ລົດໄຟລາວ-ຈີນ EMU ຂະບວນລ້ານຊ້າງ ໄດ້ມາເຖິງສະຖານີນະຄອນຫຼວງວຽງຈັນ

    ພິທີສົ່ງມອບລົດໄຟ ລາວ-ຈີນ EMU ຂະບວນ “ລ້ານຊ້າງ” ຈັດຂຶ້ນວັນທີ 16 ຕຸລາ 2021 ທີ່ສະຖານີລົດໄຟນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ເເລະ ຂົນສົ່ງ ເເລະ ທ່ານ ຈ່ຽງຈາຍຕົ້ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ທ່ານ ສ້ຽວ ຊ່ຽນເຫວິນ ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ພ້ອມດ້ວຍຄະນະຄຸ້ມຄອງໂຄງການ  ຄະນະນໍາບໍລິສັດທາງລົດໄຟລາວ-ຈີນ ຈຳກັດ  ບໍລິສັດຜູ້ອອກແບບ ທີ່ປຶກສາ ບໍລິສັດຮັບເໝົາກໍ່ສ້າງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປັນໂຄງການຮ່ວມມືລະຫວ່າງສອງລັດຖະບານ ລາວ-ຈີນ ເປັນໂຄງການຜັນຂະຫຍາຍຍຸດທະສາດໜຶ່ງແລວໜຶ່ງເສັ້ນທາງຂອງ ສປ ຈີນ ໂດຍສອດຄ່ອງກັບຍຸດທະສາດຂອງລັດຖະບານລາວ ທີ່ຈະຫັນປະເທດລາວທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດທີ່ເຊື່ອມຈອດ ທັງສອງລັດຖະບານໄດ້ໃຫ້ຄວາມສໍາຄັນສູງ ແລະ ໄດ້ມີຄວາມພະຍາຍາມສູງສຸດ ໃນການຊຸກຍູ້ການຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດຕາມແຜນການທີ່ວາງໄວ້ ເຊິ່ງການຈັດພິທີຕ້ອນຮັບຂະບວນລົດໄຟໂດຍສານ EMU ເປັນຂະບວນທຳອິດຂອງລົດໄຟໂດຍສານທີ່ທັນສະໄໝ ໄດ້ມາເຖິງດິນແດນຂອງ ສປປ ລາວ ໄດ້ກາຍເປັນມິດໝາຍທີ່ດີ ແລະ ຜົນສຳເລັດອີກຂັ້ນຕອນສຳຄັນໜຶ່ງ ທີ່ຈະເຮັດໃຫ້ໂຄງການທາງລົດໄຟລາວ-ຈີນ ຈະສາມາດເປີດບໍລິການເປັນທາງການໃນວັນທີ 2 ທັນວາ 2021 ຕາມການຊີ້ນຳຂອງລັດຖະບານ. 

    ສໍາລັບຮູບຊົງລັດໄຟ EMU ພາຍນອກ ຕົບເເຕ່ງດ້ວຍສີແດງ ຟ້າ ແລະ ສີຂາວ ສາມາດແລ່ນດ້ວຍຄວາມໄວສູງເຖິງ 160 ກິໂລແມັດຕໍ່ຊົ່ວໂມງ ປະກອບມີ 9 ຕູ້ຄື: ຫົວຈັກລົດໄຟ ຕູ້ບ່ອນນັ່ງປະເພດໜຶ່ງ ແລະ ຕູ້ຫ້ອງອາຫານຢ່າງລະ 1 ຕູ້ ຕູ້ບ່ອນນັ່ງປະເພດສອງ 6 ຕູ້ ເຊິ່ງທັງໝົດສາມາດບັນຈຸຜູ້ໂດຍສານໄດ້ 720 ຄົນ ແລະ ສາມາດເຊື່ອມຕໍ່ສອງຂະບວນລົດໄຟໄດ້ໃນເວລາທີ່ຕ້ອງການ ຕູ້ບ່ອນນັ່ງປະເພດ 1 ແລະ ປະເພດ 2 ຂອງຂະບວນລົດໄຟມີຄວາມໂອ່ໂຖງ ກ້ວາງຂວາງ ສະດວກສະບາຍ ຜູ້ໂດຍສານສາມາດປັບອຸນຫະພູມເຄື່ອງປັບອາກາດໄດ້ຕາມຄວາມຕ້ອງການ ການອອກແບບເບາະຕັ່ງນັ່ງແມ່ນຖືກຕາມຮູບຮ່າງສະລີລະຂອງຄົນ ຢູ່ດ້ານລຸ່ມຂອງເບາະນັ່ງ ມີຮູປັກສຽບໄຟທີ່ສາມາດໃຊ້ໄດ້ກັບມາດຕະຖານປັກສຽບຂອງລາວ ແລະ ຈີນ ພິເສດທາງລົດໄຟລາວ-ຈີນ ມີຈຸດເລີ່ມຈາກນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ ໃນນັ້ນຊ່ວງໄລຍະຢູ່ລາວ ມີຄວາມຍາວທັງໝົດ 422,4 ກິໂລແມັດ ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະ ມາດຕະຖານເຕັກນິກຂອງຈີນ.

.# ຂ່າວ – ພາບ : ຂັນທະວີ

error: Content is protected !!