ທ່ານ ນາງ ສຸພາ ໄຊປຣະສິດ-ເມ ຄົນເຊື້ອຊາດລາວ ຜູ້ສະໝັກຊິງຕໍາແໜ່ງຜູ້ວ່າການລັດ ອາຄານຊໍ ຢ້ຽມຢາມສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ

    ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ຄຳພັນ ອັ່ນລາວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສ ອາເມຣິກາ ແລະ ການາດາ ໃນລະຫວ່າງວັນທີ 08-11 ຕຸລາ 2021 ທ່ານ ນາງ ສຸພາ ໄຊປຣະສິດ-ເມ ຄົນເຊື້ອຊາດລາວທີ່ສັງກັດພັກ Democrat  ທັງເປັນຜູ້ສະໝັກຊິງຕໍາແໜ່ງຜູ້ວ່າການລັດອາຄານຊໍ ໃນປີ 2022 ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ ວໍຊີງຕັນ ດີຊີ ເພື່ອພົບປະກັບຄະນະນັກທຸລະກິດຈາກບໍລິສັດ Wilaikul International Gold Mine Co., LTD ແນໃສ່ສຶກສາຄວາມເປັນໄປໄດ້ໃນການລົງທຶນຢູ່ ສປປ ລາວ; ແລະ ພົບປະກັບຊຸມຊົນຄົນເຊື້ອຊາດລາວຢູ່ນະຄອນຫຼວງວໍຊີງຕັນ ດີຊີ ລັດເວີຈີເນຍ ແມລີແລນ ແລະ ລັດອື່ນໆໃກ້ຄຽງ ເພື່ອແນະນໍາຕົວ ແລະ ຮັດແໜ້ນຄວາມສາມັກຄີ. ໃນງານຄັ້ງນີ້ ຍັງມີຜູ້ຕາງໜ້າຈາກສໍານັກງານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ທີ່ນີວຢອກ ເຂົ້າຮ່ວມ.

    ໃນການຢ້ຽມຢາມຄັ້ງນີ້ ທ່ານ ນາງ ສຸພາ ໄຊປຣະສິດ-ເມ ແລະ ຄະນະ ໄດ້ຮັບການຕ້ອນຮັບອັນອົບອຸ່ນ ແລະ ຮັກແພງຈາກທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສ ອາເມຣິກາ ແລະ ການາດາ ແລະ ຊຸມຊົນຄົນເຊື້ອຊາດລາວ.ໃນວັນທີ 8 ຕຸລາ 2021 ພີ່ນ້ອງຄົນເຊື້ອຊາດລາວລັດ Virginia ແລະ ລັດໃກ້ຄຽງ ຮ່ວມກັບບັນດານັກທຸລະກິດອາເມຣິກາ ແລະ ພີ່ນ້ອງເຊື້ອຊາດອາຊີ ໄດ້ຈັດງານລ້ຽງຕ້ອນຮັບ ທ່ານນາງ ສຸພາ ພ້ອມດ້ວຍຄະນະນໍາສະຖານທູດເຂົ້າຮ່ວມ.

    ວັນທີ 9 ຕຸລາ 2021, ສະຖານທູດລາວໄດ້ຮ່ວມກັບສະມາຄົມກ໋ອບຄົນລາວທີ່ Virginia ແລະ Maryland ໄດ້ຈັດງານແຂ່ງຂັນກິລາກ໋ອຟມິດຕະພາບ ເພື່ອຕ້ອນຮັບທ່ານ ນາງ ສຸພາ ໂດຍມີ ທ່ານ ຄຳພັນ ອັ່ນລາວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສປປ ລາວ ປະຈໍາ ສ ອາເມຣິກາ ແລະ ການາດາ ພ້ອມດ້ວຍຄະນະ ນັກກິລາກ໋ອຟຄົນເຊື້ອຊາດລາວ ແລະ ຕ່າງປະເທດເຂົ້າຮ່ວມ. ຈາກນັ້ນ ໃນວັນທີ 10 ຕຸລາ 2021 ສະຖານທູດໄດ້ຈັດກອງປະຊຸມພົບປະນັກທຸລະກິດ ລະຫວ່າງທ່ານ ນາງ ສຸພາ ແລະ ຄະນະກັບ ທ່ານ ວຽງໄຊ ວິໄລກຸນ ປະທານບໍລິສັດ Wilaikul International Gold Mine Co., LTD ແລະ ຄະນະ ພາຍໃຕ້ການເປັນປະທານໂດຍທ່ານເອກອັກຄະລັດຖະທູດລາວ ແລະ ມີຮອງຫົວໜ້າສໍານັກງານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ທີ່ ນີວຢອກ ພະນັກງານສະຖານທູດລາວ ຄະນະຈາກສະຖາບັນລາວ-ອາເມຣິກາ ຜູ້ບໍລິຫານໂຄງການສ້າງຫ້ອງສະໝຸດຢູ່ ສປປ ລາວ ແລະ ພາກສ່ວນຕ່າງໆເຂົ້າຮ່ວມລວມທັງໝົດ 25 ຄົນ.

    ໃນຕອນແລງຂອງວັນດຽວກັນ ສະຖານທູດໄດ້ຈັດງານເພື່ອຕ້ອນຮັບທ່ານນາງສຸພາ ແລະ ຄະນະໂດຍໄດ້ເຊື້ອເຊີນພີ່ນ້ອງຄົນເຊື້ອຊາດລາວຈາກບັນດາລັດຕ່າງໆເຂົ້າຮ່ວມປະມານ 60 ຄົນ ເຊິ່ງໃນງານລ້ຽງຕ້ອນຮັບຄັ້ງນີ້ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບທ່ານ ນາງ ສຸພາ ຢ່າງເປັນທາງການ ແລະ ໄດ້ຕີລາຄາສູງຜົນງານ ແລະ ຄວາມສາມາດຂອງຜູ້ກ່ຽວທີ່ໄດ້ອຸທິດໃຫ້ແກ່ສັງຄົມ ກໍຄືປະຊາຊົນຢູ່ລັດອາຄັນຊໍ ແລະ ຄວາມມຸ່ງມາດປາດຖະໜາທີ່ຕ້ອງການກັບເມືອຢ້ຽມຢາມ ແລະ ຊ່ວຍເຫຼືອປະຊາຊົນລາວຢູ່ ສປປ ລາວ. ພ້ອມທັງອວຍພອນໃຫ້ຜູ້ກ່ຽວຈົ່ງໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງນີ້. ພ້ອມນີ້ ບັນດາຜູ້ຕາງໜ້າຈາກຊຸມຊົນຄົນເຊື້ອຊາດລາວກໍໄດ້ຜັດປ່ຽນກັນຂຶ້ນກ່າວຄໍາເຫັນສະໜັບສະໜູນ ແລະ ອວຍພອນໃຫ້ຜູ້ກ່ຽວໄດ້ຮັບໄຊຊະນະໃນການລົງສະໝັກຮັບເລືອກຕັ້ງຄັ້ງນີ້ເຊັ່ນກັນ.

    ໃນງານລ້ຽງຕ້ອນຮັບ ຍັງໄດ້ມີການສະແດງສີລະປະວັນນະຄະດີລາວຈາກລູກຫຼານພະນັກງານສະຖານທູດ ແລະ ຈັດລາຍການມ່ວນຊື່ນຕາມຮີດຄອງປະເພນີຂອງຊາດລາວເຮົາ ອັນໄດ້ເຮັດໃຫ້ບັນດາແຂກທີ່ມາຮ່ວມງານຄັ້ງນີ້ທັງໝົດ ມີຄວາມປະທັບໃຈ ເບີກບານມ່ວນຊື່ນ ແລະ ຄິດຮອດບ້ານເກີດເມືອງນອນເພີ່ມຂຶ້ນ. ການເດີນທາງຢ້ຽມຢາມສະຖານທູດລາວຂອງທ່ານ ນາງ ສຸພາ ແລະ ຄະນະ ຄັ້ງນີ້ໄດ້ປະສົບຜົນສໍາເລັດອັນຈົບງາມ ໂດຍສະເພາະໄດ້ປະກອບສ່ວນອັນສໍາຄັນໃນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ພີ່ນ້ອງຄົນເຊື້ອຊາດລາວ ກັບ ສະຖານທູດ ແລະ ສໍານັກງານຜູ້ຕ່າງໜ້າຖາວອນ ແຫ່ງ ສປປ ລາວ ທີ່ນີວຢອກ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ທັງໄດ້ຊ່ວຍໂຄສະນາ ແລະ ຍົກບົດບາດ ແລະ ຄວາມສໍາຄັນຂອງ ສປປ ລາວ ກໍຄືສະຖານທູດລາວ ຕໍ່ຄົນລາວທີ່ມີບົດບາດໃນວົງການເມືອງຂອງອາເມຣິກາ ຢູ່ ລັດອາຄັນຊໍ ແລະ ຄົນເຊື້ອຊາດລາວຢູ່ລັດຕ່າງໆໃຫ້ສູງເດັ່ນຂຶ້ນ.

.

error: Content is protected !!