ບຣາເດີ ສົ່ງເສີມວັດທະນາທໍາຍີ່ປຸ່ນ ຜ່ານ Digital Origami Letter

    ໃນໄລຍະອາທິດການຂຽນຈົດໝາຍສາກົນ ໃນງານ Expo 2020 Dubai 15 ຕຸລາ 2021 Brother Industries Ltd (ໂດຍປະທານ ອິຊິໂຮ ຊາຊາກິ) ນໍາເນື້ອໃນຄອນເທັນອອນລາຍ ເລື່ອງ Origami Letter ມາປັບປຸງໃໝ່ ໂດຍການເພີ່ມຄຸນປະໂຫຍດໃນການໃຊ້ວຽກທີ່ເກີດຂຶ້ນຈາກຄວາມເຫັນຂອງຜູ້ໃຊ້ ແລະ ຈັດສະແດງໃນໄລຍະອາທິດການຂຽນຈົດໝາຍສາກົນ (Interna-tional Letter Writing Week) ວັນທີ 9-15 ຕຸລາ 2021 ໂດຍຄອນເທັນນີ້ ສ້າງຂຶ້ນເພື່ອສົ່ງເສີມການສະໜັບສະໜູນຂອງບຣາເດີ ໃນອາຄານ Japan Pavilion ງານ Expo 2020 Dubai ຢູ່ປະເທດດູໄບ.

    ວິດີໂອ Origami Letter ນີ້ ໄດ້ນໍາສະເໜີເນື້ອໃນໃຫ້ຜູ້ເຂົ້າຮ່ວມງານ ໄດ້ສຳຜັດເຖິງການສື່ສານອັນອົບອຸ່ນຜ່ານທາງຈົດໝາຍ ເຊິ່ງສະແດງເຖິງການສົ່ງຂໍ້ຄວາມຢ່າງຈິງໃຈ ດ້ວຍການໃຊ້ Origami ທີ່ເປັນສິລະປະການພັບເຈ້ຍແບບດັ່ງເດີມໃນວັດທະນາທໍາຍີ່ປຸ່ນ ເຖິງວ່າພວກເຮົາກຳລັງປະເຊິນກັບສະຖານະການທີ່ການສື່ສານຫຍຸ້ງຍາກຂຶ້ນ ເພາະການແຜ່ລະບາດຂອງໂຄວິດ-19.

    ງານ Expo 2020 Dubai ຈັດຂຶ້ນວັນທີ 1 ຕຸລາ 2021 ພາຍໃຕ້ສະໂລແກນ “Connecting Minds Creating the Future” ເປັນງານລະດັບນານາຊາດຄັ້ງທຳອິດໃນຕາເວັນອອກກາງ ໂດຍມີການສ້າງອາຄານ Japan Pavilion ຢູ່ພື້ນທີ່ຈັດສະແດງພາຍໃຕ້ແນວຄິດ “Where ideas meet” ໂດຍອາຄານນີ້ຖືກອອກແບບດ້ວຍແຮງບັນດານໃຈຈາກ Origami ຂະນະທີ່ບໍລິສັດ Brother Industries ໄດ້ເປີດວິດີໂອກ່ຽວກັບ Origami ໃນບໍລິເວນປະຕູອາຄານ Japan Pavilion ພ້ອມຈັດແຄມເປນຜ່ານສື່ອອນລາຍໃນໄລຍະອາທິດຂຽນຈົດໝາຍສາກົນ ເພື່ອສົ່ງເສີມວັດທະນາທໍາຂອງປະເທດຍີ່ປຸ່ນ ອີກດ້ວຍ.

    ທ່ານ ໄອຊາໂອະ ອັນໂດະ ຜູ້ອໍານວຍການ Japan Pavilion ກ່າວວ່າ: Origami ເປັນງານສີມືອັນເກົ່າແກ່ ທີ່ສະແດງໃຫ້ເຫັນຄວາມເປັນຍີ່ປຸ່ນ ແລະ ຢູ່ອາຄານ Japan Pavilion ກໍໄດ້ອອກແບບອາຄານພາຍໃຕ້ແນວຄິດຂອງ Origami ໃນໄລຍະ 1 ອາທິດນັບແຕ່ເປີດງານ Expo ພື້ນທີ່ຂອງພວກເຮົາດຶງດູດຜູ້ເຂົ້າມາຢ້ຽມຊົມເປັນຈໍານວນຫຼາຍ ໂດຍບາງຄົນເຖິງຂະໜາດລໍຖ້າຄິວດົນຮອດ 2 ຊົ່ວໂມງ ເພື່ອເຂົ້າຢ້ຽມຢາມ ນອກນີ້ພວກເຮົາຍັງເປີດວິດີໂອ Origami Letter ເພື່ອສົ່ງເສີມວັດທະນາທໍາເກົ່າແກ່ຂອງຍີ່ປຸ່ນໃຫ້ຜູ້ເຂົ້າໃນງານ.

    Digital Origami Letter ຂອງບຣາເດີ ໄດ້ຮັບລາງວັນ iF GOLD AWARD ໃນງານ iF DESIGN AWARD 2021 ເຊິ່ງເປັນອົງກອນດ້ານການອອກແບບອິດສະຫຼະທີ່ເກົ່າແກ່ທີ່ສຸດຂອງໂລກ ໂດຍ iF GOLD AWARD ສະແດງໃຫ້ເຫັນການຍອມຮັບຜົນງານຊັ້ນດີ ທີ່ໂດດເດັ່ນເໜືອຜົນງານອື່ນໆທີ່ສົ່ງເຂົ້າແຂ່ງຂັນ

    International Letter Writing Week ເປັນອາທິດສາກົນເພື່ອສົ່ງເສີມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ຜ່ານການຂຽນຈົດໝາຍ ເຊິ່ງເປັນການຊ່ວຍສ້າງຄວາມຄໍານຶງຮັບຮູ້ເຖິງສັນຕິພາບຂອງໂລກນໍາອີກ

Digital Origami Letter (https://global.brother/en/origami).

# ຂ່າວ – ພາບ : ສະບາໄພ

error: Content is protected !!