1 ປີ ຜ່ານມາ ແຂວງບໍ່ແກ້ວມ້າງຄະດີຢາເສບຕິດໄດ້ 338 ເລື່ອງ

    ແຂວງບໍ່ແກ້ວ ໄດ້ມີພິທີສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 20 ປີ ແລະ ທໍາລາຍຢາເສບຕິດ ທີ່ສານໄດ້ຕັດສິນໃຊ້ໄດ້ຢ່າງເດັດຂາດຂຶ້ນໃນວັນທີ 15 ຕຸລາ 2021 ທີ່ສະໜາມບິນຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມຂອງທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງໆບໍ່ແກ້ວ ປະທານຄະນະກຳມະການກວດກາແລະ ຄວບຄຸມຢາເສບຕິດຂັ້ນແຂວງ.

    ທ່ານ ພັນໂທ ຈັນພອນເພັດ ຄໍາສີ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ກ່າວວ່າ: ການສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 20 ປີ ແລະ ທໍາລາຍຢາເສບຕິດທີ່ສານໄດ້ຕັດສີນໃຊ້ໄດ້ຢ່າງເດັດຂາດ ຢາເສບຕິດປະເພດຕ່າງໆໄດ້ກາຍເປັນໄພພິບັດລວມ ເຊີ່ງສົ່ງຜົນສະທ້ອນໂດຍກົງຕໍ່ເສດຖະກິດ-ສັງຄົມ ຄວາມໝັ້ນຄົງຂອງລະບອບການເມືອງ ທັງເປັນການທຳລາຍຊາວໜຸ່ມ ເຍົາວະຊົນ ອະນຸຊົນທີ່ເປັນໜໍ່ແໜງ ຂອງຊາດ ເມື່ອເຫັນໄດ້ຜົນຮ້າຍໄພອັນຕະລາຍ ດັ່ງນັ້ນ ລັດຖະບານເຮົາຈຶ່ງຖືເອົາວັນທີ 12 ຕຸລາ ຂອງທຸກໆປີ ເປັນວັນແຫ່ງຊາດຕ້ານຢາເສບຕິດ ເຊີ່ງເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 12 ຕຸລາ ປີ 2001 ເປັນຕົ້ນມາ ປັດຈຸບັນຄົບຮອບ 20 ປີພໍດີ.

    ຕະຫຼອດໄລຍະຜ່ານມາ ພວກເຮົາໄດ້ເອົາໃຈໃສ່ເຮັດວຽກງານປ້ອງກັນເປັນສິ່ງສຳຄັນ ໂດຍຖືເອົາການສຶກສາອົບຮົມ ແລະ ໂຄສະນາເຜີຍແຜ່ດ້ວຍຫຼາຍຮູບການຕ່າງໆ ເພື່ອປູກຈິດສຳນຶກໃຫ້ຄົນໃນສັງຄົມຮັບຮູ້ ເຂົ້າໃຈລະບຽບກົດໝາຍ ແລະ ເຫັນໄດ້ເຖິງພິດໄພ ຜົນຮ້າຍຂອງຢາເສບຕິດ ພ້ອມນັ້ນ ໄດ້ເອົາໃຈໃສ່ປູກລະດົມທັງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ບັນດາປະເທດເພື່ອນມິດ ເພື່ອສຸມໃສ່ປະຕິບັດໂຄງການພັດທະນາຊົນນະບົດ ປູກພືດທົດແທນເພື່ອຊ່ວຍປະຊາຊົນທີ່ເຄີຍປູກຝິ່ນ ໄດ້ມີເງື່ອນໄຂຫັນໄປປະກອບອາຊີບໃໝ່ທີ່ມີລາຍໄດ້ ສໍາລັບການດຳລົງຊີວິດທີ່ໝັ້ນຄົງ ແລະ ເອົາໃຈໃສ່ຟື້ນຟູສະພາບຈິດໃຈ ແລະ ຮ່າງກາຍຜູ້ຕິດຢາເສບຕິດຢູ່ສູນບຳບັດຢູ່ເມືອງ ຢູ່ບ້ານເຂດຊຸມຊົນຫ່າງໄກສອກຫຼີກ ທັງນຳໃຊ້ມາດຕະການທາງດ້ານວິຊາສະເພາະ ເຮັດໃຫ້ 1 ປີ ຜ່ານມາ ພວກເຮົາສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 338 ເລື່ອງ ກັກຜູ້ຖືກຫາໄດ້ທັງໝົດ 393 ຄົນ ຍິງ 35 ຄົນ ຕ່າງປະເທດ 67 ຄົນ ( ຄົນຈີນ 29 ຄົນ ມຽນມາ 36 ຄົນ ໄທ 1 ຄົນ ແລະ ຄົນຫວຽດນາມ 1 ຄົນ ) ຢຶດຂອງກາງຢາເສບຕິດປະເພດຕ່າງໆຄື: ຢາບ້າ: ຈຳນວນ 23.151.807 ເມັດ ໜັກ 2.315 kg ຢາໄອສ໌: 866 kg ເຮໂລອີນ: 156 ແທ່ງ ໜັກ 60 Kg ແປ້ງຝຸ່ນ: 16.250 Kg ຝິ່ນ: 700 g ປືນສັ້ນ ຈຳນວນ 3 ກະບອກ ພ້ອມລູກປືນ 22 ລູກ ລົດໃຫຍ່ 11 ຄົນ ລົດຈັກ 25 ຄົນ ແລະ ວັດຖຸເຄື່ອງຂອງອີກຈຳນວນຫຼາຍລາຍການ ລົງທຳລາຍສວນຝິ່ນໄດ້ຈຳນວນ 24 ເຮັກຕາ ພ້ອມທັງລົງໂຄສະນາຜົນຮ້າຍ ໄພອັນຕະລາຍຂອງຢາເສບຕິດຢູ່ໂຮງຮຽນ ຢູ່ຕາມບ້ານ ມີຜູ້ເຂົ້າຮ່ວມທັງໝົດ 1.559 ຄົນ ຍິງ 494 ຄົນ ບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຢູ່ສູນບຳບັດນ້ຳຈ້ວມໄດ້ຈໍານວນ 155 ຄົນ ຍິງ 6 ຄົນ.

    ສຳລັບການຈູດທຳລາຍຢາເສບຕິດປະເພດຕ່າງໆ ຊຶ່ງເຈົ້າໜ້າທີ່ຢຶດໄດ້ຈາກການລັກລອບຄ້າ-ຂາຍ ແລະ ລຳລຽງຂົນສົ່ງຂອງພວກກຸ່ມຄົນບໍ່ດີ ທີ່ສານໄດ້ຕັດສີນເດັດຂາດແລ້ວ ແລະ ມີຂໍ້ຕົກລົງໃຫ້ທຳລາຍຖີ້ມ: ມີຢາບ້າ: ຈຳນວນ 13.624.983 ເມັດ ໜັກ 1.362 kg. ຢາໄອສ໌ ຈຳນວນ 534 ຫໍ່ ໜັກ 534 kg ເຮໂລອິນ ຈຳນວນ 156 ແຫ່ງ ໜັກ 60 Kg ແປ້ງຝຸ່ນ ຈຳນວນ 158 ເປົາ ໜັກ 3.950 Kg ໂຄເຄນ ຈຳນວນ 2 ຖົງນ້ອຍ ໜັກ 0,44 g ກັນຊາແຫ້ງ ຈຳນວນ 1 ຖົງນ້ອຍ ໜັກ 8,6 g. ເຟຕິມີນ ຈຳນວນ 44 ເມັດ ໜັກ 13,2 g. ຢາອີ ຈຳນວນ 02 ຖົງນ້ອຍ 2,619 g.

.

   # ຂ່າວ – ພາບ :  ເພັດສະໝອນ

error: Content is protected !!