ ພາຍໃນຂອບເຂດຮັກສາຄວາມປອດໄພຂອງແລວທາງລົດໄຟຢ່າງເດັດຂາດ ເຊິ່ງຈະສົ່ງຜົນກະທົບຕໍ່ຄວາມປອດໄພຂອງເສັ້ນທາງລົດໄຟ ແລະ ການແລ່ນລົດໄຟ.

    10. ບຸກຄົນທີ່ບໍ່ເເມ່ນພະນັກງານທາງລົດໄຟ ຫ້າມເຂົ້າໄປໃນຮົ້ວປ້ອງກັນຂອງທາງລົດໄຟ ແລະ ສະຖານີໄຟຟ້າແບບຂັບເຄື່ອນຂອງທາງລົດໄຟຢ່າງເດັດຂາດ, ຫ້າມເຂົ້າໄປຫຼິ້ນ ລ້ຽງສັດ ຫຼື ຢືນຈຶ້ງຢູ່ພາຍໃນຖະໜົນທາງລົດໄຟຢ່າງເດັດຂາດ.

    11.  ບຸກຄົນທີ່ບໍ່ແມ່ນພະນັງການທາງລົດໄຟ ຫ້າມເຂົ້າໄປໃນອາຄານຄວບຄຸມລະບົບໄຟຟ້າຂອງທາງລົດໄຟຢ່າງເດັດຂາດ ຫ້າມບໍ່ໃຫ້ຈັບສະວິດສ໌ ຫຼື ປຸ່ມຕ່າງໆ ເພື່ອຫຼີກຫຼ່ຽງບໍ່ໃຫ້ມີຜົນກະທົບຕໍ່ການດໍາເນີນງານຂອງອຸປະກອນ ແລະ ນໍາໄປສູ່ບັນຫາຄວາມປອດໄພຂອງການຂັບຂີ່ຂອງລົດໄຟ ແລະ ຄວາມປອດໄພຂອງຄົນ.

.# ຂ່າວ – ພາບ : ຂັນທະວີ

error: Content is protected !!